ທີ່ການພົບປະ, ນັກສຶກສາກຳປູເຈຍ ໄດ້ຫວນຄືນມູນເຊື້ອຂອງຊາດ ກໍ່ຄືກອງທັບລາດຊະວົງກຳປູເຈຍ, ສະແດງຄວາມຮູ້ບຸນຄຸນຕໍ່ກັບໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 2 ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂຈັດຕັ້ງການພົບປະສັງສັນທີ່ມີຄວາມໝາຍເນື່ອງໃນໂອກາດວັນບຸນໃຫຍ່ຂອງລາຊະອານາຈັກກຳປູເຈຍ.

leftcenterrightdel
ຕາງໜ້າຄະນະພັກ, ຄະນະອະທິການບໍດີໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 2 ມອບຂອງຂວັນໃຫ້ນັກຮຽນກຳປູເຈຍທີ່ການພົບປະ. ພາບ: ແມັ້ງເກື່ອງ.

ການນຳໂຮງຮຽນ ກໍ່ໄດ້ຍ້ອງຍໍຊົມເຊີຍນັກສຶກສາ, ນັກຄົ້ນຄວ້າກຳປູເຈຍ ທີ່ໄດ້ມານະພະຍາຍາມບືນຕົວຂຶ້ນ, ຍາດໄດ້ໝາກຜົນສູງໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ປາດຖະໜາຢາກໃຫ້ນັກສຶກສາ, ນັກຄົ້ນຄວ້າແຕ່ລະຄົນ ເຊີດຊູຈິດໃຈຮັບຜິດຊອບ, ມີສະຕິໃນການຮ່ຳຮຽນ, ສູ້ຊົນໃຫ້ກາຍເປັນພະນັກງານຜູ້ທີ່ດີເດັ່ນຂອງລາຊະອານາຈັກກຳປູເຈຍ.

ໂດຍ: ແສງເດືອນ