ທີ່ພິທີຍ້ອງຍໍຊົມເຊີຍ, ຕາງໜ້າການນຳພັກ, ລັດ, ປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ໝາກຜົນດີເດັ່ນຂອງກຳລັງຮັກສາສັນຕິພາບ ສປຊ ຂອງ ຫວຽດນາມ, ໂດຍສະເພາະແມ່ນພະນັກງານ, ນາຍທະຫານ, ພາລະກອນໂຮງໝໍສະໜາມ ຂັ້ນ 2 ທີ່ໄດ້ປະຕິບັດສຳເລັດໜ້າທີ່ທີ່ ສປຊ ແລະຫວຽດນາມ ມອບໝາຍໃຫ້ເປັນຢ່າງດີ. ປະທານປະເທດ ສະແດງຄວາມຂອບອົກຂອບໃຈເຖິງເພື່ອນມິດສາກົນທີ່ໄດ້ຊ່ວຍເຫຼືອຫວຽດນາມ ໃນວິວັດການກະກຽມ ແລະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການຊ່ວຍເຫຼືອອັນລ້ຳຄ່າຈາກເພື່ອນມິດ, ຄູ່ຮ່ວມມືສາກົນເພື່ອປະກອບສ່ວນດີທີ່ສຸດໃຫ້ກຳລັງຮັກສາສັນຕິພາບ ສປຊ ໃນໄລຍະຈະມາເຖິງ.

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ມອບຫຼຽນໄຊໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ. ພາບ: ຝູ໊ເຊິນ.

ປະທານປະເທດ ສະເໜີໃຫ້ກະຊວງປ້ອງກັນປະເທດ ສົມທົບກັບກະຊວງການຕ່າງປະເທດ ແລະບັນດາກະຊວງ, ຂະແໜງການປະຕິບັດການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໃຫ້ເປັນຢ່າງດີ ເພື່ອໃຫ້ສອດຄ່ອງກັບແນວທາງພົວພັນຕ່າງປະເທດຂອງພັກ, ລັດ, ຜົນປະໂຫຍດຂອງປະເທດ-ຂອງຊາດ, ລັດຖະທຳມະນູນ, ກົດໝາຍຫວຽດນາມ, ເຄົາລົບຫຼັກການພື້ນຖານຂອງກົດໝາຍສາກົນ; ສືບຕໍ່ຄົ້ນຄວ້າ, ສະເໜີສ້າງກົດໝາຍວ່າດ້ວຍການເຂົ້າຮ່ວມການ ເຄື່ອນໄຫວຮັກສາສັນຕິພາບ ສປຊ ໃຫ້ສົມບູນ, ໂດຍສະເພາະແມ່ນວຽກງານຮັບປະກັນນະໂຍບາຍໃຫ້ແກ່ການເຄື່ອນໄຫວພິເສດສະເພາະຂອງກຳລັງຮັກສາສັນຕິພາບ ສປຊ; ຍົກສູງປະສິດທິຜົນການເຄື່ອນໄຫວຂອງກຳລັງເຂົ້າຮ່ວມຮັກສາສັນຕິພາບ ສປຊ ຂອງກອງທັບປະຊາຊົນຫວຽດນາມ ທີ່ຄະນະປະຕິບັດງານຕ່າງໆ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບໜ້າທ່ີ ແລະຮັບປະກັນຄວາມປອດໄພທຸກດ້ານໃຫ້ພະນັກງານ, ນັກຮົບ; ເພີ່ມທະວີວຽກງານເປັນເສນາທິການຍຸດທະສາດ, ສືບຕໍ່ຮຽນເອົາບົດຮຽນ, ຍາດແຍ່ງເອົາທຸກແຫຼ່ງກຳລັງເພື່ອຊ່ວຍເຫຼືອ, ເພີ່ມທະວີກຳລັງຄວາມສາມາດໃຫ້ກຳລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່.

ຮັບຮູ້ຜົນງານດີເດັ່ນຂອງໝູ່ຄະນະ ແລະບຸກຄົນໃນການຊີ້ນຳ, ຈັດຕັ້ງ ແລະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແຕ່ປີ 2012 ຫາປີ 2020, ປະທານປະເທດ ໄດ້ຕົກລົງມອບ: ຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ I ໃຫ້ແກ່ 4 ສະຫາຍ, ລວມມີ: ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ຫງວຽນຈີວິ້ງ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ຫງວຽນຈ້ອງເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ອະດີດຮອງຫົວໜ້າກົມໃຫຍ່ການເມືອງ; ທ່ານພົນໂທ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ, ອະດີດຮອງຫົວໜ້າກົມໃຫຍ່ການເມືອງ.

ປະທານປະເທດ ກໍ່ຕົກລົງມອບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ II ໃຫ້ແກ່ກົມຮັກສາສັນຕິພາບຫວຽດນາມ ແລະທ່ານພົນຕີ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ. ປະທານປະເທດ ມອບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ III ໃຫ້ແກ່ໂຮງໝໍກອງທັບ 175; ວິທະຍາຄານເສນາຮັກ; ທ່ານພົນຕີ ຫວູຈ໊ຽນຖັ໊ງ, ອະດີດຫົວໜ້າກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດ; ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ; ທ່ານພັນເອກພິເສດ ເຈິ່ນກ໊ວກຫວຽດ, ຮອງຜູ້ອຳນວຍການໂຮງໝໍກອງທັບ 175. ມອບຫຼຽນໄຊແຮງງານ ຊັ້ນ III ໃຫ້ແກ່ທ່ານ ເລຮວ່າຍຈູງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ.

ໂດຍ: ແສງເດືອນ