ທ່ານ ຟານວັນຢາງ ຊົມເຊີຍທ່ານ Kishi Nobuo ແລະຄະນະຜູ້ແທນກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ປະກອບສ່ວນພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ. ທ່ານ ຟານວັນຢາງ ຕີລາຄາສູງເລື່ອງຫວຽດນາມ ແມ່ນປະເທດທຳອິດ ເຊິ່ງທ່ານ Kishi Nobuo ມາຢ້ຽມຢາມນັບແຕ່ໄດ້ຮັບຕຳແໜ່ງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຟ້າມຖ໊າຍຮຶງ.

ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ຕີລາຄາກ່ຽວກັບການພົວພັນດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ; ແລກປ່ຽນກ່ຽວກັບສະຖານະການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນ້ັນມີຄວາມສຳຄັນຂອງຄວາມເສລີໃນການເດີນທະເລ ແລະການບິນຕໍ່ການຜັນແປສັບສົນທີ່ພວມເກີດຂຶ້ນໃນພາກພື້ນ. ສອງຝ່າຍໄດ້ຢັ້ງຢືນເຖິງຄວາມຈຳເປັນຂອງການເຄົາລົບກົດໝາຍສາກົນ, ໃນນັ້ນມີ UNCLOS 1982. ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ໄດ້ແລກປ່ຽນບົດຮຽນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກອງທັບແຕ່ລະປະເທດ.

ລັດຖະມົນຕີສອງທ່ານໄດ້ແລກປ່ຽນກ່ຽວກັບທິດທາງຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະຍີ່ປຸ່ນ ບົນພື້ນຖານການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະເຈລະຈາກັບທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ພາບ: ຟ້າມຖ໊າຍຮຶງ.

ລັດຖະມົນຕີສອງທ່ານກໍ່ເຫັນດີເປັນເອກະພາບບົນພື້ນຖານການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະພັດທະນາໃໝ່, ບັນດາອົງການຂອງກະຊວງປ້ອງກັນປະເທດສອງປະເທດຈະຮ່ວມມືກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍໂຄງການຮ່ວມມືໃນກົນໄກຮ່ວມມືຫຼາຍຝ່າຍ, ໂດຍສະເພາະແມ່ນເວທີປາໄສພາກພື້ນອາຊຽນ (ARF), ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+), ການຮ່ວມມືຄວາມປອດໄພທາງເຄືອຂ່າຍອິນເຕີແນັດລະຫວ່າງບັນດາອົງການປ້ອງກັນຊາດຍີ່ປຸ່ນ ແລະອາຊຽນ. ລັດຖະມົນຕີສອງທ່ານຢັ້ງຢືນວ່າ ໃນໄລຍະພັດທະນາໃໝ່ຂອງການພົວພັນຮ່ວມມືການປ້ອງກັນຊາດຫວຽດນາມ-ຍີ່ປຸ່ນ, ສອງຝ່າຍຈະຕັ້ງໜ້າຊຸກຍູ້ການຮ່ວມມື, ພິເສດແມ່ນລາຍການພົບປະແລກປ່ຽນຂັ້ນສູງ ແລະການຮ່ວມມືຫຼາຍຝ່າຍເພື່ອແນໃສ່ຕັ້ງໜ້າປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ແລະໃນໂລກ.

ພາຍຫຼັງການພົບປະເຈລະຈາ, ທ່ານ ຟານວັນຢາງ ແລະທ່ານ Kishi Nobuo ໄດ້ເປັນສັກຂີພິຍານພິທີເຊັນຂໍ້ຕົກລົງຖ່າຍທອດວັດຖຸອຸປະກອນ ແລະເຕັກໂນໂລຢີດ້ານປ້ອງກັນຊາດຫວຽດນາມ-ຍີ່ປຸ່ນ.

ໂດຍ: ແສງເດືອນ