ນັກຂ່າວ: ສະຫາຍສາມາດແບ່ງປັນອາລົມຈິດ, ຄວາມຮູ້ສຶກຂອງຕົນເປັນຄັ້ງທຳອິດທີ່ທີມທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມອາມີເກມ  ແລະຍາດໄດ້ຜົນງານສູງ?

ທ່ານພັນເອກພິເສດ ຈິ້ງຊວນຕຸ່ງ: ສຳລັບຂ້າພະເຈົ້າເອງ ແລະສະມາຊິກໃນຄະນະປະຕິບັດງານມີຄວາມພາກພູມໃຈທີ່ສຸດເມື່ອພວກເຮົາຍາດໄດ້ຜົນງານດີໃນການເຂົ້າຮ່ວມອາມີເກມ ຄັ້ງທຳອິດ. ດ້ວຍຜົນການແຂ່ງຂັນແມ່ນຍາດໄດ້ຫຼຽນເງິນທົ່ວຄະນະລາຍການແຂ່ງຂັນຊິງ “ຂັນທະເລ”, ໃນນ້ັນພວກເຮົາຢືນອັນດັບທີໜຶ່ງ ແລະຍາດໄດ້ລາງວັນທີໜຶ່ງໃນຫຼາຍລາຍການແຂ່ງຂັນ, ພິເສດແມ່ນຍິງປືນໃຫຍ່ AK 176, ພວກຂ້າພະເຈົ້າຮູ້ສຶກເປັນກຽດ, ມີຄວາມເອກອ້າງທະນົງໃຈເມື່ອໄດ້ເສີມຂະຫຍາຍມູນເຊື້ອ “ຕັດສິນໃຈສູ້ຮົບ-ເດັດຂາດມີໄຊ” ຂອງກອງທັບປະຊາຊົນຫວຽດນາມ, ປະກອບສ່ວນເຊີດຊູຄວາມເອກອ້າງທະນົງໃຈຂອງທະຫານເຮືອ, ມູນເຊື້ອວິລະຊົນຂອງທະຫານເຮືອປະຊາຊົນຫວຽດນາມ.

leftcenterrightdel
ທ່ານພັນເອກພິເສດ ຈິ້ງຊວນຕຸ່ງ ມອບດອກໄມ້ຊົມເຊີຍໜ່ວຍຍິງປືນໃຫຍ່ AK 176 ພາຍຫຼັງສໍາເລັດລາຍການແຂ່ງຂັນຢ່າງດີເດັ່ນ. ພາບ: qdnd.vn.

ເພື່ອຍາດໄດ້ສິ່ງດັ່ງກ່າວ, ແມ່ນຍ້ອນມີຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຈາກຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ການຊີ້ນຳ ແລະນຳພາໂດຍກົງຂອງກອງບັນຊາການທະຫານເຮືອ ແລະກອງບັນຊາການທະຫານເຮືອເຂດ 4... ນີ້ແມ່ນປັດໄຈສຳຄັນປະກອບສ່ວນເຂົ້າຜົນສຳເລັດຂອງທີມທະຫານເຮືອປະຊາຊົນຫວຽດນາມ ທີ່ ອາມີເກມ 2021.

ນັກຂ່າວ: ສະນັ້ນ, ອັນໃດແມ່ນປັດໄຈນຳມາເຊິ່ງຜົນສຳເລັດຂອງທີມ, ຂໍຮຽນທ່ານ?

ທ່ານພັນເອກພິເສດ ຈິ້ງຊວນຕຸ່ງ: ຕ້ອງເນັ້ນໜັກວ່າ ເລື່ອງພວກເຮົາເຂົ້າຮ່ວມການແຂ່ງຂັນຍາດໄດ້ໝາກຜົນດີເປັນການພິສູດໃຫ້ເຫັນຄຸນທາດຂອງວຽກງານຝຶກແອບ, ຄວາມສາມາດກຽມພ້ອມສູ້ຮົບ, ຄວາມສາມາດໃນການນຳໃຊ້ອາວຸດຍຸດໂທປະກອນ ແລະເຕັກນິກຂອງທະຫານຫວຽດນາມ. ຜົນສຳເລັດທີ່ຍາດໄດ້ໃນມື້ນີ້ພາກສ່ວນໜຶ່ງໄດ້ພິສູດໃຫ້ເຫັນສິ່ງດັ່ງກ່າວນັ້ນ. ນີ້ຍັງແມ່ນໄຊຊະນະຂອງຈິດໃຈ ແລະເຈດຈຳນົງໃນການຕັດສິນໃຈພ້ອມແລ້ວທີ່ຈະອຸທິດຈົນສຸດຄວາມສາມາດຂອງຕົນເພື່ອກຽດສັກສີຂອງຊາດ, ຍາດໄດ້ໝາກຜົນສູງ, ນຳມາເຊິ່ງຄວາມສະຫງ່າລາສີໃຫ້ແກ່ປະເທດຊາດ. ໄຊຊະນະມື້ນີ້ຍັງເປັນການໜູນຊ່ວຍຢ່າງຮອບຄອບຖີ່ຖ້ວນ ແລະຈົນສຸດຄວາມສາມາດຂອງປະເທດເຈົ້າພາບສະຫະພັນລັດເຊຍ ໃຫ້ແກ່ທີມ. ທັງໝົດປັດໄຈເຫຼົ່ານັ້ນໄດ້ສ້າງເປັນກຳລັງແຮງເພື່ອໃຫ້ທີມຍາດໄດ້ໝາກຜົນສູງ.

ນັກຂ່າວ: ລະດັບຄວາມຮູ້, ຄວາມສາມາດຂອງຄູ່ແຂ່ງຂອງພວກເຮົາຢູ່ໃນລາຍການແຂ່ງຂັນຊິງ “ຂັນທະເລ” ເປັນແນວໃດ? ຂໍຮຽນທ່ານ?

ທ່ານພັນເອກພິເສດ ຈິ້ງຊວນຕຸ່ງ: ບັນດາທີມທີ່ແຂ່ງຂັນກັບພວກເຮົາລ້ວນແຕ່ມາຈາກບັນດາປະເທດມີຂະແໜງອຸດສາຫະກຳຕໍ່ກຳປັ່ນ ແລະຜະລິດອາວຸດຍຸດໂທປະກອນທັນສະໄໝທີ່ສຸດ. ເຂົາເຈົ້າໄດ້ປະກອບໃຫ້ທະຫານເຮືອອາວຸດຍຸດໂທປະກອນປະເພດຕ່າງໆທີ່ກ້າວໜ້າທີ່ສຸດໃນປະຈຸບັນ. ພ້ອມກັນນັ້ນ, ບັນດາທີມລ້ວນແຕ່ມີປະສົບການໃນການເຂົ້າຮ່ວມອາມີເກມ, ໃນຂະນະນັ້ນ, ພວກເຮົາເຂົ້າຮ່ວມການແຂ່ງຂັນລາຍການນີ້ຢູ່ອາມີເກມ ເປັນຄັ້ງທຳອິດ. ສະນັ້ນ, ພວກຂ້າພະເຈົ້າຈຶ່ງມີຄວາມກັງວົນໜ້ອຍໜຶ່ງ. ເຖິງຢ່າງໃດກໍ່ຕາມ, ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນກ່ອນທີ່ເຂົ້າຮ່ວມການແຂ່ງຂັນ ແລະຄວາມສາມາດນຳໃຊ້ອາວຸດຍຸດໂທປະກອນຂອງນັກກິລາແຕ່ລະຄົນ, ສະນັ້ນພວກຂ້າພະເຈົ້າ ຈຶ່ງເຊື່ອໝັ້ນຕົນເອງ, ພ້ອມແລ້ວທີ່ຈະ “ຜ່ານຜ່າສິ່ງທົດສອບ” ຢູ່ສະໜາມແຂ່ງຂັນໃໝ່. ແລະໃນຕົວຈິງ, ຜ່ານການແຂ່ງຂັນແຕ່ລະລາຍການ, ດ້ວຍຄວາມຕັດສິນໃຈ ແລະຈັດຕັ້ງຢ່າງແໜ້ນແຟ້ນຂອງຕົນ, ທີມຂອງພວກເຮົາໄດ້ຜ່ານຜ່າໄປເທື່ອລະກ້າວ. ໂດຍສະເພາະແມ່ນພາຍຫຼັງລາຍການແຂ່ງຂັນທຳອິດ, ພວກຂ້າພະເຈົ້າ ຮູ້ສຶກວ່າທີມຂອງພວກເພື່ອນຕ້ອງຊອກຫາວິທີເພື່ອໃຫ້ໄດ້ລື່ນກາຍພວກຂ້າພະເຈົ້າ, ບໍ່ແມ່ນພວກຂ້າພະເຈົ້າຊອກຫາວິທີລື່ນກາຍເຂົາເຈົ້າ.

ນັກຂ່າວ: ຜ່ານຜົນສຳເລັດຕ່າງໆຢູ່ທີ່ອາມີເກມ 2021, ຄະນະທະຫານເຮືອປະຊາຊົນຫວຽດນາມ ໄດ້ສົ່ງສານຫຍັງແດ່ໃຫ້ເພື່ອນມິດສາກົນ?

ທ່ານພັນເອກພິເສດ ຈິ້ງຊວນຕຸ່ງ: ເຖິງວ່າເປັນຄັ້ງທຳອິດທີ່ເຂົ້າຮ່ວມອາມີເກມ ກໍ່ຕາມ, ແຕ່ພວກເຮົາໄດ້ສ້າງຄວາມປະທັບໃຈທີ່ດີງາມ ແລະໄມຕີຈິດໃນດວງໃຈຂອງເພື່ອນມິດສາກົນ. ເຂົ້າຮ່ວມການແຂ່ງຂັນທີ່ຍາດໄດ້ຜົນງານແບບສຽດສີກັບທີມທີ່ມີປະສົບການຫຼາຍ, ເປັນການປະກອບສ່ວນຢັ້ງຢືນກຳລັງຄວາມສາມາດ; ຄວາມສາມາດກຽມພ້ອມສູ້ຮົບ; ຄວາມສາມາດໃນການນຳໃຊ້ອາວຸດຍຸດໂທປະກອນທັນສະໄໝຂອງທະຫານເຮືອປະຊາຊົນຫວຽດນາມ. ຜົນສຳເລັດຢູ່ອາມີເກມ ຄັ້ງນີ້, ບໍ່ພຽງແຕ່ເປັນການພິສູດໃຫ້ເຫັນລະດັບຄວາມຮູ້, ຄວາມສາມາດຂອງກຳລັງທະຫານເຮືອຫວຽດນາມ ເທົ່ານັ້ນ, ຫາກຍັງເປັນການສະແດງໃຫ້ເຫັນວ່າພວກເຮົາແມ່ນຜູ້ທີ່ມີລັກສະນະອາຊີບ ໃນສະພາບແວດລ້ອມສາກົນ, ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ຳຮຽນ ແລະແບ່ງປັນບົດຮຽນກັບປະເທດເພື່ອນ. ຜ່ານການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນ, ທະຫານເຮືອປະຊາຊົນຫວຽດນາມ ໄດ້ເຕີບໃຫຍ່ ແລະເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ຈາກການຢ້ຽມຢາມຖາມຂ່າວ, ເຂົ້າຮ່ວມການເຄື່ອນໄຫວໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ, ຊ້ອມຮົບສອງຝ່າຍ ແລະຫຼາຍຝ່າຍ, ມາຮອດປະຈຸບັນພວກເຮົາໄດ້ມີ ບາດກ້າວຫັນປ່ຽນສຳຄັນ, ມີຄວາມສາມາດຄົບຖ້ວນໃນການເຂົ້າຮ່ວມ ແລະແຂ່ງຂັນບັນດາເຫດການການທະຫານໃນລະດັບສາກົນຄືໃນປະຈຸບັນ. ອາມີເກມ ແມ່ນກາລະໂອກາດດີເພື່ອເພີ່ມທະວີການພົບປະແລກປ່ຽນຮ່ວມມືມິດຕະພາບລະຫວ່າງກອງທັບ ແລະທະຫານເຮືອປະເທດຕ່າງໆ, ປະກອບສ່ວນກໍ່ສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໂລກ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ