ແຜນການວິທະຍາສາດ, ປະສົມປະສານຢ່າງແໜ້ນແຟ້ນ

ຕາມທ່ານພັນເອກພິເສດ ມາຍຊວນຖາວ, ຮອງຫົວໜ້າພະແນກອົບຮົມ-ໂຮງຮຽນ, ກົມເສນາທິການ, ກົມໃຫຍ່ເຕັກນິກ, ເນື້ອໃນຮັບປະກັນດ້ານເຕັກນິກໃຫ້ແກ່ການແຂ່ງຂັນ  “ນັກຍິງບັ່ນທອນ” ແລະ“ເຂດອຸບັດເຫດ” ລວມມີໜ້າທີ່ເຂົ້າຮ່ວມຮັບປະກັນອາວຸດຍຸດໂທປະກອນເຕັກນິກ, ລົດ-ເຄື່ອງຈັກ, ລະເບີດ ແລະຈັດຕັ້ງການຮັບປະກັນດ້ານເຕັກນິກສຳລັບອາວຸດຍຸດໂທປະກອນເຕັກນິກ, ລົດ-ເຄື່ອງຈັກ, ລະເບີດຂອງການແຂ່ງຂັນໃນຂອບເຂດ Army Games 2021; ຈັດຕ້ັງການຝຶກແອບ, ບໍາລຸງເພື່ອຍົກສູງຄວາມຮູ້ວິຊາສະເພາະໃຫ້ແກ່ພະນັກງານ, ພາລະກອນເຕັກນິກເຂົ້າຮ່ວມວຽກງານຮັບປະກັນດ້ານເຕັກນິກ. ເພື່ອສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ອະນຸກຳມະການຮັບປະກັນດ້ານເຕັກນິກ ແລະກຳລັງຮັບໃຊ້ການຮັບປະກັນດ້ານເຕັກນິກລວມມີບັນດາໜ່ວຍຮັບປະກັນດ້ານເຕັກນິກອາວຸດ, ລົດ-ເຄື່ອງຈັກ ແລະບັນດາໜ່ວຍຮັບປະກັນດ້ານເຕັກນິກວັດຖຸອຸປະກອນສະເພາະຂະແໜງຊ່າງແສງ, ທະຫານພິເສດ, ເຄມີສາດຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງ, ກຳແໜ້ນຈຳນວນ, ຄຸນນະພາບ, ປະເພດລົດ-ເຄື່ອງຈັກ, ອາວຸດຍຸດໂທປະກອນເຕັກນິກ ປະຕິບັດໜ້າທີ່ທີ່ການແຂ່ງຂັນ; ກະກຽມກຳລັງ, ພາຫະນະ, ວັດຖຸອຸປະກອນ, ຈັດຕັ້ງການກວດກາສະພາບການເຕັກນິກຂອງລົດ-ເຄື່ອງຈັກ, ອາວຸດຍຸດໂທປະກອນເຕັກນິກ; ສ້າງໜ່ວຍສ້ອມແປງປະຕິບັດໜ້າທີ່ຮັບປະກັນດ້ານເຕັກນິກລົດ-ເຄື່ອງຈັກ, ອາວຸດຍຸດໂທປະກອນເຕັກນິກທັງກ່ອນ, ໃນ ແລະຫຼັງການແຂ່ງຂັນ.

leftcenterrightdel
ການນຳກົມໃຫຍ່ເຕັກນິກກວດກາວຽກງານຮັບປະກັນດ້ານເຕັກນິກກ່ຽວກັບອາວຸດໃຫ້ລາຍການແຂ່ງຂັນ “ເຂດອຸບັດເຫດ”. ພາບ: ຕວຽນຮ໊ວນ.

ປະຈຸບັນ, ບັນດາອົງການ, ກົມກອງຂອງກົມໃຫຍ່ເຕັກນິກໄດ້ກະກຽມກຳລັງ, ວັດຖຸອຸປະກອນ, ພາຫະນະຢ່າງຄົບຖ້ວນແລ້ວ ແລະໄດ້ສົມທົບ, ປະສົມປະສານກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງເພື່ອຜັນຂະຫຍາຍການຮັບເອົາ, ຂົນສົ່ງ ແລະເກັບມ້ຽນອາວຸດຍຸດໂທປະກອນເຕັກນິກ, ລະເບີດຂອງກະຊວງປ້ອງກັນປະເທດສະຫະພັນລັດເຊຍ ແລະເບລາຣຸດ ກໍ່ຄືໃນບັນດາກົມກອງສັງກັດກະຊວງປ້ອງກັນປະເທດຫວຽດນາມ, ຮັບປະກັນຢ່າງແໜ້ນແຟ້ນ, ຄວາມປອດໄພໃນທຸກດ້ານ; ເປັນເຈົ້າພາບ, ສົມທົບກັນຝຶກອົບຮົບ, ບຳລຸງໃຫ້ຖັນແຖວຜູ້ຂັບລົດປະຕິບັດໜ້າທີ່ໂດຍສານບັນດາຄະນະແຂກສາກົນຖືກຕາມຄວາມຮຽກຮ້ອງຂອງຄະນະຈັດຕັ້ງການແຂ່ງຂັນ.

ເຊີດຊູຄວາມຮັບຜິດຊອບຂອງພະນັກງານ, ນັກຮົບ

ຮັບປະກັນດ້ານເຕັກນິກໃຫ້ການແຂ່ງຂັນ “ນັກຍິງບັ່ນທອນ” ແລະ “ເຂດອຸບັດເຫດ” ໃນຂອບເຂດ Army Games 2021 ຕ້ອງດໍາເນີນຢ່າງແໜ້ນແຟ້ນທັງ 3 ໄລຍະ: ກ່ອນການແຂ່ງຂັນ, ຈັດຕັ້ງການແຂ່ງຂັນ ແລະພາຍຫຼັງການແຂ່ງຂັນ. ສຳລັບລາຍການແຂ່ງຂັນ “ນັກຍິງບັ່ນທອນ”, ອະນຸກໍາມະການຮັບປະກັນດ້ານເຕັກນິກຈັດຕັ້ງການຮັບເອົາ, ຂົນສົ່ງວັດຖຸອຸປະກອນເຕັກນິກ, ລະເບີດເພື່ອເກັບມ້ຽນໃນສາງ, ດຳເນີນການກວດກາສະພາບການເຕັກນິກ, ຮັບປະກັນ, ບຳລຸງຕາມຄວາມຮຽກຮ້ອງຂອງຄະນະຈັດຕັ້ງການແຂ່ງຂັນ. ໄລຍະການແຂ່ງຂັນຈັດຕັ້ງການຂົນສົ່ງອາວຸດຍຸດໂທປະກອນເຕັກນິກ, ລະເບີດຈາກສາງໄປຍັງບ່ອນແຂ່ງຂັນ. ພາກຫຼັງຈົກສະຫຼາກອາວຸດແຂ່ງຂັນໃຫ້ບັນດາທີມ, ອະນຸກຳມະການຮັບປະກັນເຕັກນິກເກັບມ້ຽນສະເພາະໃຫ້ແຕ່ລະທີມຢູ່ເຮືອນພັກຂອງນັກກິລາ. ສິ້ນສຸດການແຂ່ງຂັນຈັດຕັ້ງການເກັບຄືນ, ກວດກາສະພາບການເຕັກນິກ, ເກັບຮັກສາ, ບຸລະນະ, ປິດໄວ້, ຫຸ້ມຫໍ່ອາວຸດຍຸດໂທປະກອນເຕັກນິກ, ລະເບີດ; ຂົນສົ່ງ, ມອບ-ຮັບຖືກຕາມກຳນົດ.

leftcenterrightdel
ການນຳກົມໃຫຍ່ເຕັກນິກກວດກາວຽກງານກະກຽມລົດດັບເພີງຮັບໃຊ້ລາຍການແຂ່ງຂັນ “ເຂດອຸບັດເຫດ”. ພາບ: ຕວຽນຮ໊ວນ.

ສຳລັບລາຍການແຂ່ງຂັນ “ເຂດອຸບັດເຫດ”, ກໍາລັງກ່ຽວຂ້ອງໄດ້ຮັບມອບໜ້າທີ່ຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມກອງກ່ຽວຂ້ອງ, ດຳເນີນການກວດກາ, ຕີລາຄາສະພາບການເຕັກນິກ, ລາຍງານຈັດສົ່ງລົດ Kamaz 43266 ຂອງບັນດາກົມກອງໄປຍັງເຂດເຕົ້າໂຮມ. ຈັດຕັ້ງການອົບຮົມ, ຝຶກແອບໃຫ້ກຳລັງສ້ອມແປງໃຫ້ມີຄວາມສາມາດຢ່າງພຽງພໍເພື່ອສຳເລັດໜ້າທີ່ໃນທຸກກໍລະນີ.

ທ່ານພົນຈັດຕະວາ ຮ່າຕ໊ວນກວນ, ຮອງຫົວໜ້າການເມືອງກົມໃຫຍ່ເຕັກນິກ, ກຳມະການຄະນະຈັດຕັ້ງການແຂ່ງຂັນປາດຖະໜາວ່າ ບົນພື້ນຖານແຜນການທີ່ໄດ້ອະນຸມັດຜ່ານ, ບັນດາອົງການ, ກົມກອງ, ກຳລັງກ່ຽວຂ້ອງຕ້ອງສົບທົບກັນ, ປະສົມປະສານຢ່າງແໜ້ນແຟ້ນ, ເຊີດຊູຄວາມຮັບຜິດຊອບ, ຄວາມສາມັກຄີ, ຊ່ວຍເຫຼືອກັນໃນການປະຕິບັດໜ້າທີ່. ພິເສດ, ຖັນແຖວພະນັກງານ, ພາລະກອນຮັບໜ້າທີ່ວຽກງານຮັບປະກັນດ້ານເຕັກນິກຕ້ອງຄົ້ນຄວ້າ, ຮ່ຳຮຽນ, ຍົກສູງຄວາມຮູ້ທຸກດ້ານ, ເຊີດຊູຄວາມຮັບຜິດຊອບ, ສູ້ຊົນປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນເຂົ້າຜົນສຳເລັດຂອງ Army Games 2021, ຜ່ານນັ້ນຢັ້ງຢືນໄດ້ຖານະບົດບາດ, ຄວາມສາມາດຂອງກອງທັບຫວຽດນາມ ກັບເພື່ອນມິດສາກົນ.

ໂດຍ: ແສງເດືອນ