ນັກຂ່າວ: ຂໍຮຽນທ່ານ, ທ່ານໃຫ້ຮູ້ກ່ຽວກັບໝາກຜົນພົ້ນເດັ່ນໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອາເມລິກາ ໃນຊຸມປີມໍ່ໆມານີ້? 

ທ່ານພັນເອກ Thomas M.Stevenson: ມີຫຼາຍສິ່ງທີ່ເຮັດໃຫ້ພວກເຮົາຮູ້ສຶກເອກອ້າງທະນົງໃຈກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະອາເມລິກາ ໃນຊຸມປີຜ່ານມາ. ກ່ອນອື່ນໝົດແມ່ນການຮ່ວມມືລະຫວ່າງສອງປະເທດໃນການເຄື່ອນໄຫວຊອກຄົ້ນອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ (MIA) ທີ່ໄດ້ເລີ່ມເຮັດມາກ່ອນນີ້ 30 ກວ່າປີແລ້ວ. ຫວ່າງມໍ່ໆມານີ້, ເຖິງວ່າພະຍາດໂຄວິດ-19 ໄດ້ເຮັດໃຫ້ຝ່າຍອາເມລິກາ ບໍ່ສາມາດສົ່ງນັກຊ່ຽວຊານມາຫວຽດນາມ ກໍ່ຕາມ, ແຕ່ຝ່າຍຫວຽດນາມ ຍັງດໍາເນີນການຊອກຄົ້ນ ແລະຈັດສົ່ງອັດຖິທະຫານອາເມລິກາ ກັບຄືນປະເທດໄດ້ 11 ຄັ້ງ. ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຕໍ່ການຊ່ວຍເຫຼືອຂອງຫວຽດນາມ ໃນກິດຈະກຳນີ້.

leftcenterrightdel
ທ່ານພັນເອກ Thomas M.Stevenson. ພາບ: qdnd.vn.

ແນ່ນອນວ່າ, ພວກເຮົາ ເຮັດໄດ້ຫຼາຍສິ່ງກວ່ານັ້ນ, ເປັນຕົ້ນແມ່ນເລື່ອງສອງປະເທດສົມທົບກັນຜັນຂະຫຍາຍການເຄື່ອນໄຫວເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມຢູ່ສອງແຂວງກວ໋າງບິ່ງ ແລະກວ໋າງຈີ້. ປັດຈຸບັນ, ພວກເຮົາກໍາລັງສຸມໃສ່ການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19, ເພາະວ່ານີ້ແມ່ນໜຶ່ງໃນບັນດາບັນຫາທີ່ມີຄວາມຈໍາເປັນທີ່ສຸດ. ພຽງແຕ່ໃນເດືອນ ກໍລະກົດ ນີ້, ລັດຖະບານອາເມລິກາ ໄດ້ມອບວັກຊິນກັນພະຍາດໂຄວິດ-19 ຈໍານວນ 5 ລ້ານໂດສ ໃຫ້ແກ່ຫວຽດນາມ ຜ່ານໂຄງການໂຄແວັກ.

ນັກຂ່າວ: ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມອາດຖືວ່າເປັນແບບຢ່າງທີ່ພົ້ນເດັ່ນໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ແລະອາເມລິກາ ເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ເວົ້າສະເພາະ. ຕາມທ່ານແລ້ວ, ການຮ່ວມມືນີ້ໄດ້ນໍາເອົາຜົນປະໂຫຍດຫຍັງແດ່ມາໃຫ້ສອງຝ່າຍ?

ທ່ານພັນເອກ Thomas M.Stevenson: ໃນຊຸມປີຜ່ານມາ, ອາເມລິກາ ໄດ້ລົງທຶນກ້ອນໃຫຍ່ໃສ່ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ແລະສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ລັດຖະບານສະຫະລັດ ອາເມລິກາ ພ້ອມແລ້ວທີ່ຈະແກ້ໄຂຜົນຮ້າຍຢ້ອນຫຼັງໂດຍສົງຄາມ ກໍ່ຂຶ້ນຢ່າງມີຄວາມຮັບຜິດຊອບ. ນອກຈາກການເຄື່ອນໄຫວ MIA ແລ້ວ, ອາດສາມາດເວົ້າເຖິງຄວາມມານະພະຍາຍາມ ເຊິ່ງສອງປະເທດໄດ້ດໍາເນີນໃນການກຳຈັດທາດພິດສີສົ້ມ/ດີໂອຊິນ, ເປັນຕົ້ນຄືໂຄງການຢູ່ດ່ານັ້ງ. ປັດຈຸບັນ, ສອງຝ່າຍກໍາລັງຜັນຂະຫຍາຍໂຄງການອື່ນຢູ່ສະໜາມບິນບຽນຮວ່າ ດ້ວຍຂອບຂະໜາດໃຫຍ່ກວ່າ. ໃນການເຄື່ອນໄຫວເກັບກູ້ລະເບີດບໍ່ທັນແຕກ, ພາຍຫຼັງການຮ່ວມມືຢ່າງແຮງຢູ່ແຂວງກວ໋າງຈີ້ ແລະກວ໋າງບິ່ງແລ້ວ, ວຽກງານເກັບກູ້ລະເບີດບໍ່ທັນແຕກກໍາລັງສືບຕໍ່ໄດ້ຮັບການເປີດກວ້າງຢູ່ແຂວງເທື່ອທຽນ-ເຫວ້. ຜ່ານການເຄື່ອນໄຫວຮ່ວມມືນັບແຕ່ຂັ້ນທ້ອງຖິ່ນຈົນເຖິງລະດັບຊາດ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດຍິ່ງນັບມື້ນັບໄດ້ຮັບການຊຸກຍູ້ກວ່າອີກ.

leftcenterrightdel
ເຮລິຄອບເຕີຂອງບໍລິສັດເຮລິຄອບເຕີພາກເໜືອ (ແມ່ທັບນ້ອຍ 18, ກະຊວງປ້ອງກັນປະເທດ) ໃນຖ້ຽວບິນໜຶ່ງທີ່ຮັບໃຊ້ການເຄື່ອນໄຫວ MIA. ພາບ: ຊວນນາມ.

ນັກຂ່າວ: ໃນໄລຍະຈະມາເຖິງ ສອງຝ່າຍຄວນສຸມໃສ່ ແລະຍູ້ແຮງການເຄື່ອນໄຫວລະອຽດຫຍັງແດ່ ເພື່ອຫັນກາລະໂອກາດຮ່ວມມືໃຫ້ປະກົດຜົນເປັນຈິງ?

ທ່ານພັນເອກ Thomas M.Stevenson: ຂ້າພະເຈົ້າ ຖືວ່າ ຫວຽດນາມ ແລະອາເມລິກາ ຍັງມີຫຼາຍໂອກາດເພື່ອພັດທະນາການຮ່ວມມື. ແຕ່ວ່າໃນປັດຈຸບັນ, ການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19 ແມ່ນບຸລິມະສິດສູງສຸດຂອງສອງປະເທດ. ພວກຂ້າພະເຈົ້າ ກໍກໍາລັງສົມທົບກັບຫວຽດນາມ ເພື່ອແກ້ໄຂສິ່ງທ້າທາຍທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ ພາຍຫຼັງພາຍຸລູກຕ່າງໆໄດ້ພັດຖະຫຼົ່ມບັນດາແຂວງພາກກາງຂອງຫວຽດນາມ ໃນປີກາຍ, ໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງທາງດ້ານຊັບສິນ ແລະຊີວິດ. ຫວັງວ່າ ໂລກລະບາດຈະໄດ້ຮັບການຄວບຄຸມໂດຍໄວ ເພື່ອໃຫ້ພວກເຮົາສາມາດສືບຕໍ່ດໍາເນີນການເຄື່ອນໄຫວຮ່ວມມືທີ່ໄດ້ຜັນຂະຫຍາຍກ່ອນໜ້ານີ້.

ນັກຂ່າວ: ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 28-29 ກໍລະກົດ 2021 ນີ້ຂອງທ່ານລັດຖະມົນຕີ Lloyd Austin ມີຄວາມໝາຍຄືແນວໃດຕໍ່ກັບການພັດທະນາການພົວພັນຫວຽດນາມ-ອາເມລິກາ ເວົ້າລວມ ແລະລະຫວ່າງກອງທັບສອງປະເທດ ເວົ້າສະພາະ, ຂໍຮຽນທ່ານ?

ທ່ານພັນເອກ Thomas M.Stevenson: ທ່ານລັດຖະມົນຕີ Lloyd Austin ເປັນຜູ້ຕາງໜ້າຂັ້ນສູງຄົນທໍາອິດໃນອໍານາດການປົກຄອງຂອງປະທານາທິບໍດີ Joe Biden ມາຢ້ຽມຢາມຫວຽດນາມ. ຂ້າພະເຈົ້າ ຫວັງວ່າ ປະຊາຊົນຫວຽດນາມ ຈະເຂົ້າໃຈ ແລະເຊື່ອໝັ້ນວ່າ, ອາເມລິກາ ເປັນຄູ່ຮ່ວມມືທີ່ໜ້າໄວ້ເນື່ອເຊື່ອໃຈ, ພິເສດແມ່ນໃນສະພາບພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນຄືໃນປັດຈຸບັນ. ຄື ຂ້າພະເຈົ້າ ໄດ້ກ່າວມາຂ້າງເທິງນີ້, ຫວຽດນາມ ໄດ້ໜູນຊ່ວຍອາເມລິກາ ຫຼາຍຢ່າງໃນການເຄື່ອນໄຫວ MIA. ຍ້ອນແນວນັ້ນ, ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້ຂອງທ່ານລັດຖະມົນຕີ Lloyd Austin, ຄາດຄະເນວ່າສອງຝ່າຍຈະເຊັນບົດບັນທຶກຊ່ວຍຈໍາ ເພື່ອແນໃສ່ຫັນກົນໄກໜູນຊ່ວຍຂອງອາເມລິກາ ຕໍ່ກັບຫວຽດນາມ ໃນການຊອກຄົ້ນທະຫານຫວຽດນາມ ທີ່ຫາຍສາບສູນໃນປາງສົງຄາມໃຫ້ເປັນທາງການ, ຈາກນັ້ນຕອບສະໜອງການຊ່ວຍເຫຼືອເຊິ່ງ ພວກເຈົ້າໄດ້ສະຫງວນໃຫ້ແກ່ພວກຂ້າພະເຈົ້າ ໃນຕະຫຼອດຫຼາຍສິບປີຜ່ານມາ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ໄຊຊະນະ