leftcenterrightdel
 ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ການເຈລະຈາ. ພາບ: ແອັງຫວູ.

ທີ່ການເຈລະຈາ, ເມື່ອແລກປ່ຽນທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນ, ສອງຝ່າຍຢັ້ງຢືນຄວາມສໍາຄັນຂອງຄວາມເສລີໃນການເດີນທະເລ, ການບິນ, ເຄົາລົບກົດໝາຍຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງການຂັດແຍ້ງທີ່ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຖືນີ້ແມ່ນຄວາມຮັບຜິດຊອບລວມຂອງປະເທດຕ່າງໆ ແລະປະຊາຄົມສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຂອງທຸກປະເທດຢູ່ພາກພື້ນ ແລະໃນໂລກ. ເລື່ອງ ການາດາ ເປີດຫ້ອງການທີ່ປຶກສາທູດປ້ອງກັນຊາດ ປະຈໍາ ຮ່າໂນ້ຍ ເປັນຂີດໝາຍສໍາຄັນໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ. ສອງຝ່າຍກໍ່ຖືວ່າ ການຮ່ວມມືດ້ານປ້ອງກັນຊາດພວມກາຍເປັນໜຶ່ງໃນບັນດາເນື້ອໃນສໍາຄັນໃນການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ການາດາ ແລະໄດ້ຮັບການຊຸກຍູ້ໃນບັນດາຂົງເຂດ, ຄື: ການເຈລະຈາ, ການປຶກສາຫາລື, ການກໍ່ສ້າງ, ຮັກສາສັນຕິພາບ, ການຮ່ວມມືໃນເວທີປາໄສຫຼາຍຝ່າຍ...

leftcenterrightdel
ບັນຍາກາດທີ່ການເຈລະຈາຜ່ານລະບົບທາງໄກຢູ່ຮ່າໂນ້ຍ. ພາບ: ແອັງຫວູ.

ກໍ່ທີ່ການເຈລະຈາ, ສອງຝ່າຍໄດ້ຮັບຮອງເອົາແຜນການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2021-2023, ເພື່ອເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍເນື້ອໃນບຸລິມະສິດຮ່ວມມືໃນໄລຍະຈະມາເຖິງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ແລະມຸ່ງໄປເຖິງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ການາດາ (1973-2023).

ສິ້ນສຸດການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານນາງ Jody Thomas ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກການເຈລະຈານະໂຍບາຍດ້ານປ້ອງກັນຊາດຫວຽດນາມ-ການາດາ ຄັ້ງທີ 1 ລະຫວ່າງຫົວໜ້າຄະນະປຶກສາຫາລືດ້ານປ້ອງກັນຊາດສອງປະເທດ.

ໂດຍ: ເຈິ່ນຮວ່ຽນ