ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ອັງກິດ ໄດ້ແບ່ງປັນທັດສະນະກັບຫວຽດນາມ ໃນການແກ້ໄຂບັນຫາທະເລຕາເວັນອອກ, ພ້ອມທັງຢັ້ງຢືນເຖິງຄວາມສຳຄັນຂອງສິດເສລີໃນການເດີນທະເລ, ການບິນ, ສະໜັບສະໜູນການເຄົາລົບກົດໝາຍ ແລະເນັ້ນໜັກວ່າ ຕ້ອງແກ້ໄຂບັນຫາຂັດແຍ້ງກັນໂດຍສັນຕິວິທີ, ອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn.

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ, ໂດຍສຸມໃສ່ບາງຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ສືບຕໍ່ຮັກສາກົນໄກຮ່ວມມືເຊິ່ງສອງຝ່າຍພວມຜັນຂະຫຍາຍໃຫ້ມີປະສິດທິຜົນ... ຫວຽດນາມ ສະໜັບສະໜູນອັງກິດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ບົນພື້ນຖານໄດ້ຮັບຄວາມເຫັນດີເຫັນພ້ອມຂອງອາຊຽນ, ພ້ອມທັງສະໜັບສະໜູນໃຫ້ອັງກິດ ຊຸກຍູ້ການຮ່ວມມືກັບອາຊຽນ ໃນນັ້ນມີການຮ່ວມມືດ້ານການທະຫານ - ການປ້ອງກັນຊາດ.

ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາາມ-ອັງກິດ ຈະມີບາດກ້າວເດີນໃໝ່ໃນບັນດາຂົງເຂດ, ເໝາະສົມກັບຜົນປະໂຫຍດຂອງແຕ່ລະປະເທດ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ຟານວັນຢາງ ກໍ່ສະເໜີວ່າ ໃນຂອບເຂດສິດອຳນາດຂອງຕົນ, ທ່ານລັດຖະມົນຕີ Robert Ben Lobban Wallace ຈະໜູນຊ່ວຍກະຊວງປ້ອງກັນປະເທດຫວຽດນາມ ໄດ້ສຳຜັດກັບວັກຊິນກັນໂຄວິດ-19.

ໂດຍ: ທະນາພອນ