ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີປ້ອງກັນປະເທດ/ຜູ້ຕາງໜ້າຂອງກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມື (ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ) ພ້ອມກັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi. ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນໂທ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ສະແດງໃຫ້ເຫັນຄວາມຕັດສິນໃຈລວມໝູ່ສືບຕໍ່ຊຸກຍູ້ການຮ່ວມມື

ກ່າວປາໄສໄຂກອງປະຊຸມ, ທ່ານພົນຈັດຕະວາ Pehin Datu Lailaraja Dato Paduka Seri Haji Awang Halbi bin Haji Md Yussof ສະແດງຄວາມປິຕິຊົມຊື່ນຕໍ່ການເຂົ້າຮ່ວມຢ່າງຄົບຖ້ວນຂອງບັນດາປະເທດທ່ີກອງປະຊຸມ ADMM+ ຄັ້ງທີ 8, ທ່ານເນັ້ນໜັກວ່າ ສິ່ງນີ້ໄດ້ສະແດງໃຫ້ເຫັນການສະໜັບສະໜູນທີ່ມີຕໍ່ ບຣູໄນ ໃນຖານະຕຳແໜ່ງປະທານອາຊຽນ 2021. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຜູ້ທີສອງຂອງ ບຣູໄນ ຕີລາຄາສູງຕໍ່ການສະໜັບສະໜູນ ແລະຄຳໝັ້ນສັນຍາຂອງບັນດາປະເທດຄູ່ຮ່ວມມືໃນຂອບເຂດ ADMM+, ຊີ້ແຈ້ງວ່າ ການເຂົ້າຮ່ວມຢ່າງຄົບຖ້ວນຂອງບັນດາປະເທດທີ່ກອງປະຊຸມ ADMM+ ຄັ້ງທີ 8 ສະແດງໃຫ້ເຫັນຄວາມຕັດສິນໃຈລວມໝູ່ສືບຕໍ່ຊຸກຍູ້ການຮ່ວມມືໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍຕ່າງໆ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 8. ພາບ: ຈ້ອງຫາຍ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຝ່າຍ ບຣູໄນ ລາຍງານໝາກຜົນກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນ ເປີດກວ້າງ (ADSOM+) ທີ່ໄດ້ປະຊຸມໃນເດືອນເມສາ 2021; ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ໄດ້ອັບເດດສະພາບການຮ່ວມມືຂອງອາຊຽນ ໃນໄລຍະຜ່ານມາ. ບັນດາຜູ້ແທນກໍ່ແລກປ່ຽນກ່ຽວກັບສະຖານະການຄວາມໝັ້ນຄົງໃນໂລກ ແລະພາກພື້ນ, ພິເສດແມ່ນສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່ທີ່ສົ່ງຜົນສະທ້ອນໂດຍກົງເຖິງພາກພື້ນ; ຕີລາຄາໝາກຜົນການຮ່ວມມືໃນຂອບເຂດ ADMM+  ໃນໄລຍະຜ່ານມາ.

“ພວກເຮົາແມ່ນຜູ້ນຳປ້ອງກັນຊາດເພື່ອສັນຕິພາບ”

ກ່າວຄຳເຫັນທີ່ກອງປະຊຸມ ADMM+ ຄັ້ງທີ 8, ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ເຖິງວ່າສັນຕິພາບ, ການຮ່ວມມື ແລະພັດທະນາຍັງຄົງແມ່ນທ່າອ່ຽງຕົ້ນຕໍ, ແຕ່ວ່າຢູ່ໃນນັ້ນຍັງຄົງມີຄວາມສ່ຽງຈາກໄພນາບຂູ່ຄວາມໝັ້ນຄົງແບບເກົ່າ, ແບບໃໝ່. ຄວາມສ່ຽງເຫຼົ່ານີ້ຈະສົ່ງຜົນສະທ້ອນໂດຍກົງເຖິງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະວັດທະນາຖາວອນຂອງພາກພື້ນ ຖ້າວ່າບັນດາປະເທດບໍ່ຮ່ວມກັນຄວບຄຸມຢ່າງມີປະສິດທິຜົນ, ພິເສດແມ່ນໃນການຕໍ່ສູ້ຕ້ານພະຍາດໂຄວິດ-19 ຄືໃນປະຈຸບັນ ແລະໃນໄລຍະຈະມາເຖິງ.

ທ່ານພົນໂທ ຟານວັນຢາງ ຕີລາຄາສູງຕໍ່ຫົວຂໍ້ປີອາຊຽນ 2021 ຂອງປະເທດປະທານບຣູໄນ; ທ່ານ ໄດ້ຢັ້ງຢືນເຖິງການສະໜັບສະໜູນຂໍ້ລິເລີ່ມຂອງ ບຣູໄນ ທີ່ຍົກອອກໃນປີອາຊຽນ 2021; ສືບຕໍ່ຊຸກຍູ້ຄຳໝັ້ນສັນຍາທີ່ບັນລຸໄດ້ໃນປີປະທານອາຊຽນ 2020 ຂອງຫວຽດນາມ, ພິເສດແມ່ນຂໍ້ລິເລີ່ມເພື່ອແນໃສ່ຟື້ນຟູຫຼັງໂຄວິດ-19; ພ້ອມທັງແບ່ງປັນກ່ຽວກັບບົດບາດຂອງກອງທັບປະຊາຊົນຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ສຳລັບບັນຫາຄວາມໝັ້ນຄົງທາງທະເລ ແລະຢູ່ທະເລຕາເວັນອອກ, ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ທຸກໆຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຕາມຫຼັກການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982) ຢ່າງເຂັ້ມງວດ, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດ ແລະມີປະສິດທິຜົນໂດຍໄວ, ແທດຈິງ, ເໝາະສົມກັບກົດໝາຍສາກົນ; ລະງັບໃຈທີ່ສຸດ, ບໍ່ມີການກະທຳທີ່ເຮັດໃຫ້ສະພາບການເຄັ່ງຕຶງ ແລະສັບສົນຂຶ້ນຕື່ມ.

ເມື່ອເນັ້ນໜັກເຖິງປີ 2021 ເປັນຂີດໝາຍໄລຍະທາງ 15 ປີ ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM), ທ່ານພົນໂທ ຟານວັນຢາງ ໃຫ້ຮູ້ວ່າ ດ້ວຍບົດບາດແມ່ນກົນໄກຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ມີຄວາມສຳຄັນຢູ່ອາຊີ-ປາຊີຟິກ, ກົນໄກນີ້ແມ່ນກຳລັງໜູນ, ເປັນແກ່ນສານໃຫ້ແກ່ການຮ່ວມມືຂອງ ADMM+. ບັນດາທ່ານລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ເຫັນດີເປັນເອກະພາບວ່າຈະສືບຕໍ່ຈັດຕັ້ງ ADMM+ ເປັນປະຈໍາປີ, ສິ່ງນີ້ໄດ້ສະແດງໃຫ້ເຫັນອາຊຽນ ເອົາໃຈໃສ່ ແລະຕີລາຄາສູງຕໍ່ການຮ່ວມມືຂອງບັນດາປະເທດຄູ່ຮ່ວມມືຕໍ່ກັບກົນໄກ ADMM ແລະ ADMM+ ທີ່ເຄີຍໄດ້ຢັ້ງຢືນບົດບາດຂອງຕົນຕໍ່ກັບໂຄງປະກອບຄວາມໝັ້ນຄົງຢູ່ພາກພື້ນ. ທ່ານພົນໂທ ຟານວັນຢາງ ກ່າວວ່າ "ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍນ້ຳໃຈໄມຕີຈິດມິດຕະພາບ, ແທດຈິງຜ່ານການເຈລະຈາ ແລະຮ່ວມມືຢ່າງແທ້ຈິງ, ຖືກຕາມຄະຕິທຳນັບແຕ່ຊຸມວັນທຳອິດຂອງການສ້າງຕັ້ງ ADMM ແລະ ADMM+, ກົນໄກຮ່ວມມືຂອງພວກເຮົາຈະສືບຕໍ່ແມ່ນກຳລັງໜູນຕົ້ນຕໍເພື່ອປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ".

ກອງປະຊຸມ ADMM+ ຄັ້ງທີ 8 ໄດ້ຮັບຮອງເອົາຖະແຫຼງການ Bandar Seri Begawan  ຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດ ADMM+ ວ່າດ້ວຍການຊຸກຍູ້ອາຊຽນ ກຽມພ້ອມໃຫ້ອະນາຄົດ, ສັນຕິພາບ ແລະວັດທະນາຖາວອນ. ຕາມນັ້ນແລ້ວ, ລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ແລະ 8 ປະເທດຄູ່ຮ່ວມມື ອີກເທື່ອໜຶ່ງໄດ້ຢັ້ງຢືນວ່າ ອາຊຽນ ແມ່ນກຳລັງໜູນຊຸກຍູ້ໃນ ADMM+, ການຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດຄູ່ຮ່ວມມືບົນຈິດໃຈຍົກສູງຄວາມຮັບຜິດຊອບລວມໝູ່ ແລະມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຊຸກຍູ້ຄວາມໄວ້້ເນື້ອເຊື່ອໃຈ; ຮັບຮູ້ສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ເຄີຍມີມາກ່ອນ ເຊິ່ງພາກພື້ນ ແລະໂລກຕ້ອງປະເຊີນໜ້າກໍ່ຄືຜົນຕາມມາຂອງໄພນາບຂູ່ຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່ທີ່ພວມປະກົດຂຶ້ນ, ໃນນັ້ນມີພະຍາດໂຄວິດ-19...

ຫວຽດນາມ ສືບຕໍ່ຢັ້ງຢືນບົດບາດແມ່ນສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິິດຊອບ

ແບ່ງປັນກັບສື່ມວນຊົນກ່ຽວກັບໝາກຜົນຂອງກອງປະຊຸມ  ADMM-15 ແລະກອງປະຊຸມ ADMM+ ຄັ້ງທີ 8 ໂດຍ ບຣູໄນ ເປັນປະເທດເຈົ້າພາບຈັດຕັ້ງຜ່ານລະບົບທາງໄກທີ່ດຳເນີນໃນລະຫວ່າງວັນທີ 15-16 ມິຖຸນາ, ທ່ານພົນຕີ ຫວູຈ໊ຽນຖັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ. ສິ່ງລວມທີ່ສຸດທີ່ບັນລຸໄດ້ໃນກອງກອງປະຊຸມຄັ້ງນີ້ແມ່ນສືບຕໍ່ຮັກສາໄດ້ຄວາມເຫັນດີເຫັນພ້ອມລະຫວ່າງບັນດາປະເທດອາຊຽນ ແລະປະເທດຄູ່ຮ່ວມມືຕ່າງໆ. ໄມຕີຈິດມິດຕະພາບ, ການຮ່ວມມືແມ່ນທ່າອ່ຽງລວມໃນ  ADMM ແລະ ADMM+ ດ້ວຍບົດບາດແມ່ນກົນໄກຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ມີຄວາມສຳຄັນຂອງພາກພື້ນ.

ທ່ານພົນຕີ ຫວູຈ້ຽນຖັ໊ງ ກໍ່ໃຫ້ຮູ້ວ່າ ເພື່ອແນໃສ່ສືບຕໍ່ຢັ້ງຢືນບົດບາດຂອງຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບໃນຂອບການຮ່ວມມືດ້ານປ້ອງກັນຊາດອາຊຽນ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນ ແລະຄູ່ຮ່ວມມືຕ່າງໆ, ຜ່ານນັ້ນສືບທອດຜົນສຳເລັດຂອງປີປະທານອາຊຽນ 2020, ພ້ອມທັງສະແດງໃຫ້ເຫັນການສະໜັບສະໜູນທີ່ມີຕໍ່ ບຣູໄນ ໃນປີປະທານອາຊຽນ 2021, ນັບແຕ່ກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນຕະຫຼອດຮອດຂັ້ນເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນ (ADSOM) ແລະຂັ້ນລັດຖະມົນຕີປ້ອງກັນປະເທດ, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າຕໍ່ການແລກປ່ຽນ, ປຶກສາຫາລື, ປະກອບສ່ວນເຂົ້າໃນການສ້າງເນື້ອໃນ, ເອກະສານຕ່າງໆ.

ທ່ານພົນຕີ ຫວູຈ໊ຽນຖັ໊ງ ຢືນຢັນວ່າ “ຝ່າຍ ບຣູໄນ ຕີລາຄາສູງຕໍ່ການໜູນຊ່ວຍຂອງຫວຽດນາມ ແລະນັ້ນແມ່ນວິທີທີ່ພວກເຮົາປະກອບສ່ວນເຂົ້າຜົນສຳເລັດຂອງກອງປະຊຸມ ADMM+ ຄັ້ງທີ 8. ພວກເຮົາມີຄວາມພາກພູມໃຈຍ້ອນວ່າຖະແຫຼງການທີ່ກອງປະຊຸມ ADMM+ ຄັ້ງທີ 8 ຮັບຮອງເອົາຫຼາຍເນື້ອໃນໄດ້ສືບທອດມາຈາກຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດ ADMM+ ກ່ຽວກັບວິໄສທັດຍຸດທະສາດຄວາມໝັ້ນຄົງຂອງ ADMM+ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມ ADMM+ ຄັ້ງທີ 7 ໃນປີກາຍ, ປີຫວຽດນາມເປັນປະທານອາຊຽນ 2020. ບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມການປ້ອງກັນຊາດ, ການທະຫານໂດຍ ບຣູໄນ ເປັນປະເທດເຈົ້າພາບຈັດຕັ້ງ, ບັນດາເອກະສານກໍ່ຄືຄວາມເຫັນດີເປັນເອກະພາບຢ່າງສູງຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມືໄດ້ສະແດງໃຫ້ເຫັນເນື້ອໃນຈິດໃຈຄືດັ່ງສານຂອງທ່ານລັດຖະມົນຕີປ້ອງກັນປະເທດຫວຽດນາມ ຟານວັນຢາງ ກ່າວທີ່ກອງປະຊຸມ ADMM+ ຄັ້ງທີ 8: “ພວກເຮົາແມ່ນຜູ້ນຳປ້ອງກັນຊາດເພື່ອສັນຕິພາບ”.

ໂດຍ: ແສງເດືອນ