ກໍາລັງເຂົ້າຮ່ວມການລາດຕະເວນຄັ້ງນີ້ລວມມີ: ກໍາປັ່ນໝາຍເລກ 251 ຂຶ້ນກັບກອງພົນນ້ອຍ 127, ທະຫານເຮືອປະຊາຊົນຫວຽດນາມ ເຂດ 5 ແລະກໍາປັ່ນໝາຍເລກ  1142 ຂອງທະຫານເຮືອລາດຊະວົງກໍາປູເຈຍ.

leftcenterrightdel
ກໍາປັ່ນໝາຍເລກ 1142 ຂອງທະຫານເຮືອລາດຊະວົງກໍາປູເຈຍ. ພາບ: qdnd.vn.

ສອງຝ່າຍໄດ້ສົມທົບກັນຝຶກແອບບັນດາເນື້ອໃນ, ຄື: ຊອກຫາກູ້ໄພກູ້ຊີບ,  ສະກັດກັ້ນ ແລະປາບປາມໂຈນສະຫຼັດ, ການຄ້າເຖື່ອນ, ການຂົນສົ່ງຢາເສບຕິດ, ອາວຸດ, ທາດລະເບີດທີ່ຜິດກົດໝາຍ. ກໍ່ໃນຂອບເຂດການລາດຕະເວນ, ສອງຝ່າຍໄດ້ຝຶກແອບການນໍາໃຊ້ທຸງ, ແສງໄຟສົ່ງສັນຍານ; ພ້ອມທັງແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບພະຍາດໂຄວິດ-19 ເພື່ອມີມາດຕະການສະກັດກັ້ນຜູ້ລັກລອບເຂົ້າເມືອງ.

ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນ, ການສົມທົບກັນຢ່າງແໜ້ນແຟ້ນ, ການລາດຕະເວນຮ່ວມຄັ້ງທີ 63 ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃນເຂດແດນທະເລລະຫວ່າງຫວຽດນາມ-ກໍາປູເຈຍ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນສອງປະເທດພັດທະນາເສດຖະກິດທະເລ.

ໂດຍ: ເຈິ່ນຮວ່ຽນ