ນັກຂ່າວ: ຂໍຮຽນທ່ານພົນເອກ ຫງວຽນຈ້ອງເຫງັຍ, ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ທີ່ນຳສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ຍົກອອກສານທີ່ມີລັກສະນະຮຽກຮ້ອງປະຊາຊົນເປັນຢ່າງສູງ. ຕາມສະຫາຍ, ສານ, ຄຳຮຽກຮ້ອງເຫຼົ່ານີ້ມີຄວາມໝາຍຄືແນວໃດຕໍ່ກັບເປົ້າໝາຍຂອງຫວຽດນາມ ວາງອອກ ນັ້ນແມ່ນຮອດປີ 2045 ໃຫ້ກາຍເປັນປະເທດພັດທະນາມີລາຍຮັບສູງ?
ທ່ານພົນເອກ ຫງວຽນຈ້ອງເຫງັຍ: ກອງປະຊຸມໃຫຍ່ຂອງພັກທຸກຄັ້ງລ້ວນແຕ່ມີຄວາມໝາຍສຳຄັນທີ່ສຸດ, ແຕ່ກອງປະຊຸມໃຫຍ່ ຄັ້ງທີ XIV ແມ່ນເຫດການການເມືອງທີ່ສໍາຄັນຍິ່ງ ແລະພິເສດທີ່ສຸດ. ກອງປະຊຸມໃຫຍ່ຄັ້ງນີ້ ຫວຽດນາມ ບໍ່ພຽງແຕ່ຕີລາຄາ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ເທົ່ານັ້ນ, ແຕ່ຍັງຕີລາຄາ 40 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່ໃນຈຸດເວລາທີ່ເປີດໄລຍະໃໝ່ອີກດ້ວຍ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງັຍ ໃຫ້ສໍາພາດຕໍ່ສື່ມວນຊົນຢູ່ນອກກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ພາບ: qdnd.vn |
ດັ່ງທີ່ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ກ່າວວ່າ, ນີ້ແມ່ນຈຸດເວລາປະຫວັດສາດເພື່ອໃຫ້ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການພັດທະນາຂອງຊາດຫວຽດນາມ, ເພື່ອເປົ້າໝາຍສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ ແລະຜາສຸກ. ກອງປະຊຸມໃຫຍ່ຄັ້ງນີ້ ກໍແມ່ນໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນພື້ນຖານ ແລະເງື່ອນໄຂເພື່ອປະຕິບັດຄວາມຄາດຫວັງຂອງປະຊາຊົນ ແລະຄວາມປາດຖະໜາສຸດທ້າຍຂອງປະທານໂຮ່ຈີມິນ ໃຫ້ໄດ້ຄືດັ່ງໃນຄຳພິໄນກໍາຂອງເພິ່ນແມ່ນເຮັດແນວໃດໃຫ້ປະເທດຫວຽດນາມ ມີສັນຕິພາບ, ເອກະພາບ, ເອກະລາດ, ຮັ່ງມີເຂັ້ມແຂງ ແລະຄຽງບ່າຄຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນຫ້າທະວີບ.
ສານຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ຍົກອອກໃນວາລະໄຂກອງປະຊຸມໃຫຍ່ ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຢ່າງໜັກແໜ້ນ, ພ້ອມດຽວກັນນັ້ນ ກໍແມ່ນຄວາມຄາດຫວັງໃໝ່, ແມ່ນການບຸກທະລຸກ່ຽວກັບການກະທຳ. ກອງປະຊຸມໃຫຍ່ ໄດ້ສົ່ງສານກ່ຽວກັບຈິດໃຈ “ສາມັກຄີ-ປະຊາທິປະໄຕ-ວິໄນ-ບຸກທະລຸ-ພັດທະນາ”.
ວິທີການ, ແບບວິທີໃນການສ້າງເອກະສານ ກໍສະແດງໃຫ້ເຫັນການປ່ຽນແປງໃໝ່ເຊິ່ງມີຄວາມສໍາຄັນທີ່ສຸດ, ນັບແຕ່ເລື່ອງສັງລວມເອກະສານຈໍານວນສາມສະບັບ ລວມມີ: ບົດລາຍງານການເມືອງ, ບົດລາຍງານເສດຖະກິດ-ສັງຄົມ ແລະບົດລາຍງານສະຫຼຸບວຽກງານກໍ່ສ້າງພັກ ເຂົ້າເປັນບົດລາຍງານສະບັບດຽວ. ບໍ່ພຽງແຕ່ເປັນຄໍາຮຽກຮ້ອງປະຊາຊົນເທົ່ານັ້ນ ບົດລາຍງານດັ່ງກ່າວຍັງມີລັກສະນະການກະທຳ ແລະມີຄວາມເປັນໄປໄດ້ສູງເພື່ອເຕົ້າໂຮມ, ເປັນເອກະພາບພາຍໃນພັກ ແລະສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນເພື່ອປະຕິບັດບັນດາເປົ້າໝາຍ, ໂດຍສະເພາະແມ່ນບັນດາເປົ້າໝາຍທີ່ມີລັກສະນະບຸກທະລຸທາງຍຸດທະສາດ.
ນັກຂ່າວ: ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກກອງທັບ ແລະຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ກໍານົດການກໍ່ສ້າງກອງທັບປະຊາຊົນປະຕິວັດ, ມີແບບແຜນ, ແຫຼມຄົມ, ທັນສະໄໝເລີ່ມແຕ່ອາຍຸການນີ້; ໃນນັ້ນກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ ແມ່ນພື້ນຖານເພື່ອຕັດສິນຜົນສໍາເລັດ, ຮຽນສະຫາຍ ຈົ່ງອະທິບາຍແຈ້ງກວ່າກ່ຽວກັບບັນຫານີ້?
ທ່ານພົນເອກ ຫງວຽນຈ້ອງເຫງັຍ: ເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ເມື່ອເວົ້າເຖິງໜ້າທີ່ປົກປັກຮັກສາປະເທດຊາດ, ການກໍ່ສ້າງກຳລັງປະກອບອາວຸດເວົ້າລວມ, ເວົ້າສະເພາະແມ່ນກໍ່ສ້າງກອງທັບ, ໄດ້ປຶກສາຫາລືຫຼາຍທັດສະນະໃຫຍ່ ຄື: ທັດສະນະຮັບປະກັນການນຳພາເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ຕໍ່ກັບກອງທັບ; ທັດສະນະກໍ່ສ້າງກອງທັບປະຕິວັດ, ມີແບບແຜນ, ແຫຼມຄົມ, ທັນສະໄໝ; ທັດສະນະກໍ່ສ້າງອົງຄະນະພັກກອງທັບໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນແບບຢ່າງ, ດີເດັ່ນ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງັຍ ຢ້ຽມຢາມຖາມຂ່າວ ແລະໃຫ້ກໍາລັງໃຈພະນັກງານ, ນັກຂ່າວທີ່ສູນສື່ມວນຊົນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ພາບ: qdnd.vn |
ເພື່ອຫັນທັດສະນະດັ່ງກ່າວໃຫ້ເປັນລະອຽດ, ໃນຄັ້ງນີ້ ພັກກອມມູນິດຫວຽດນາມ ໄດ້ວາງທິດນໍາກະທໍາຢ່າງຊັດເຈນທີ່ສຸດ, ນັ້ນແມ່ນສືບຕໍ່ກໍ່ສ້າງກອງທັບ ໃຫ້ມີຄວາມຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະປະຊາຊົນ; ເປັນກຳລັງທາງການເມືອງ, ກຳລັງສູ້ຮົບທີ່ຈົ່ງຮັກພັກດີຂອງພັກ, ປະເທດຊາດ ແລະປະຊາຊົນຫວຽດນາມ ແລະຕ້ອງສືບຕໍ່ກໍ່ສ້າງ, ແຜ່ຂະຫຍາຍພາບພົດ, ຄຸນຄ່າອັນສູງສົ່ງຂອງທະຫານລຸງໂຮ່; ກອງທັບແມ່ນມາຈາກປະຊາຊົນ ແລະຕໍ່ສູ້ເພື່ອປະຊາຊົນ. ພ້ອມດຽວກັນນັ້ນ, ໃນເອກະສານ, ພາລະບົດບາດຂອງກອງທັບ ສືບຕໍ່ໄດ້ຮັບການຢັ້ງຢືນຢ່າງຈະແຈ້ງກວ່າໃນສັງກາດໃໝ່, ນັ້ນແມ່ນພາລະບົດບາດໃນການສູ້ຮົບ, ພາລະບົດບາດໃນການປະຕິບັດໜ້າທີ່ວຽກງານ, ພາລະບົດບາດໃນການອອກແຮງງານທໍາການຜະລິດ.
ຈາກທັດສະນະ ແລະເປົ້າໝາຍກໍ່ສ້າງນັ້ນ, ຫວຽດນາມ ຕ້ອງຜັນຂະຫຍາຍຫຼາຍມາດຕະການ, ນັບແຕ່ການສຸມໃສ່ກໍ່ສ້າງອົງຄະນະພັກ ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ; ການສ້າງຄວາມສາມັກຄີ, ກໍ່ສ້າງຍົກສູງຄຸນນະພາບການອົບຮົມຫັດແອບສູ້ຮົບ, ເປັນເຈົ້າຂອງວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃໝ່ວິທີການນຳພາ, ການເຊື່ອມໂຍງເຂົ້າກັບສາກົນ ແລະສະໜິດຕິດພັນກັບປະຊາຊົນ. ຂ້າພະເຈົ້າ ຖືວ່າເພື່ອຫັນແຜນນະໂຍບາຍໃຫຍ່ຂອງພັກໃຫ້ປະກົດຜົນເປັນຈິງ, ທົ່ວກອງທັບ ຕ້ອງຊາບຊຶມຢ່າງເລິກເຊິ່ງ ແລະຜັນຂະຫຍາຍປະຕິບັດຕາມການຊີ້ນໍາຂອງສະຫາຍເລຂາທິການໃຫຍ່ທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XII ແລະວາລະກອງປະຊຸມຄັ້ງທີ 15 ຂອງຄະນະພັກການທະຫານສູນກາງ ກ່ຽວກັບ “2 ຍຶດໝັ້ນ, 2 ຍູ້ແຮງ, 2 ສະກັດກັ້ນ” ແລະ “5 ໝັ້ນຄົງເຂັ້ມແຂງ” ຢ່າງມີປະສິດທິພາບ.
ນັ້ນແມ່ນຍຶດໝັ້ນແນວທາງການທະຫານ, ການປ້ອງກັນຊາດຂອງພັກ; ຍຶດໝັ້ນການກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ; ຍູ້ແຮງການກໍ່ສ້າງກອງທັບປະຊາຊົນປະຕິວັດ, ມີແບບແຜນ, ແຫຼມຄົມ, ທັນສະໄໝ; ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ; ສະກັດກັ້ນຄວາມສ່ຽງທີ່ອາດຈະເກີດສົງຄາມ, ການປະທະກັນ; ສະກັດກັ້ນທຸກປະກົດການການເສຍທາດຂາດຄຸນທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການດຳລົງຊີວິດ, “ການຜັນແປດ້ວຍຕົນເອງ”, “ການຫັນປ່ຽນດ້ວຍຕົນເອງ” ໃນອົງຄະນະພັກກອງທັບ ແລະທົ່ວກອງທັບ. ທິດນໍາ “5 ໝັ້ນຄົງເຂັ້ມແຂງ” ນັ້ນແມ່ນ: ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ໝັ້ນຄົງເຂັ້ມແຂງດ້ານລະບຽບວິໄນ, ໝັ້ນຄົງເຂັ້ມແຂງດ້ານເຕັກໂນໂລຊີ, ໝັ້ນຄົງເຂັ້ມແຂງດ້ານສິລະປະຍຸດການທະຫານ ແລະໝັ້ນຄົງເຂັ້ມແຂງທາງດ້ານຊີວິດການເປັນຢູ່ຂອງທະຫານ.
ນັກຂ່າວ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ເປັນກອງປະຊຸມໃຫຍ່ທີ່ມີຄວາມໝາຍທາງປະຫວັດສາດທີ່ສໍາຄັນຍິ່ງຕໍ່ກັບພັກ ແລະຊົນຊາດ, ເປີດໄລຍະພັດທະນາໃໝ່ຂອງປະເທດຊາດ. ຕາມສະຫາຍ, ບັນດາອົງການສື່ມວນຊົນ ມີບົດບາດຄືແນວໃດໃນການປະກອບສ່ວນໂຄສະນາເຜີຍແຜ່ບັນດາການ ກໍານົດທິດຈາກກອງປະຊຸມໃຫຍ່ເພື່ອແຜ່ຂະຫຍາຍໃຫ້ປະຊາຊົນທຸກຊັ້ນຄົນຢ່າງເລິກເຊິ່ງກວ້າງຂວາງ?
ທ່ານພົນເອກ ຫງວຽນຈ້ອງເຫງັຍ: ຂ້າພະເຈົ້າເປັນກຽດທີ່ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກທັງສາມສະໄໝ. ສໍາລັບກອງປະຊຸມໃຫຍ່ຄັ້ງນີ້, ຂ້າພະເຈົ້າມີຄວາມຮູ້ສຶກວ່າພິເສດທີ່ສຸດ. ພ້ອມກັບວຽກງານກະກຽມກອງປະຊຸມໃຫຍ່, ວຽກງານໂຄສະນາເຜີຍແຜ່ທີ່ພັກ, ໂດຍກົງແມ່ນກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳຕັ້ງແຕ່ຫົວທີ. ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ, ກະຊວງຖະແຫຼງຂ່າວ ແລະສື່ສານ ໃນເມື່ອກ່ອນ ແລະປັດຈຸບັນແມ່ນກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ພ້ອມກັບອົງການທີ່ກ່ຽວຂ້ອງ, ພິເສດແມ່ນອົງການສື່ມວນຊົນໄດ້ກະກຽມຢ່າງເປັນເຈົ້າການ, ຮອບດ້ານ ແລະມີແຜນການຢ່າງເປັນລະບົບ, ຜ່ານນັ້ນດຶງດູດຄວາມສົນໃຈຂອງປະຊາຊົນທຸກຊັ້ນຄົນເປັນຈໍານວນຫຼວງຫຼາຍ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງັຍ ຢ້ຽມຢາມຖາມຂ່າວ ແລະໃຫ້ກໍາລັງໃຈນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ສູນສື່ມວນຊົນ. ພາບ: qdnd.vn |
ດ້ວຍຈິດໃຈ, ຄວາມຮັບຜິດຊອບ ແລະອາລົມຈິດຂອງຕົນຕໍ່ກອງປະຊຸມໃຫຍ່, ບັນດາສະຫາຍການນໍາ, ລວມທັງບັນດາສະຫາຍການນໍາສູງສຸດຂອງພັກ, ລັດ, ບັນດາສະຫາຍການນໍາຂອງທ້ອງຖິ່ນໃນລະບົບການເມືອງ ລ້ວນແຕ່ເຂົ້າຮ່ວມໃນວຽກງານໂຄສະນາເຜີຍແຜ່, ໃຫ້ຂໍ້ມູນໂດຍກົງ, ໃຫ້ສໍາພາດຕໍ່ອົງການສື່ມວນຊົນ. ຂ້າພະເຈົ້າ ມີຄວາມພາກພູມໃຈທີ່ສຸດ ເພາະວ່າສິ່ງນີ້ໄດ້ສ້າງບັນຍາກາດທີ່ໃກ້ຊິດສະໜິດໜົມລະຫວ່າງຄະນະພັກທຸກຂັ້ນ, ລະຫວ່າງການນຳ, ໂດຍສະເພາະແມ່ນຜູ້ນໍາໜ້າ ໃນການພົວພັນທີ່ໃກ້ຊິດຕິດແທດກັບປະຊາຊົນໃນບໍລິເວນຂອງຕົນ ກໍຄືກັບປະຊາຊົນໃນທົ່ວປະເທດ. ພ້ອມກັນນັ້ນ, ຍັງໄດ້ກໍານົດທິດ, ເຮັດແຈ້ງບັນດາບັນຫາຕ່າງໆທີ່ປະຊາຊົນໃຫ້ຄວາມສົນໃຈ, ເພື່ອໃຫ້ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງກວ່າ, ຈະແຈ້ງກວ່າ ແລະມີຄວາມເຊື່ອໝັ້ນກວ່າອີກ ຕໍ່ໄຊຊະນະຂອງພາລະກິດປະຕິວັດ.
ຄຽງຂ້າງນັ້ນ, ວຽກງານໂຄສະນາເຜີຍແຜ່ທີ່ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບການຜັນຂະຫຍາຍດ້ວຍຫຼາຍເນື້ອໃນທີ່ຮອບດ້ານ, ຄົບຖ້ວນ, ມີລັກສະນະສັງລວມ, ກ່ຽວກັບຜົນງານ 40 ປີ ແຫ່ງການປ່ຽນແປງໃໝ່, ກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຕິດພັນກັບການຍູ້ແຮງການໂຄສະນາເຜີຍແຜ່ສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ພ້ອມດຽວກັນນັ້ນ, ຂ້າພະເຈົ້າ ຕີລາຄາສູງຕໍ່ເລື່ອງຫວຽດນາມ ໄດ້ຕັ້ງໜ້ານຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານການສື່ສານ. ສິ່ງນີ້ບໍ່ພຽງແຕ່ຢືນຢັນລັກສະນະປະຕິວັດ, ລັກສະນະເປັນມືອາຊີບ, ລັກສະນະທັນສະໄໝເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນວ່າ ຫວຽດນາມ ສາມາດສ້າງ "ທ່າສະໜາມ" ໃນວຽກງານຖະແຫຼງຂ່າວ ແລະໂຄສະນາເຜີຍແຜ່, ທັງທັນສະໄໝ, ທັງແຜ່ຂະຫຍາຍຢ່າງວ່ອງໄວ, ເຂັ້ມແຂງ ແລະຫຼາກຫຼາຍພາຫະນະໃນຫຼາຍລະບົບຖະແຫຼງຂ່າວ ແລະການສື່ສານທີ່ແຕກຕ່າງກັນ ເພື່ອໃຫ້ຜູ້ອ່ານພາຍໃນປະເທດ ກໍຄືເພື່ອນມິດສາກົນ ໄດ້ເຂົ້າເຖິງຂໍ້ມູນຈາກກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງວ່ອງໄວ ແລະຫຼາຍທີ່ສຸດ.
ໃນນັ້ນ, ສວມບົດບາດຫຼັກແຫຼ່ງແກ່ນສານແມ່ນສູນສື່ມວນຊົນຂອງກອງປະຊຸມໃຫຍ່ ແລະຖັນແຖວສື່ມວນຊົນ, ໂດຍສະເພາະແມ່ນບັນດາອົງການສື່ມວນຊົນຫຼັກແຫຼ່ງ - ພາຍຫຼັງການສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດ, ໄດ້ມີການເຄື່ອນໄຫວນັບມື້ນັບມີປະສິດທິພາບ, ປະສິດທິຜົນ ແລະຮັກສາໄດ້ການກໍານົດທິດ ຄືດັ່ງຄວາມປາດຖະໜາຂອງສູນກາງ, ຂອງກົມການເມືອງ, ຄະນະເລຂາທິການ ກໍຄືຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ແລະປະຊາຊົນພາຍໃນປະເທດ ແລະເພື່ອນມິດສາກົນ.
ນັກຂ່າວ: ຂໍສະແດງຄວາມຂອບໃຈມາຍັງສະຫາຍ!
ໂດຍ: ໄຊຊະນະ