ທີ່ກອງປະຊຸມ ADMM-15, ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຕີລາຄາການຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+) ປະຈໍາປີ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ຈ້ອງຫາຍ.

ຕາມທ່ານພົນໂທ ຟານວັນຢາງ, ການຈັດກອງປະຊຸມ ADMM+ ປະຈໍາປີ ໄດ້ຕອບສະໜອງຄວາມປາດຖະໜາຂອງບັນດາປະເທດສະມາຊິກ ADMM+ ໃນການເພີ່ມທະວີແລກປ່ຽນທັດສະນະ, ພິເສດແມ່ນໃນສະພາບໂລກ, ພາກພື້ນມີການຜັນແປຫຼາຍຢ່າງ, ກໍ່ຄືໃຫ້ຄໍາໝັ້ນສັນຍາພ້ອມກັນຊຸກຍູ້ການຮ່ວມມືຢ່າງແທດຈິງ ເພື່ອປະກອບສ່ວນໃຫ້ສັນຕິພາບ, ການຮ່ວມມື, ການພັດທະນາຂອງພາກພື້ນ ແລະໃນໂລກກວ່າອີກ. ທ່ານພົນໂທ ຟານວັນຢາງ ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີສືບຕໍ່ຈັດ ADMM+ ເປັນປະຈໍາປີ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຢູ່ຮ່າໂນ້ຍ. ພາບ: ຈ້ອງຫາຍ

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຕໍ່ວຽກງານກະກຽມໃຫ້ກອງປະຊຸມ ADMM+ ຄັ້ງທີ 8. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ Bandar Seri Begawan ສະເຫຼີມສະຫຼອງ 15 ປີແຫ່ງ ADMM ມຸ່ງໄປເຖິງອາຊຽນ ກຽມພ້ອມໃຫ້ອະນາຄົດ, ສັນຕິພາບ ແລະວັດທະນາຖາວອນ. ບັນດາລັດຖະມົນຕີໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ຍູ້ແຮງການຮ່ວມມືເພື່ອຮັບມືກັບໂລກລະບາດຕາມການແນະນຳຂອງຂອບຟື້ນຟູສັງລວມອາຊຽນ ແລະຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ກ່ຽວກັບການຮ່ວມມືປ້ອງກັນຊາດໃນການຮັບມືກັບໂລກລະບາດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ ADMM-15 ທີ່ໄດ້ຈັດຕັ້ງຜ່ານລະບົບທາງໄກ. ພາບ: ຈ້ອງຫາຍ.

ລັດຖະມົນຕີບັນດາປະເທດອາຊຽນ ກໍ່ເນັ້ນໜັກເຖິງຄຳໝັ້ນສັນຍາຂອງທຸກຝ່າຍໃນການຮ່ວມມືສັນຕິພາບ ແລະມີລັກສະນະສ້າງສັນ ເພື່ອໃຫ້ທະເລຕາເວັນອອກກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຜ່ານການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ, ມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ, ລວມທັງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ຕາມແຜນການທີ່ໄດ້ເຫັນດີເປັນເອກະພາບ...

ໂດຍ: ທະນາພອນ