ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ສະແດງຄວາມຂອບໃຈຕໍ່ອາລົມຈິດ ແລະຄວາມເອົາໃຈໃສ່, ສະໜັບສະໜູນຂອງທ່ານເອກອັກຄະລັດຖະທູດ Pranay Verma ໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດຫວຽດນາມ ແລະອິນເດຍ ເວົ້າສະເພາະ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືອິນເດຍ ແມ່ນເພື່ອນມິດທີ່ຈິງໃຈ, ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນນະໂຍບາຍ “ການກະທໍາທາງທິດຕາເວັນອອກ” ຂອງ ອິນເດຍ.

ທ່ານເອກອັກຄະລັດຖະທູດ Pranay Verma ໄດ້ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານພົນໂທ ຫງວຽນຈີ໊ວິ້ງ ໃນການຊຸກຍູ້ສາຍພົວພັນຮ່ວມມືດ້ານປ້ອງກັນຊາດອິນເດຍ - ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ໃນໄລຍະຜ່ານມາ, ເຖິງວ່າໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ເນື້ອໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຍັງໄດ້ຕັ້ງໜ້າຊຸກຍູ້ ແລະຜັນຂະຫຍາຍ, ບັນລຸໄດ້ໝາກຜົນທີ່ສຳຄັນຫຼາຍຢ່າງ. ສອງຝ່າຍສືບຕໍ່ຮັກສາກົນໄກການຮ່ວມມື ແລະການພົບປະ, ແລກປ່ຽນເຊິ່ງກັນ ແລະກັນ, ຜັນຂະຫຍາຍການຮ່ວມມືກໍ່ສ້າງແຫຼ່ງຊັບພະຍາກອນມະນຸດຢ່າງມີປະສິດທິຜົນ, ຊຸກຍູ້ການຜັນຂະຫຍາຍບ້ວງເງິນຊ່ວຍເຫຼືອຫຼ້າ, ສິນເຊື່ອ, ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບຂອງສະຫະປະຊາຊາດ, ໜູນຊ່ວຍເຊິ່ງກັນ ແລະກັນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19...

ໂດຍ: ທະນາພອນ