leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ສົນທະນາທາງ ໂທລະສັບກັບທ່ານພົນເອກ Sergei Kuzhugetovich Shoigu ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ. ພາບ: qdnd.vn.

ໃນການສົນທະນາທາງໂທລະສັບ, ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ ການສົນທະນາທາງໂທລະສັບລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດຄັ້ງນີ້ ຈະສືບຕໍ່ສ້າງພະລັງແຮງໃໝ່ໃຫ້ແກ່ການພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດກວ່າອີກ, ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ການສົນທະນາທາງໂທລະສັບ. ພາບ: qdnd.vn.

ກໍ່ໃນການສົນທະນາທາງໂທລະສັບ, ສອງຝ່າຍຢັ້ງຢືນຍາມໃດກໍ່ນັບຖືປະຫວັດສາດແຫ່ງການພົວພັນສອງປະເທດ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ, ພ້ອມກັນເພີ່ມພູນຄູນສ້າງ, ຮັກສາ ແລະພັດທະນາສາຍພົວພັນນັ້ນ, ສືບຕໍ່ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ.

ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດສອງປະເທດ ໄດ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ບັນດາເນື້ອໃນຮ່ວມມື, ຂໍ້ຕົກລົງສອງຝ່າຍຢ່າງມີປະສິດທິຜົນ. ໝາກຜົນດັ່ງກ່າວແມ່ນຍ້ອນມີຄວາມມານະພະຍາຍາມ, ຄວາມຕັດສິນໃຈລວມຂອງສອງຝ່າຍໃນການສ້າງແຜນການ, ໂຄງການຮ່ວມມືລະອຽດ ແລະພິເສດແມ່ນກະຊວງປ້ອງກັນປະເທດສອງປະເທດໄດ້ມີຂອບເຂດ, ກົນໄກຮ່ວມມືຢ່າງພຽງພໍເພື່ອນໍາໃຊ້ຢ່າງມີປະສິດທິຜົນ.

leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດຫວຽດນາມ ແລະສະຫະພັນລັດເຊຍ ແລກປ່ຽນທີ່ການສົນທະນາທາງໂທລະສັບ. ພາບ: qdnd.vn.

ໃນການສົນທະນາທາງໂທລະສັບ, ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍບັນດາເນື້ອໃນຮ່ວມມືບຸລິມະສິດໃນໄລຍະຈະມາເຖິງ, ຄື: ການກໍ່ສ້າງ; ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍໂດຍກະຊວງປ້ອງກັນປະເທດສະຫະພັນລັດເຊຍ ຈັດຕັ້ງ, ໃນນັ້ນມີກອງປະຊຸມຄວາມໝັ້ນຄົງສາກົນມົດສະກູ ຄັ້ງທີ IX, ງານແຂ່ງຂັນການທະຫານສາກົນ; ການປ້ອງກັນ, ຕ້ານພະຍາດໂຄວິດ-19; ການຄົ້ນຄວ້າວິທະຍາສາດໃນຂອບເຂດສູນເຂດຮ້ອນຫວຽດນາມ-ລັດເຊຍ; ການຮ່ວມມືລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ການເມືອງການທະຫານບັນດາກໍາລັງປະກອບອາວຸດສະຫະພັນລັດເຊຍ.

ໂດຍ: ເຈິ່ນຮວ່ຽນ