ໃນປີເຄິ່ງທີ່ຜ່ານມາ, ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງເຖິງພື້ນຖານເສດຖະກິດທົ່ວໂລກ, ເຮັດໃຫ້ສະພາບວ່າງງານຢູ່ສະຫະພັນລັດເຊຍ ເພີ່ມຂຶ້ນ, ລາຍຮັບຫຼຸດຜ່ອນແຕ່ບໍ່ມີໄພພິບັດໃດເກີດຂຶ້ນ. ກ່າວຄໍາເຫັນທີ່ເວທີປາໄສເສດຖະກິດສາກົນ Saint Petersburg ໃນວັນທີ 3 ມິຖຸນາຜ່ານມາ, ທ່ານ Vladimir Putin ປະທານາທິບໍດີລັດເຊຍ ຢັ້ງຢືນວ່າ ພື້ນຖານເສດຖະກິດປະເທດນີ້ພວມຄ່ອຍໆກັບຄືນສູ່ລະດັບກ່ອນທີ່ເກີດການແຜ່ລະບາດພະຍາດ.

ປະກອບສ່ວນສ້າງເປັນຜົນສໍາເລັດດັ່ງກ່າວ ແມ່ນຍ້ອນສະຫະພັນລັດເຊຍ ຜະລິດວັກຊິນ Sputnik V ບັນລຸປະສິດທິຜົນສູງໃນການປ້ອງກັນພະຍາດໂຄວິດ-19. ທ່ານ Vladimir Putin ເນັ້ນໜັກວ່າ ປະເທດນີ້ບໍ່ພຽງແຕ່ມີເຕັກໂນໂລຢີທີ່ເປັນເອກະລັກສະເພາະ ແລະຈັດຕັ້ງການຜະລິດວັກຊິນກັນໂຄວິດ-19 ພາຍໃນປະເທດຢ່າງວ່ອງໄວໄດ້ເທົ່ານັ້ນ ຫາກຍັງຊ່ວຍຄູ່ຮ່ວມມືຕ່າງປະເທດຜັນຂະຫຍາຍການຜະລິດວັກຊິນອີກດ້ວຍ, ໃນນັ້ນມີຫວຽດນາມ. ການປ້ອງກັນ, ຕ້ານພະຍາດໂຄວິດ-19 ກໍ່ແມ່ນຂົງເຂດຮ່ວມມືໃໝ່ ແລະສໍາຄັນທີ່ສຸດລະຫວ່າງສະຫະພັນລັດເຊຍ ແລະຫວຽດນາມ ໃນກວ່າ 1 ປີຜ່ານມາ. ນອກຈາກການໜູນຊ່ວຍອຸປະກອນການແພດໃຫ້ກັນ, ສອງຝ່າຍຍັງແລກປ່ຽນບົດຮຽນກ່ຽວກັບການບົ່ງມະຕິພະຍາດ, ການປິ່ນປົວ ແລະປ້ອງກັນພະຍາດໂຄວິດ-19... ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່, ແບ່ງປັນ, ໜູນຊ່ວຍເຊິ່ງກັນ ແລະກັນເມື່ອແຕ່ລະປະເທດປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

leftcenterrightdel
ຜູ້ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ ມອບອຸປະກອນການແພດໃຫ້ສະຖານທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ ໃນເດືອນມີນາ 2020. ພາບ: ເຟືອງລີງ.

ສະພາບຕົວຈິງສະແດງໃຫ້ເຫັນວ່າ, ກວ່າ 70 ປີຜ່ານມານັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດ (1950-2021), ສະຫະພັນລັດເຊຍ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ພິເສດໃຫ້ຫວຽດນາມ, ຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນທີ່ສຸດຂອງຕົນຢູ່ພາກພື້ນອາຊີ-ປາຊີຟິກ. ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການເຈລະຈາການເມືອງລະຫວ່າງການນໍາຂັ້ນສູງສອງປະເທດຍັງດໍາເນີນ, ບັນດາກອງປະຊຸມທາງໄກຂອງບັນດາປະທານຮ່ວມຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານການຄ້າ-ເສດຖະກິດ, ວິທະຍາສາດ-ເຕັກນິກ ສືບຕໍ່ໄດ້ຮັກສາ... ຕາມການສະຖິຕິແລ້ວ, ວົງເງິນການຄ້າສອງຝ່າຍປີ 2020 ບັນລຸລະດັບ 5,7 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີ 2019). ໃນໄຕມາດທີ 1 ປີ 2021, ວົງເງິນການຄ້າລະຫວ່າງສະຫະພັນລັດເຊຍ ແລະຫວຽດນາມ ບັນລຸໄດ້ 1,4 ຕື້ໂດລາສະຫະລັດ.

ການຮ່ວມມືດ້ານປ້ອງກັນຊາດ ສືບຕໍ່ແມ່ນເສົາຄໍ້າໃນການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ. ໜຶ່ງໃນບັນດາເຫດການພົ້ນເດັ່ນຂອງປີ 2020 ແມ່ນງານແຂ່ງຂັນການທະຫານສາກົນ (Army Games), ໃນນັ້ນກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດກໍາລັງນັກກິລາຫຼາຍຄົນເຂົ້າຮ່ວມ ແລະປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງງານແຂ່ງຂັນ. ໃນຂົງເຂດກໍ່ສ້າງ, ແຕ່ລະປີ, ລັດຖະບານສະຫະພັນລັດເຊຍ ໄດ້ແບ່ງຕົວເລກຄາດໝາຍກໍ່ສ້າງນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລຕ່າງໆຂອງລັດເຊຍ. ໃນສົກຮຽນ 2020-2021, ສະຫະພັນລັດເຊຍ ໄດ້ສະໜອງໃຫ້ຫວຽດນາມ ທຶນສຶກສາ 965 ທຶນ ແລະ 1.000 ທຶນໃຫ້ປີຕໍ່ໄປ.

ໃນດ້ານສາກົນ, ສະຫະພັນລັດເຊຍ ແລະຫວຽດນາມ ມີທັດສະນະຄ້າຍຄືກັນກ່ຽວກັບບັນດາບັນຫາໃນໂຄງການດໍາເນີນງານທົ່ວໂລກ ແລະພາກພື້ນ. ສອງຝ່າຍເຫັນດີເປັນເອກະພາບສະໜັບສະໜູນການສ້າງຕັ້ງຄວາມເປັນລະບຽບຮຽບຮ້ອຍທົ່ວໂລກ, ຄວາມຍຸຕິທຳອີງຕາມມາດຕະຖານຂອງກົດໝາຍສາກົນ, ເຄົາລົບອະທິປະໄຕ ແລະຜົນປະໂຫຍດຂອງທຸກປະເທດ. ໃນບົດກ່າວປາໄສທີ່ກອງປະຊຸມສໍາມະນາ "ສອງສະຕະວັດແຫ່ງຄວາມມິດຕະພາບ-ສອງທົດສະວັດເປັນຄູ່ຮ່ວມມືຍຸດທະສາດ" ທີ່ດໍາເນີນໃນວັນທີ 19 ພຶດສະພາຜ່ານມາຢູ່ຮ່າໂນ້ຍ, ທ່ານ V.V.Bublikov ອຸປະທູດຊົ່ວຄາວສະຫະພັນລັດເຊຍ ປະຈໍາ ຫວຽດນາມ ຢັ້ງຢືນອີກເທື່ອໜຶ່ງວ່າ ພາຍຫຼັງກວ່າ 70 ປີ, ສາຍພົວພັນຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ ບໍ່ຖືກຜົນສະທ້ອນຈາກສະພາບການໃດ. ສະຫະພັນລັດເຊຍ ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມື ແລະເພື່ອນມິດທີ່ໜ້າໄວ້ເນື້ອເຊື່ອໃຈທັງໃນອະດີດຕະການ, ໃນປະຈຸບັນ ແລະໃນອະນາຄົດ.

ໂດຍ: ເຈິ່ນຮວ່ຽນ