ປະທານສະພາເອີລົບ ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ກປ.ອອນໄລ - ຕອນຄໍ່າວັນທີ 28 ມັງກອນ, ທ່ານ Antonio Costa ປະທານສະພາເອີລົບ ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28-29 ມັງກອນ, ຕາມຄຳເຊີນຂອງທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ.
ຕ້ອນຮັບຄະນະ ທີ່ສະໜາມບິນສາກົນ ໂນ້ຍບ່າຍ ມີ: ທ່ານ ຫງວຽນດັກວິງ ປະທານກໍາມາທິການວັດທະນະທຳ ແລະສັງຄົມ ຂອງສະພາແຫ່ງຊາດ; ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະພາບເອີລົບ (ອີຢູ); ຝ່າຍ ອີຢູ ມີທ່ານ Julien Guerrier ເອກອັກຄະລັດຖະທູດສະຫະພາບເອີລົບ ປະຈຳ ຫວຽດນາມ.
    |
 |
|
ທ່ານ Antonio Costa ປະທານສະພາເອີລົບ ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28-29 ມັງກອນ ຕາມຄໍາເຊີນຂອງທ່ານ ເລືອງເກື່ອງ ປະທານປະເທດ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນການສຳພາດຕໍ່ສື່ມວນຊົນທີ່ນະຄອນຫຼວງບຣຸກແຊນ, ປະເທດແບນຊິກ, ກ່ຽວກັບຄວາມໝາຍ ແລະຄວາມຫວັງຂອງການຢ້ຽມຢາມຄັ້ງນີ້, ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະພາບເອີລົບ (ອີຢູ) ໄດ້ໃຫ້ຂໍສັງເກດວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Antonio Costa ປະທານສະພາເອີລົບ ມີຄວາມໝາຍສຳຄັນທີ່ສຸດຕໍ່ການພົວພັນ ຫວຽດນາມ-ອີຢູ. ສິ່ງດັ່ງກ່າວຍິ່ງກາຍເປັນພິເສດເມື່ອນີ້ແມ່ນການຢ້ຽມຢາມຂອງຜູ້ຕາງໜ້າປະມຸກລັດຂອງສະຫະພາບເອີລົບ ໄປຍັງຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ປະສົບຜົນສໍາເລັດ.
ໃນຂະນະນັ້ນ, ທ່ານ Julien Guerrier ເອກອັກຄະລັດຖະທູດສະຫະພາບເອີລົບ ປະຈຳ ຫວຽດນາມ ຖືວ່າ ການຢ້ຽມຢາມດັ່ງກ່າວດໍາເນີນໄປໃນໄລຍະເວລາທີ່ການພົວພັນສອງຝ່າຍ ຫວຽດນາມ-ອີຢູ ໄດ້ພັດທະນາຢ່າງແຂງແຮງ, ເລິກເຊິ່ງກວ້າງຂວາງທີ່ສຸດໃນພາກພື້ນພາຍຫຼັງໄລຍະເວລາ 35 ປີທີ່ຜ່ານມາ, ຈາກການຊ່ວຍເຫຼືອດ້ານມະນຸດສະທຳໃນເບື້ອງຕົ້ນໃນຊຸມປີ 1990 ຈົນເຖິງປະຈຸບັນ.
ທ່ານ Julien Guerrier ເອກອັກຄະລັດຖະທູດ ໃຫ້ຂໍສັງເກດວ່າ ການຮ່ວມມື ຫວຽດນາມ-ອີຢູ ໄດ້ບັນລຸໄລຍະທີ່ສາມາດເປີດ "ສັງກາດໃໝ່" ໃນການພົວພັນລະຫວ່າງສະຫະພາບເອີລົບ ກັບຫວຽດນາມ.
ໂດຍ: ຈາງຫງວຽນ