ເຂົ້າຮ່ວມກອງປະຊຸມມີຫົວໜ້າ ADSOM+WG/ຜູ້ແທນກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ແລະຄູ່ຮ່ວມມື (ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ) ພ້ອມກັບຜູ້ຕາງໜ້າຄະນະເລຂາອາຊຽນ. ທ່ານພັນເອກພິເສດ ຟ້າມແມັ້ງທັ໊ງ, ຮອງຫົວໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ເຂົ້າຮ່ວມກອງ ປະຊຸມ.

leftcenterrightdel
ທ່ານພັນເອກພິເສດ ຟ້າມແມັ້ງທັ໊ງ ຮອງຫົວໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ເຂົ້າຮ່ວມກອງປະຊຸມ. ພາບ: ຮວ່າງຫວູ.

ນີ້ແມ່ນກອງປະຊຸມ ADSOM+WG ຄັ້ງທີ 3 ໂດຍ ບຣູໄນ ເປັນເຈົ້າພາບຈັດຕັ້ງໃນປີເປັນປະທານອາຊຽນ 2021. ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ Haji Adi Ihram Bin Dato Paduka Haji Mahmud ສະແດງຄວາມຂອບໃຈຕໍ່ການເຂົ້າຮ່ວມຂອງບັນດາຜູ້ແທນທີ່ກອງປະຊຸມ ADSOM+WG ສໍາຄັນຄັ້ງນີ້, ທ່ານ ຖືວ່ານີ້ແມ່ນສິ່ງສະແດງໃຫ້ເຫັນການສະໜັບສະໜູນຂອງບັນດາປະເທດທີ່ມີຕໍ່ ບຣູໄນ ໃນຖານະຕໍາແໜ່ງປະທານອາຊຽນ 2021. ທ່ານ Haji Adi Ihram Bin Dato Paduka Haji Mahmud ໃຫ້ຮູ້ວ່າ: “ອີງໃສ່ຄວາມຕັ້ງໜ້າແຕ່ຕົ້ນປີ 2021 ມາຮອດປະຈຸບັນ, ຂ້າພະເຈົ້າ ເຊື່ອໝັ້ນວ່າກອງປະຊຸມຈະສືບຕໍ່ບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງ”.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກ ADSOM+ WG. ພາບ: ຮວ່າງຫວູ.

ກອງປະຊຸມ ADSOM+WG ຄັ້ງນີ້ໄດ້ຈັດຕັ້ງເພື່ອແນໃສ່ກວດກາຄືນວຽກງານກະກຽມທຸກດ້ານໃຫ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 8 ໂດຍ ບຣູໄນ ເປັນເຈົ້າພາບຈັດຕັ້ງຜ່ານລະບົບທາງໄກໃນວັນທີ 16 ມິຖຸນາຈະມາເຖິງ. ຕາມລາຍການເຮັດວຽກ, ກອງປະຊຸມ ADSOM+WG ຈະສຸມໃສ່ປຶກສາຫາລື, ເຫັນດີເປັນເອກະພາບໂຄງການດໍາເນີນງານ ກໍ່ຄືຮ່າງຖະແຫຼງການຮ່ວມຂອງກອງປະຊຸມ ADMM+ ຄັ້ງທີ 8 ຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ