ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ຈຸດປະສົງ, ຄວາມໝາຍ, ເນື້ອໃນການປຶກສາຫາລື ແລະຜົນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ແລະກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ຄັ້ງທີ 6?

ທ່ານ ຫງວຽນກວ໊ກຢຸງ: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ໄດ້ຈັດຕັ້ງໃນວັນທີ 7 ມິຖຸນາ, ທີ່ຊົງຊິງ, ສປ ຈີນ, ເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນ (1991-2021). ເນື່ອງໃນໂອກາດນີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ຄັ້ງທີ 6 ໄດ້ຈັດຕັ້ງໃນວັນທີ 8 ມິຖຸນາ, ຂີດໝາຍ 5 ປີແຫ່ງການສ້າງຕັ້ງ ແລະພັດທະນາຂອງກົນໄກ MLC.

ນີ້ແມ່ນບັນດາກອງປະຊຸມໂດຍກົງທໍາອິດຂັ້ນລັດຖະມົນຕີການຕ່າງປະເທດໃນຂອບເຂດອາຊຽນ-ຈີນ ແລະ MLC ພາຍຫຼັງໄລຍະຍາວຖືກຜົນສະທ້ອນຈາກພະຍາດໂຄວິດ-19. ການຈັດຕັ້ງບັນດາກອງປະຊຸມດັ່ງກ່າວສໍາເລັດສະແດງໃຫ້ເຫັນຄວາມຕັດສິນໃຈ ແລະຄວາມມານະພະຍາຍາມຂອງ ຈີນ ໃນບົດບາດເປັນປະເທດເຈົ້າພາບ, ພ້ອມທັງສະແດງໃຫ້ເຫັນຄໍາໝັ້ນສັນຍາຢ່າງແຮງຂອງບັນດາປະເທດສໍາລັບກົນໄກຮ່ວມມືນີ້. ສາມາດເຫັນໄດ້ໝາກຜົນຕັ້ງໜ້າ, ສໍາຄັນທີ່ບັນລຸໄດ້ທີ່ກອງປະຊຸມເຫຼົ່ານີ້:

ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ, ໝາກຜົນທໍາອິດ ແລະສໍາຄັນທີ່ສຸດແມ່ນບັນດາປະເທດລ້ວນແຕ່ເຊີດຊູ ແລະຢັ້ງຢືນຄວາມສໍາຄັນຍຸດທະສາດຂອງການພົວພັນອາຊຽນ-ຈີນ ສໍາລັບພາກພື້ນກໍ່ຄືການປະກອບສ່ວນຂອງການພົວພັນນີ້ສໍາລັບການພັດທະນາຂອງແຕ່ລະປະເທດ; ພ້ອມກັນນັ້ນ, ຄໍາໝັ້ນສັນຍາມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນ ໃຫ້ນັບມື້ນັບພັດທະນາ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ບັນດາລັດຖະມົນຕີການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ຄັ້ງທີ 6. ພາບ: ຫວຽດຈູງ.

ທີສອງ, ເສີມຂະຫຍາຍຄວາມຄືບໜ້າ ແລະຜົນງານສໍາຄັນທີ່ບັນລຸໄດ້ໃນ 30 ປີຜ່ານມາ, ບັນດາລັດຖະມົນຕີແບ່ງປັນບັນດາກໍານົດທິດພັດທະນາສໍາຄັນໃຫ້ແກ່ການພົວພັນສອງຝ່າຍໃນໄລຍະຈະມາເຖິງ.

ທີສາມ, ບັນດາລັດຖະມົນຕີ ກໍ່ແລກປ່ຽນກ່ຽວກັບບາງບັນຫາພາກພື້ນ, ພິເສດແມ່ນກ່ຽວກັບບັນຫາທະເລຕາເວັນອອກ ແລະມຽນມາ. ກອງປະຊຸມຢັ້ງຢືນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີທະເລຕາເວັນອອກ, ແມ່ນຄວາມເອົາໃຈໃສ່ ແລະຜົນປະໂຫຍດລວມຂອງທັງອາຊຽນ ແລະຈີນ.

ສິ້ນສຸດກອງປະຊຸມ, ປະເທດປະສານງານຟີລິບປິນ ແລະຈີນ ໄດ້ອອກຖະແຫຼງການປະທານຮ່ວມແຈ້ງຜົນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ.

ກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ຄັ້ງທີ 6 ແມ່ນໂອກາດສໍາຄັນເພື່ອໃຫ້ບັນດາປະເທດຢັ້ງຢືນຄໍາໝັ້ນສັນຍາພ້ອມກັນຮ່ວມມືໃນການແກ້ໄຂບັນຫາຮີບດ່ວນຂອງພາກພື້ນ, ຮັບປະກັນພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ແລະກວມລວມຕໍ່ໜ້າບັນດາສິ່ງທ້າທາຍບໍ່ເຄີຍມີມາກ່ອນໃນປະຈຸບັນ. ບົນພື້ນຖານຕີລາຄາຄວາມຕ້ອງການພັດທະນາຂອງບັນດາປະເທດສະມາຊິກ, ຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງກົນໄກຮ່ວມມື, ກອງປະຊຸມໄດ້ຍົກອອກ 4 ເນື້ອໃນບຸລິມະສິດໃນໄລຍະຈະມາເຖິງ, ລວມມີ:

ທີໜຶ່ງ, ການຮ່ວມມືແຫຼ່ງນໍ້າ ແລະສິ່ງແວດລ້ອມແນໃສ່ແກ້ໄຂບັນດາບັນຫາໃຫຍ່ຂອງພາກພື້ນ, ຄື: ສິ່ງແວດລ້ອມຊີວະພາບແມ່ນໍ້າຂອງ, ຝົນຕົກນ້ຳຖ້ວມ ແລະໄພແຫ້ງແລ້ງ, ການປ່ຽນແປງຂອງດິນຟ້າອາກາດ...

ທີສອງ, ເພີ່ມທະວີການຮ່ວມມືຮັບມືກັບພະຍາດໂຄວິດ-19, ພິເສດແມ່ນໃນການຮັບປະກັນແຫຼ່ງສະໜອງວັດຖຸອຸປະກອນການແພດທີ່ຈໍາເປັນ; ຜະລິດ ແລະຖ່າຍທອດເຕັກໂນໂລຢີວັກຊິນ; ຊຸກຍູ້ການຮ່ວມມືດ້ານການແພດພື້ນເມືອງ.

ທີສາມ, ການຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19 ຜ່ານການຊຸກຍູ້ການຄ້າ ແລະການລົງທຶນລະຫວ່າງ 6 ປະເທດ, ການພັດທະນາເສດຖະກິດດີຈີຕອນ, ການຮ່ວມມືດ້ານກະສິກໍາ, ການທ່ອງທ່ຽວ, ການສຶກສາ, ການເພີ່ມທະວີການເຊື່ອມຕໍ່ພາກພື້ນ; ການສົມທົບກັນກໍ່ສ້າງແລວທາງພັດທະນາເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະຕິດພັນກັບແລວທາງເສດຖະກິດທີ່ມີຢູ່ແລ້ວໃນພາກພື້ນ.

ທີສີ່, ສົ່ງເສີມການຮ່ວມມືລະຫວ່າງອຳນາດການປົກຄອງທ້ອງຖິ່ນ 6 ປະເທດເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າໄດ້ປຽບແກ່ງແຍ້ງຂອງບັນດາທ້ອງຖິ່ນ ແລະຍົກສູງປະສິດທິຜົນລວມຂອງ MLC.

ບັນດາກໍານົດທິດນີ້ກໍ່ແມ່ນພື້ນຖານໃຫ້ແກ່ການສ້າງແຜນການກະທໍາ MLC ໃນໄລຍະ 5 ປີຕໍ່ໄປ. ອາດຢືນຢັນໄດ້ວ່າ ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ແລະກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ຄັ້ງທີ 6 ໄດ້ປະສົບຜົນສໍາເລັດຢ່າງຈົບງາມ ແລະເປັນຂີດໝາຍສໍາຄັນ, ປະກອບສ່ວນສ້າງກໍາລັງໜູນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນ ແລະກົນໄກ MLC ໃຫ້ພັດທະນາຢ່າງແຮງ, ມີປະສິດທິຜົນກວ່າອີກໃນຊຸມປີຈະມາເຖິງ.

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ການເຂົ້າຮ່ວມ, ປະກອບສ່ວນຂອງຄະນະຜູ້ແທນຫວຽດນາມ ຢູ່ບັນດາກອງປະຊຸມນີ້?

ທ່ານ ຫງວຽນກວ໊ກຢຸງ: ຫວຽດນາມ ໄດ້ສະໜັບສະໜູນຂໍ້ສະເໜີຂອງ ຈີນ ຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ແລະກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ຄັ້ງທີ 6 ນັບແຕ່ຫົວທີ. ພວກເຮົາໄດ້ມານະພະຍາຍາມເປັນເຈົ້າການຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຍ້ອນພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ, ຕັດສິນໃຈເຂົ້າຮ່ວມກອງປະຊຸມໂດຍກົງຢູ່ຊົງຊິງ, ສະແດງໃຫ້ເຫັນຄວາມນັບຖື ແລະຄໍາໝັ້ນສັນຍາຮ່ວມມືຢ່າງແຮງກໍ່ຄືໄດ້ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນໃນວິວັດການສ້າງເອກະສານ ແລະປຶກສາຫາລືຢູ່ກອງປະຊຸມ, ໄດ້ຮັບການຊົມເຊີຍ ແລະຕີລາຄາສູງຈາກປະເທດຕ່າງໆ.

ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນຢັ້ງຢືນວ່າ ຜົນງານທີ່ບັນລຸໄດ້ໃນ 30 ປີຜ່ານມາໄດ້ພິສູດໃຫ້ເຫັນການພົວພັນຄູ່ຮ່ວມມືແບບຍືນຍົງ, ໄວ້ເນື້ອເຊື່ອໃຈ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງອາຊຽນ ແລະຈີນ.

ທ່ານ ບຸ່ຍແທງເຊີນ ເນັ້ນໜັກວ່າ ມຸ່ງໄປເຖິງອະນາຄົດ, ຫວຽດນາມ ຈະຕັ້ງໜ້າພ້ອມກັບບັນດາປະເທດອາຊຽນ ແລະຈີນ, ເພີ່ມທະວີການເຈລະຈາດ້ານການເມືອງ, ຍົກສູງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະເຄົາລົບເຊິ່ງກັນ ແລະກັນ, ຍູ້ແຮງການຮ່ວມມືຮອບດ້ານ, ນໍາການພົວພັນສອງຝ່າຍກາຍເປັນແບບຢ່າງຂອງການພົວພັນຄູ່ຮ່ວມມືທີ່ໝັ້ນຄົງ ແລະຍືນຍົງລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ. ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທງເຊີນ ກໍ່ຕີລາຄາສູງການໜູນຊ່ວຍອັນລໍ້າຄ່າຂອງຈີນ ໃຫ້ຫວຽດນາມ ໃນການຮັບມືກັບພະຍາດໂຄວິດ-19, ພ້ອມທັງສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດອັນສົດໃສຂອງການພົວພັນອາຊຽນ-ຈີນ ເຊິ່ງໄດ້ຜ່ານໄລຍະເວລາແຫ່ງການທົດສອບ, ນໍາມາເຊິ່ງຜົນປະໂຫຍດຍຸດທະສາດໃຫ້ທັງສອງຝ່າຍ ແລະປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນ.

ເມື່ອແລກປ່ຽນກ່ຽວກັບສະພາບໂລກ ແລະພາກພື້ນ, ທ່ານ ບຸ່ຍແທງເຊີນ ໄດ້ຍົກສູງຄວາມສຳຄັນຂອງເລື່ອງອາຊຽນ ແລະຈີນ ຄວນມານະພະຍາຍາມຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະເຄົາລົບກົດໝາຍຢູ່ພາກພື້ນ, ຜ່ານການກະທຳທີ່ມີຄວາມຮັບຜິດຊອບ ແລະການຮ່ວມມືດ້ວຍເຈດຕະນາດີ, ຄວາມລະງັບໃຈ, ແກ້ໄຂຂໍ້ຂັດແຍ້ງ ແລະຄວາມແຕກຕ່າງໂດຍສັນຕິວິທີ. ທ່ານກໍ່ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດອາຊຽນ ແລະຈີນ ຜັນຂະຫຍາຍ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສ້າງ COC ໃຫ້ມີຜົນສັກສິດ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ ແລະ UNCLOS 1982...

ນັກຂ່າວ: ຂໍຂອບໃຈ!

ໂດຍ: ເຈິ່ນຮວ່ຽນ