ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຕີລາຄາສູງຕໍ່ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນໄລຍະຜ່ານມາ, ໃນນ້ັນມີການຮ່ວມມືດ້ານປ້ອງກັນຊາດ. ພິເສດ, ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດ ປີ 1973, ການຮ່ວມມືມິດຕະພາບລະຫວ່າງສອງປະເທດໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ ແລະໄດ້ຮັບການຮັກສາ ແລະເພີ່ມພູນຄູນສ້າງຈາກການນຳ, ປະຊາຊົນຮຸ່ນຕ່າງໆຂອງສອງປະເທດ. ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ, ການຮ່ວມມືອັນດີງາມກັບສິງກະໂປ ແລະບັນດາປະເທດອາຊຽນ; ພ້ອມທັງຖືວ່າການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການຂອງສິງກະໂປ ໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດອາຊຽນ, ໄດ້ປະກອບສ່ວນເພີ່ມທະວີການຮ່ວມສຳພັນພາຍໃນກຸ່ມ, ຍົກສູງຖານະບົດບາດຂອງອາຊຽນ ໃນພາກພື້ນ ແລະໂລກ; ທ່ານປາດຖະໜາວ່າ ສິງກະໂປ ຈະສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໄປພ້ອມກັບຫວຽດນາມ ແລະບັນດາປະເທດອາຊຽນ ອ່ືນໆຊຸກຍູ້ການປະຕິບັດບັນດາເປົ້າໝາຍຂອງປະຊາຄົມອາຊຽນ ຢ່າງມີໄຊ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລກປ່ຽນກັບທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈຳ ຫວຽດນາມ. ພາບ: ເງິນແອັງ.

ທ່ານພົນໂທ ຟານວັນຢາງ ແລະທ່ານເອກອັກຄະລັດຖະທູດ Jaya Ratnam ຢັ້ງຢືນວ່າ ບົນພື້ນຖານຜັນຂະຫຍາຍສົນທິສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສອງຝ່າຍກໍ່ບັນລຸໄດ້ໝາກຜົນຫຼາຍຢ່າງໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ພົບປະແລກປ່ຽນນາຍທະຫານໜຸ່ມ, ການຮ່ວມມືທະຫານເຮືອ, ການແພດທະຫານ, ບຳລຸງສ້າງ, ການຮ່ວມມືໃນຂອບເຂດຫຼາຍຝ່າຍ, ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19... ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສະເໜີໃຫ້ຊຸກຍູ້ຈັດຕັ້ງການເຄື່ອນໄຫວຈຳນວນໜຶ່ງໃຫ້ເໝາະສົມກັບຮູບການທາງໄກ, ຄື: ການເຈລະຈານະໂຍບາຍປ້ອງກັນຊາດຂັ້ນລັດຖະມົນຕີ, ກຸ່ມເຮັດວຽກລວມກ່ຽວກັບການຮ່ວມມືດ້ານປ້ອງຊາດ.

ໂດຍ: ແສງເດືອນ