ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ວ່າ ຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະປາດຖະໜາຢາກພັດທະນາການພົວພັນຮອບດ້ານກັບອາເມລິກາ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະທ່ານເອກອັກຄະລັດຖະທູດ Daniel J.Kritenbrink. ພາບ: ວັນຮ໊ຽວ.

ທ່ານພົນໂທ ຟານວັນຢາງ ປາດຖະໜາວ່າທ່ານເອກອັກຄະລັດຖະທູດ Daniel J.Kritenbrink ໃນຖານະຕຳແໜ່ງໃໝ່ຈະສືບຕໍ່ບັນລຸຜົນສຳເລັດຫຼາຍຢ່າງ ແລະເອົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບ, ພິເສດແມ່ນໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດ Daniel J.Kritenbrink. ພາບ: ວັນຮ໊ຽວ.

ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ແລະທ່ານເອກອັກຄະລັດຖະທູດ Daniel J.Kritenbrink ພ້ອມກັນຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືລະຫວ່າງສອງປະເທດໃນຊຸມປີຜ່ານມາທັງໃນລະດັບສອງຝ່າຍ, ພາກພື້ນ ແລະສາກົນ. ສອງຝ່າຍຮັບຮູ້ ແລະຕີລາຄາສູງຕໍ່ການຜັນຂະຫຍາຍບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດ. ພິເສດ, ສອງຝ່າຍຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ-ອາເມລິກາ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ຜ່ານນັ້ນປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ. ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຈະສືບຕໍ່ແມ່ນຂົງເຂດທີ່ຫວຽດນາມ ໃຫ້ບຸລິມະສິດໃນໄລຍະຈະມາເຖິງ.

ນອກຈາກນັ້ນ, ສອງຝ່າຍຍັງເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວຕາມເອກະສານທີ່ໄດ້ລົງນາມ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ.

ໂດຍ: ທະນາພອນ