leftcenterrightdel
ຫົວໜ້າຂະແໜງກວດພະຍາດສອງທ່ານແລກປ່ຽນບົດຮຽນ. ພາບ: qdnd.vn.

ໂດຍແມ່ນຂະແໜງຮັບ, ເຮັດລະບຽບການເບື້ອງຕົ້ນໃຫ້ຄົນເຈັບເມື່ອມາໂຮງໝໍ, ສະນັ້ນຈຳນວນວັດຖຸອຸປະກອນ, ຂັ້ນຕອນວຽກງານຕ້ອງມອບ-ຮັບລະຫວ່າງຂະແໜງກວດພະຍາດ, ໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ໃຫ້ບັນດາຜູ້ຮ່ວມງານທີ່ຂະແໜງກວດພະຍາດ, ໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ແມ່ນຫຼາຍທີ່ສຸດ. ນັບແຕ່ເລີ່ມຕົ້ນມອບ-ຮັບໜ້າທີ່ວຽກງານ, ພະນັກງານພາລະກອນຂອງ 2 ຂະແໜງໄດ້ເຮັດວຽກດ້ວຍຈິດໃຈລວມສຸນ ແລະເຂັ້ມງວດ, ໂດຍສະເພາະແມ່ນຂັ້ນຕອນນຳໃຊ້ບັນດາວັດຖຸອຸປະກອນໃນຫ້ອງສຸກເສີນ- ເຊິ່ງແມ່ນບ່ອນສວມບົດບາດຕັດສິນໃນການຮັບ, ປິ່ນປົວໃຫ້ຄົນເຈັບໜັກ. ທ່ານພັນຕີ ຫງວຽນວັນເຕີມ, ຫົວໜ້າຂະແໜງກວດພະຍາດ, ໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ແບ່ງປັນວ່າ, ພາຍຫຼັງປະຕິບັດງານຢູ່ທີ່ນີ້ເປັນເວລາ 18 ເດືອນ, ພະນັກງານ, ພາລະກອນຂອງຂະແໜງກໍ່ມີບົດຮຽນຕົວຈິງຫຼາຍຢ່າງ, ບໍ່ພຽງແຕ່ການນຳໃຊ້ວັດຖຸອຸປະກອນ, ເຄື່ອງຈັກເທົ່ານັ້ນຫາກບັນດາຂັ້ນຕອນນຳໃຊ້ໃນການ, ຮັບເອົາ, ປິ່ນປົວໃຫ້ຄົນເຈັບໜັກອີກດ້ວຍ. ບັນດາບົດຮຽນດັ່ງກ່າວໄດ້ແບ່ງປັນໃຫ້ຜູ້ຮ່ວມງານໂຮງໝໍກາງສະໜາມ ຂັ້ນ 2 ເລກ 3, ເພື່ອໃຫ້ເຂົາເຈົ້າສາມາດກຳແໜ້ນ ແລະນຳໃຊ້ຢ່າງວ່ອງໄວ.

leftcenterrightdel
ຂະແໜງພາຍນອກຂອງ 2 ໂຮງໝໍກາງສະໜາມ ດໍາເນີນການມອບ-ຮັບວັດຖຸອຸປະກອນຫ້ອງຜ່າຕັດ. ພາບ: qdnd.vn.

ສຳລັບຂະແໜງພາຍນອກ, ຈຳນວນວັດຖຸອຸປະກອນ, ອຸປະກອນການແພດຕ້ອງມອບ-ຮັບແມ່ນຫຼາຍທີ່ສຸດ, ພິເສດແມ່ນຂັ້ນຕອນນຳໃຊ້ເຄື່ອງຈັກ, ວັດຖຸອຸປະກອນປະເພດຕ່າງໆຮັບໃຊ້ການຜ່າຕັດ ແລະພັກຟື້ນຄົນເຈັບໃຫ້ມີປະສິດທິຜົນ. ໃນໄລຍະຜ່ານມາ, ຂະແໜງພາຍນອກໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ໄດ້ປະກອບ ແລະຍົກລະດັບວັດຖຸອຸປະກອນ, ເຄື່ອງຈັກທັນສະໄໝຕື່ມອີກ, ປະກອບສ່ວນຍົກສູງປະສິດທິຜົນການປ່ິນປົວພະຍາດ. ໃນເວລາພຽງໜຶ່ງວັນ, ຜູ້ຮ່ວມງານຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ໄດ້ມອບ-ຮັບ, ແນະນຳວິທີການນຳໃຊ້ເຄື່ອງຈັກ, ວັດຖຸອຸປະກອນທັງໝົດໃຫ້ພະນັກງານ, ພາລະກອນຂະແໜງພາຍນອກໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ສຳເລັດ. ກ່ອນໜ້ານັ້ນ, ທ່ານພັນຕີ ຫງວຽນແທັ່ງນາມ, ຫົວໜ້າຂະແໜງພາຍນອກ, ໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ແລະບັນດາຜູ້ຮ່ວມງານໃນຂະແໜງໄດ້ແລກປ່ຽນ, ຖອດຖອນບົດຮຽນໃນວຽກງານມອບ-ຮັບຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ແລະໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ເປັນຫຼາຍຄັ້ງ, ສະນັ້ນຄວາມຄືບໜ້າວຽກງານໄດ້ຮັບການຍູ້ໄວກວ່າເມື່ອທຽບໃສ່ການຄາດຄະເນເບື້ອງຕົ້ນ.

leftcenterrightdel
ຂະແໜງພາຍນອກ 2 ໂຮງໝໍກາງສະໜາມ ມອບ-ຮັບວັດຖຸອຸປະກອນຫ້ອງສຸກເສີນ. ພາບ: qdnd.vn.

ພ້ອມກັບຂະແໜງກວດພະຍາດ ແລະຂະແໜງພາຍນອກ, ບັນດາຂະແໜງ, ພາກສ່ວນຂອງໂຮງໝໍກາງສະໜາມສອງແຫ່ງກໍ່ໄດ້ດຳເນີນການມອບ-ຮັບໜ້າທີ່ວຽກງານຢ່າງຮີບດ່ວນ. ເວລາບໍ່ຫຼາຍ, ແຕ່ຈຳນວນວຽກງານ, ວັດຖຸອຸປະກອນຕ້ອງມອບ-ຮັບພັດຫຼາຍ. ພະນັກງານ, ພາລະກອນແຕ່ລະຄົນລ້ວນແຕ່ເຮັດວຽກດ້ວຍຈິດໃຈຮັບຜິດຊອບ ແລະຄວາມມານະພະຍາຍາມສູງທີ່ສຸດ, ຕັດສິນໃຈສຳເລັດວຽກງານມອບ-ຮັບໜ້າທີ່ໃຫ້ຖືກຕາມຄວາມຄືບໜ້າ.

leftcenterrightdel
ມອບ-ຮັບຢາ, ວັດຖຸອຸປະກອນການແພດລະຫວ່າງສອງຂະແໜງການຢາ. ພາບ: qdnd.vn.

ທ່ານພັນໂທ ຫວໍວັນຫຽນ, ຜູ້ອຳນວຍການໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ໃຫ້ຮູ້ວ່າ: “ໂດຍກຳນົດເວລາດຳເນີນການມອບ-ຮັບໜ້າທ່ີວຽກງານລະຫວ່າງສອງໂຮງໝໍສັ້ນທີ່ສຸດຍ້ອນຜົນກະທົບຂອງພະຍາດໂຄວິດ-19, ນັບແຕ່ເມື່ອມີແຜນການປ່ຽນແທນທະຫານໃນເດືອນມັງກອນ ປີນີ້, ພວກຂ້າພະເຈົ້າໄດ້ຈັດແບ່ງໜ້າທີ່ລະອຽດໃຫ້ແຕ່ລະຄົນ, ຂະແໜງ, ພະແນກ, ພາກສ່ວນ ແລະບັນດາພະແນກ, ຄະນະ, ພາກສ່ວນເພື່ອກໍ່ສ້າງບັນດາຂັ້ນຕອນ,  ບັນຊີລາຍຊື່ເພື່ອມອບ-ຮັບໃຫ້ໂຮງໝໍກາງສະໜາມ ຂັ້ນ 2 ເລກ 3. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍຫຼັງສຳເລັດການມອບ-ຮັບໜ້າທີ່ວຽກງານ, ບັນດາຜູ້ຮ່ວມງານໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ຈະນຳໃຊ້ເປັນຢ່າງດີ ແລະຈະສຳເລັດບັນດາໜ້າທີ່ເຊິ່ງ ສປຊ ມອບໝາຍໃຫ້”.

ໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ກໍ່ໄດ້ຈັດຕັ້ງກອງປະຊຸມ “ແລກປ່ຽນບົດຮຽນວິຊາສະເພາະ ແລະຂັ້ນຕອນເຮັດວຽກຢູ່ໂຮງໝໍກາງສະໜາມຫວຽດນາມ” ກັບພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 3. ໜ້າສົນໃຈແມ່ນໃນກວ່າໜຶ່ງປີຜ່ານມາ, ໂຮງໝໍໄດ້ກໍ່ສ້າງ ແລະນຳໃຊ້ຢ່າງມີປະສິດທິຜົນຂັ້ນຕອນ: ຮັບເອົາຂ້ໍມູນຂ່າວສານ, ຈັດແບ່ງຄົນເຈັບ ແລະປິ່ນປົວຄົນເຈັບທີ່ສົງໄສຕິດພະຍາດໂຄວິດ-19.

leftcenterrightdel
ກອງປະຊຸມ “ແລກປ່ຽນບົດຮຽນ ແລະຂັ້ນຕອນນຳໃຊ້ໂຮງໝໍກາງສະໜາມ ຂັ້ນ 2. ພາບ: qdnd.vn.

ບັນດາຫົວໜ້າຂະແໜງ, ພະແນກຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 2 ກໍ່ໄດ້ແບ່ງປັນບົດຮຽນທີ່ຖອດຖອນມາໄດ້ໃນການປະຕິບັດໜ້າທີ່ກັບບັນດາຜູ້ຮ່ວມງານໂຮງໝໍກາງສະໜາມຂັ້ນ 2 ເລກ 3, ພິເສດແມ່ນປະສົບການ ແລະຂັ້ນຕອນປິ່ນປົວສຳລັບບັນດາຄົນເຈັບໜັກ, ສັບສົນ, ຮຽກຮ້ອງຕ້ອງມີການສົມທົບກັນຂອງຫຼາຍຂະແໜງ, ພະແນກ. ບັນດາຜູ້ຮ່ວມງານໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ໄດ້ແບ່ງປັນບົດຮຽນ, ວິທີການຈັດຕັ້ງບັນດາກິດຈະກຳ: ການພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາ; ການແລກປ່ຽນວິຊາສະເພາະກັບບັນດາກົມກອງເພື່ອນ; ໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນທ້ອງຖິ່ນ...  ຢ່າງລະອຽດເພື່ອໃຫ້ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ສືບຕໍ່ຮັກສາ, ພັດທະນາໃນອາຍຸການຂອງຕົນ.

leftcenterrightdel
ບັນດາສະມາຊິກຂອງສອງໂຮງໝໍກາງສະໜາມ ຕັ້ງໜ້າປະຕິບັດວຽກງານມອບ-ຮັບໜ້າທີ່ວຽກງານ. ພາບ: qdnd.vn.

ປະຈຸບັນ, ວຽກງານມອບ-ຮັບດ້ານວິຊາການແພດລະຫວ່າງ 2 ໂຮງໝໍກາງສະໜາມໄດ້ສຳເລັດໂດຍພື້ນຖານແລ້ວ. ຕາມແຜນການ, ໃນວັນທີ 14 ເມສາ, ການມອບ-ຮັບໜ້າທີ່ວຽກງານທຸກດ້ານ: ເສນາທິການ, ການເມືອງ, ພາລະທິການ-ເຕັກນິກ, ການເງິນກໍ່ຈະສຳເລັດການ, ແລະຕອນເຊົ້າວັນທີ 15 ເມສາ, ສອງຝ່າຍຈະຈັດຕັ້ງພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ວຽກງານເປັນທາງການ.

ໂດຍ: ແສງເດືອນ