ໃນການສົນທະນາທາງໂທລະສັບ, ທ່ານພົນຈັດຕະວາ ເຈິ່ນແທງງຽມ ຢືນຢັນວ່າ ໃນໄລຍະຜ່ານມາການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ໃນນັ້ນ, ການພົວພັນຮ່ວມມືດ້ານທະຫານເຮືອລະຫວ່າງສອງປະເທດແມ່ນຈຸດພົ້ນເດັ່ນ ແລະແມ່ນໜຶ່ງໃນບັນດາເສົາຄ້ຳຂອງການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກຳປູເຈຍ.

leftcenterrightdel
ບັນຍາກາດທີ່ການສົນທະນາທາງໂທລະສັບ. ພາບ: qdnd.vn

ເມື່ອຫວນຄືນຜົນແຫ່ງການຮ່ວມມືໃນໄລຍະຜ່ານມາ, ທ່ານພົນຈັດຕະວາ ເຈິ່ນແທງງຽມ ໃຫ້ຮູ້ວ່າ ມາຮອດປະຈຸບັນ, ທະຫານເຮືອສອງປະເທດໄດ້ປະຕິບັດການລາດຕະເວນຮ່ວມ  62 ຄັ້ງ, ຈັດຕັ້ງສໍາເລັດຜົນກອງປະຊຸມປະຈຳປີກ່ຽວກັບການລາດຕະເວນຮ່ວມ 14 ຄັ້ງ…; ໄດ້ຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດ, ຄື: ການບໍາລຸງສ້າງ, ການສ້ອມແປງກຳປັ່ນ, ເຮືອ, ອາວຸດຍຸດທະພັນ...

ທ່ານພົນເອກ Tea Vinh ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືດ້ານປ້ອງກັນຊາດ ແລະພິເສດແມ່ນການຮ່ວມມືລະຫວ່າງກໍາລັງທະຫານເຮືອຂອງສອງປະເທດໃນໄລຍະຜ່ານມາ; ຖືວ່າການສົມທົບກັນລະຫວ່າງສອງຝ່າຍໄດ້ ແລະພວມໄດ້ຮັບການທະວີຄູນຢ່າງເຫັນໄດ້ຊັດຜ່ານການແລກປ່ຽນຄະນະຜູ້ແທນ, ໜູນຊ່ວຍການບໍາລຸງສ້າງ, ການແລກປ່ຽນບົດຮຽນ...

ກ່ຽວກັບເນື້ອໃນຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະຕິບັດບັນດາເນື້ອໃນຂອງອະນຸສັນຍາຮ່ວມມືທີ່ໄດ້ລົງນາມຈາກກະຊວງປ້ອງກັນປະເທດຂອງສອງປະເທດ, ຮັກສາລະບຽບການສົມທົບກັນລາດຕະເວນຮ່ວມ ແລະຊ່ອງສື່ສານລະຫວ່າງທະຫານເຮືອສອງປະເທດໃຫ້ເປັນຢ່າງດີ, ເພີ່ມທະວີການພົວພັນຮ່ວມມືທີ່ດີງາມໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າອີກ.

ໂດຍ: ທະນາພອນ