ນັກຂ່າວ (ນຂ): ຂໍຮຽນສະຫາຍ, ສະຫາຍຈົ່ງໃຫ້ຮູ້ກ່ຽວກັບເລື່ອງຊຸກຍູ້ການຮ່ວມມືສາກົນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ ໄດ້ປະຕິບັດຄືແນວໃດໃນໄລຍະຜ່ານມາ?

ທ່ານພັນເອກພິເສດ ຫງວຽນວັນງຽບ: ປະເທດຫວຽດນາມ ໄດ້ຜ່ານສົງຄາມມາຫຼາຍຄັ້ງແລ້ວ, ຈາກສົງຄາມປົດປ່ອຍ, ທ້ອນໂຮມປະເທດຊາດເປັນເອກະພາບຈົນຮອດການຕໍ່ສູ້ປົກປັກຮັກສາປະເທດຊາດ. ສະນັ້ນ, ຢູ່ແຫ່ງຫົນໃດໃນປະເທດຫວຽດນາມ ກໍ່ລ້ວນແຕ່ເຫັນໄດ້ຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຂອງສົງຄາມ. ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມແມ່ນວຽກເຮັດໃນໄລຍະຍາວ. ພວກເຮົາໄດ້ລະດົມທຸກແຫຼ່ງກຳລັງຢູ່ພາຍໃນປະເທດແລ້ວ, ແຕ່ວ່າໝາກຜົນທີ່ບັນລຸໄດ້ແມ່ນບໍ່ຫຼາຍປານໃດຍ້ອນວ່າເນື້ອທີ່ດິນຍັງມີລະເບີດບໍ່ທັນແຕກຕົກຄ້າງແມ່ນຂຶ້ນເຖິງ 18,82%.

leftcenterrightdel
ກິດຈະກຳໜຶ່ງໃນການຢ້ຽມຢາມ, ກວດກາ ແລະຕິດຕາມຂອງ VNMAC ພ້ອມກັບຜູ້ຕາງໜ້າຂອງສະຖານທູດ ອາເມລິກາ, ອັງກິດ, ຍີ່ປຸ່ນ ຢູ່ໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຢູ່ບໍລິເວນແຂວງກວ໋າງບິ່ງ, ກວ໋າງຈິ (ແຕ່ວັນທີ 29 ຫາວັນທີ 31 ມີນາ 2021). ພາບ: ນາມລອງ.

ໃນຊຸມປີມໍ່ໆມານີ້, ພວກເຮົາໄດ້ຮັບການຊ່ວຍເຫຼືອຈາກລັດຖະບານບາງປະເທດ ແລະອົງການຈັດຕັ້ງສາກົນ. ສາມາດເວົ້າເຖິງບາງປະເທດທີ່ມີການປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຢູ່ຫວຽດນາມ, ຄື: ອາເມລິກາ, ອັງກິດ, ຍີ່ປຸ່ນ, ສ.ເກົາຫຼີ... ແຫຼ່ງກຳລັງໜູນຊ່ວຍນັ້ນໄດ້ຜັນຂະຫຍາຍຢູ່ບາງແຂວງພາກກາງ, ບ່ອນທີ່ມີລະເບີດບໍ່ທັນແຕກຕົກຄ້າງຫຼາຍທີ່ສຸດໃນທົ່ວປະເທດ, ໃນທຸກຂົງເຂດຄືໜູນຊ່ວຍຜູ້ປະສົບເຄາະຮ້າຍ, ການໂຄສະນາສຶກສາເພື່ອປ້ອງກັນ ແລະຫຼີກລ້ຽງການເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກ ແລະການສຳຫຼວດ, ເກັບກູ້ ແລະທຳລາຍລະເບີດບໍ່ທັນແຕກ.

ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ ກໍ່ໄດ້ຮັບການໜູນຊ່ວຍຢ່າງແຮງຈາກອົງການຈັດຕັ້ງສາກົນຈຳນວນໜຶ່ງ, ຄື ສູນສາກົນ (IC),  ກອງທຶນໜູນຊ່ວຍປະຊາຊົນນອກແວ  (NPA), ກຸ່ມທີ່ປຶກສາກ່ຽວກັບລະເບີດບໍ່ທັນແຕກ (MAG), ຕົ້ນໄມ້ສັນຕິພາບ (Peace Trees) ຫວຽດນາມ... ໄປຄຽງຄູ່ກັບການປະຕິບັດການເຄື່ອນໄຫວທີ່ກ່ຽວຂ້ອງໂດຍກົງເຖິງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ, ບັນດາອົງການຈັດຕັ້ງສາກົນຍັງຊ່ວຍສອນວິທີຫາເງິນລ້ຽງຊີບໃຫ້ປະຊາຊົນຢູ່ເຂດຖືກມົນລະພິດຈາກລະເບີດບໍ່ທັນແຕກ.

ນຂ: ສະນັ້ນບົດບາດການຮ່ວມມືສາກົນຂອງ VNMAC ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກແມ່ນຫຍັງ, ຂໍຮຽນທ່ານ?

ທ່ານພັນເອກພິເສດ ຫງວຽນວັນງຽບ: ຍ້ອນມີການໜູນຊ່ວຍ, ຮ່ວມມືສາກົນຄືໄດ້ກ່າວມາຂ້າງເທິງນັ້ນເປັນເຫື່ອແຮງຂອງຫຼາຍອົງການ, ໃນນັ້ນມີ VNMAC. ພວກຂ້າພະເຈົ້າໄດ້ສໍາຜັດກັບຫຼາຍເວທີສາກົນ ແລະພາກພື້ນ; ເຂົ້າຮ່ວມ ຫຼືຈັດຕັ້ງກອງປະຊຸມສຳມະນາຫຼາຍຄັ້ງເພື່ອແນໃສ່ແນະນຳກ່ຽວກັບໂຄງການດຳເນີນງານແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ (ໂຄງການ 504). ຄຽງຂ້າງນັ້ນ, VNMAC ໄດ້ສົມທົບກັບສະຖານທູດບັນດາປະເທດເປັນປະຈຳ, ເປັນຕົ້ນແມ່ນ: ອາເມລິກາ, ອັງກິດ, ຍີ່ປຸ່ນ, ສ.ເກົາຫຼີ... ໃນການຢ້ຽມຢາມ, ກວດກາ ແລະຕິດຕາມການເຄື່ອນໄຫວສຳຫຼວດ, ເກັບກູ້, ທຳລາຍ ຫຼືສຶກສາກ່ຽວກັບການປ້ອງກັນ ແລະຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກທີ່ນຳໃຊ້ງົບປະມານໂດຍລັດຖະບານບັນດາປະເທດອຸປະຖຳ.

ເຊິ່ງແມ່ນອົງການເຄື່ອນໄຫວໃນຂົງເຂດລະເບີດ ແລະໝາກໝິ່ນຂຶ້ນກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະທາດພິດທີ່ຕົກຄ້າງຫຼັງສົງຄາມ, VNMAC ໄດ້ສວມບົດບາດປະສານງານການເຄື່ອນໄຫວຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ. ສູນໄດ້ມີການໂຄສະນາຫຼາຍຄັ້ງກ່ຽວກັບສະພາບມົນລະພິດຂອງລະເບີດບໍ່ທັນແຕກຈົນເຖິງການເຄ່ືອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຄື: ການສຳຫຼວດ, ເກັບກູ້, ທຳລາຍ, ໜູນຊ່ວຍຜູ້ປະສົບເຄາະຮ້າຍ... ລັດຖະບານບາງປະເທດ, ຄື: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ໄດ້ຜ່ານ VNMAC ເພື່ອຜັນຂະຫຍາຍການອຸປະຖຳຂອງຕົນໃຫ້ຫວຽດນາມ. VNMAC ສວມບົດບາດຄຸ້ມຄອງໂຄງການຢ່າງມີປະສິດທິຜົນ, ພົ້ນເດັ່ນແມ່ນໂຄງການສຳຫຼວດການກຳນົດມົນລະພິດຂອງລະເບີດບໍ່ທັນແຕກຢູ່ 6 ແຂວງພາກກາງ ແລະໂຄງການຫວຽດນາມ-ສ.ເກົາຫຼີ ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ບໍລິເວນແຂວງກວ໋າງບິ່ງ ແລະບິ່ງດິ້ງ, ເຊິ່ງໄດ້ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຄູ່ຮ່ວມມືໃນການສືບຕໍ່ອຸປະຖຳໃຫ້ຫວຽດນາມ.

ນຂ: ການສົມທົບກັນລະຫວ່າງສຳນັກງານ, ອົງການຈັດຕັ້ງຕ່າງໆຂອງຫວຽດນາມ ໃນການຮ່ວມມືສາກົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກໃນໄລຍະຈະມາເຖິງຈະໄດ້ປະຕິບັດຄືແນວໃດ, ຂໍຮຽນທ່ານ?

ທ່ານພັນເອກພິເສດ ຫງວຽນວັນງຽບ: ສາມາດຢັ້ງຢືນໄດ້ວ່າ ໃນຊຸມປີຜ່ານມາ, ການສົມທົບກັນລະຫວ່າງສຳນັກງານ, ອົງການຈັດຕັ້ງຕ່າງໆຂອງຫວຽດນາມ ໃນການຮ່ວມມືສາກົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກໄດ້ດຳເນີນຢ່າງມີປະສິດທິຜົນ. ໄດ້ມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດ ແລະກະຊວງປ້ອງກັນປະເທດໃນການຈັດຕັ້ງກອງປະຊຸມສາກົນ, ການໂຄສະນາກ່ຽວກັບໂຄງການ 504 ຢູ່ເວທີປາໄສ ສປຊ ແລະຕະຫຼອດຮອດບັນດາປະເທດໃນພາກພື້ນ. ຄຽງຂ້າງນັ້ນ, ການສົມທົບກັນລະຫວ່າງກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມກັບກະຊວງປ້ອງກັນປະເທດ ໃນວຽກງານໜູນຊ່ວຍຜູ້ປະສົບເຄາະຮ້າຍໄດ້ນຳມາເຊິ່ງໝາກຜົນທີ່ມີຄວາມໝາຍຫຼາຍຢ່າງ. ຍັງມີຫຼາຍການຮ່ວມມືລະຫວ່າງບັນດາອົງການ, ກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນໃນບັນຫາດັ່ງກ່າວ. ການຮ່ວມມື ຫຼືວຽກເຮັດທີ່ມີປະສິດທິຜົນຕ່າງໆເຫຼົ່ານັ້ນລ້ວນແຕ່ສ້າງຂີດໝາຍຫຼາຍຢ່າງໃຫ້ແກ່ VNMAC ໃນຖານະຕໍາແໜ່ງແມ່ນອົງການກະທໍາ, ຄຸ້ມຄອງ ແລະປະສານງານກ່ຽວກັບການເຄື່ອນໄຫວໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ.

ຄືໄດ້ເວົ້າມາຂ້າງເທິງນັ້ນ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກແມ່ນວຽກເຮັດໃນໄລຍະຍາວ, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມ ແລະແຫຼ່ງກຳລັງຫຼາຍກວ່າອີກ. ການໜູນຊ່ວຍ, ຮ່ວມມືຂອງບັນດາລັດຖະບານ ແລະອົງການຈັດຕັ້ງສາກົນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຢູ່ຫວຽດນາມ ໃນໄລຍະຜ່ານມາແມ່ນເປັນໜ້າປະທັບໃຈ. ຫວັງວ່າ, ການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງບັນດາອົງການຂອງຫວຽດນາມ ກັບລັດຖະບານ ແລະອົງການຈັດຕັ້ງສາກົນຕ່າງໆໃນຂົງເຂດນີ້ໃນໄລຍະຜ່ານມານັ້ນຈະແມ່ນກຳລັງໜູນເພື່ອໃຫ້ຄູ່ຮ່ວມມືຕ່າງປະເທດຄຽງບ່າຄຽງໄຫຼ່ໄປກັບພວກເຮົາເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະຫງົບສຸກ.

ຂ້າພະເຈົ້າຖືວ່າ ການຮ່ວມມືສາກົນໃນໄລຍະຈະມາເຖິງຄວນມຸ່ງໄປເຖິງຂົງເຂດຄຸ້ມຄອງຮາກຖານຂໍ້ມູນແຫ່ງຊາດ; ຄຸ້ມຄອງຄຸນນະພາບການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ; ສ້າງຍຸດທະສາດໂຄສະນາ, ສຶກສາກ່ຽວກັບການປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ...

ນຂ: ຂໍຂອບໃຈ

ໂດຍ: ສົມເພັດ