ກອງປະຊຸມໄດ້ສະຫຼຸບ, ປະເມີນຜົນການເຄື່ອນໄຫວຂອງໄລຍະ 3 ດ້ວຍບັນດາໝາກຜົນທີ່ເປັນໜ້າປະທັບໃຈ. ບັນດາຜູ້ແທນໄດ້ຕັ້ງໜ້າແລກປ່ຽນ, ປຶກສາຫາລືເພື່ອວາງແຜນການເຄື່ອນໄຫວໃຫ້ແກ່ໄລຍະ 4, ປຶກສາຫາລືຫົວຂໍ້ສະເພາະກ່ຽວກັບການເຂົ້າຮ່ວມຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ; ບັນດາສິ່ງທ້າທາຍໃນການແກ້ໄຂການປະທະກັນ, ການໃຊ້ຄວາມຮຸນແຮງທາງເພດສໍາພັນ, ການໃຊ້ຄວາມຮຸນແຮງ ແລະການສວຍໃຊ້ທາງເພດສຳພັນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມໄດ້ຈັດຂຶ້ນຢູ່ຮ່າໂນ້ຍ. ພາບ: ໝີແຫ້ງ.

ທ່ານນາງ Matsuzawa Tomoko ເຊື່ອໝັ້ນວ່າ ເນື້ອໃນທີ່ໄດ້ປຶກສາຫາລື, ແລກປ່ຽນໃນຂອບເຂດກອງປະຊຸມຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າການປະຕິບັດບັນດາຄຳໝັ້ນສັນຍາ ແລະການເຄື່ອນໄຫວຮັກສາສັນຕິພາບຂອງແຕ່ລະປະເທດ. ດ້ວຍຖານະບົດບາດແມ່ນປະທານຮ່ວມ, ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາວ່າໃນ 3 ປີຈະມາເຖິງ ຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອເຮັດໃຫ້ໄລຍະ 4 ກາຍເປັນໄລຍະແຫ່ງການເຄື່ອນໄຫວທີ່ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດໃຫ້ທຸກໆປະເທດສະມາຊິກ.

ຕາມທ່ານພັນເອກພິເສດ ມາກດຶ໊ກຈ້ອງ ແລ້ວ, ເຖິງວ່າສະມາຊິກສ່ວນຫຼາຍຂອງ ADMM+ ແມ່ນບັນດາປະເທດປະກອບສ່ວນດ້ານການເງິນ ແລະທະຫານຢູ່ໃນແຖວໜ້າໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບ ສປຊ ກໍ່ຕາມ, ແຕ່ບັນດາກົນໄກຮ່ວມມືລະຫວ່າງບັນດາປະເທດເຫຼົ່ານີ້ເພື່ອໜູນຊ່ວຍເຊິ່ງກັນ ແລະກັນໃນການເຄື່ອນໄຫວຮັກສາສັນຕິພາບຍັງບໍ່ທັນໄດ້ຊຸກຍູ້ຢ່າງແຮງເທື່ອ. ສະນັ້ນ, ຜ່ານກອງປະຊຸມທາງໄກຄັ້ງນີ້, ດ້ວຍຖານະບົດບາດແມ່ນປະທານຮ່ວມກັບຍີ່ປຸ່ນ, ຫວຽດນາມ ປາດຖະໜາຢາກໝູນໃຊ້ໝາກຜົນແຫ່ງການຮ່ວມມືຂອງວາລະປະຊຸມກຸ່ມຊ່ຽວຊານຮັກສາສັນຕິພາບກ່ອນໜ້ານີ້ເພື່ອສ້າງແຜນການເຄື່ອນໄຫວທີ່ເໝາະສົມໃຫ້ແກ່ໄລຍະ 4 ແລະເຮັດໃຫ້ໂຄງການດຳເນີນງານກາຍເປັນການເຄື່ອນໄຫວຕົວຈິງ, ເພື່ອແນໃສ່ຍົກສູງການຮ່ວມມືລະຫວ່າງສະມາຊິກ ADMM+ ໃນການເຄື່ອນໄຫວຮັກສາສັນຕິພາບ. ຜ່ານນັ້ນຈະສ້າງເງື່ອນໄຂເພື່ອໃຫ້ສະມາຊິກໄດ້ແລກປ່ຽນທັດສະນະ, ແບ່ງປັນຂໍ້ມູນຂ່າວສານ ກໍ່ຄືຮ່ວມແຮງຮ່ວມໃຈແກ້ໄຂຂໍ້ຈຳກັດໃນການເຄື່ອນໄຫວຮັກສາສັນຕິພາບ ແລະສິ່ງທ້າທາຍຕ່າງໆຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ.

ໂດຍ: ແສງເດືອນ