ການພົວພັນຕ່າງປະເທດດ້ານປ້ອງກັນຊາດແມ່ນພາກສ່ວນໜຶ່ງຂອງການພົວພັນຕ່າງປະເທດຂອງລັດ, ພ້ອມທັງແມ່ນການເຄື່ອນໄຫວດ້ານໜຶ່ງຂອງກະຊວງປ້ອງກັນປະເທດ, ແມ່ນມາດຕະການວຽກງານໜຶ່ງໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ. ທົບທວນຄືນບັນດາຜົນສຳເລັດຂອງການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນໄລຍະຜ່ານມາ, ພິເສດແມ່ນໃນອາຍຸການ 2015-2020, ສາມາດຮັບຮູ້ໄດ້ຢ່າງງ່າຍດາຍວ່າ ທຸກແຜນນະໂຍບາຍ, ມາດຕະການ ແລະການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຍາມໃດກໍ່ໃກ້ຊິດຕິດແທດກັບການປະດິດສ້າງທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກກ່ຽວກັບການປົກປັກຮັກສາປະເທດຊາດ ແລະໝູນໃຊ້ຢ່າງມີໄຫວພິບ.  ສາມາດຢັ້ງຢືນໄດ້ວ່າການນຳພາຂອງພັກແມ່ນເຂັມທິດ, ແມ່ນປັດໄຈຕັດສິນຜົນສຳເລັດຂອງການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຈາກການກຳນົດເປົ້າໝາຍ, ທິດນຳ, ຫຼັກການຈົນຮອດແຜນນະໂຍບາຍ, ມາດຕະການຊີ້ນຳ, ນຳພາ.

ມະຕິກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ IX ວ່າດ້ວຍຍຸດທະສາດປົກປັກຮັກສາປະເທດຊາດ ສືບຕໍ່ໄດ້ຮັບການປັບປຸງ, ພັດທະນາ, ຫັນເປັນລະອຽດທີ່ມະຕິກອງປະຊຸມສູນກາງພັກ ຄັ້ງທີ 8 ຊຸດທີ XI; ມະຕິກອງປະຊຸມໃຫຍ່ ຄ້ັງທີ  XII ຂອງພັກ ແລະມະຕິສະບັບເລກທີ 24-NQ/TW ຂອງກົມການເມືອງວ່າດ້ວຍຍຸດທະສາດການປ້ອງກັນຊາດຫວຽດນາມ ແມ່ນພື້ນຖານທິດສະດີໃນການນຳພາ, ຊີ້ນຳໜ້າທີ່ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ໃນນັ້ນກຳນົດເປົ້າໝາຍປົກປັກຮັກສາປະເທດຊາດລວມມີ: “ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ປົກປ້ອງພັກ, ລັດ, ປະຊາຊົນ ແລະລັດທິສັງຄົມນິຍົມ; ປົກປັກຮັກສາກິດຈະການປ່ຽນແປງໃໝ່, ພາລະກິດຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ, ປົກປ້ອງຜົນປະໂຫຍດຂອງປະເທດ-ຂອງຊາດທັງພາຍໃນ ແລະຢູ່ນອກປະເທດ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະພື້ນຖານວັດທະນະທຳ. ປົກປ້ອງສັນຕິພາບຍືນຍົງຂອງປະເທດ; ສະກັດກັ້ນຄວາມສ່ຽງທີ່ຈະເກີດສົງຄາມ ແລະການປະທະກັນທີ່ນຳໃຊ້ອາວຸດ; ຍູ້ແຮງການຮ່ວມມື ແລະຕໍ່ສູ້ດ້ານປ້ອງກັນຊາດໃຫ້ເໝາະສົມກັບກົດໝາຍສາກົນ; ເຂົ້າຮ່ວມການຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະໂລກ”. ບັນດາມະຕິຂອງພັກໄດ້ຊີ້ໃຫ້ເຫັນບັນດາເປົ້າໝາຍປົກປັກຮັກສາປະເທດຊາດຢ່າງຮອບດ້ານ, ລະອຽດ, ເໝາະສົມກັບສະພາບການຍຸດທະສາດໃໝ່, ແມ່ນການກຳນົດທິດຍຸດທະສາດໃຫ້ໜ້າທີ່ປົກປັກຮັກສາປະເທດຊາດເວົ້າລວມ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດເວົ້າສະເພາະ. ທັດສະນະຂອງພັກກ່ຽວກັບເປົ້າໝາຍປົກປັກຮັກສາປະເທດຊາດຍັງສະແດງໃຫ້ເຫັນການຖືເປັນສຳຄັນບົດບາດຂອງການພົວພັນຕ່າງປະເທດເວົ້າລວມ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດເວົ້າສະເພາະ, ເພາະວ່າມີບາງເປົ້າໝາຍຈະບໍ່ສາມາດປະຕິບັດໄດ້ ຫຼືບໍ່ມີປະສິດທິຜົນຖ້າວ່າບໍ່ມີການເຄື່ອນໄຫວພົວພັນຕ່າງປະເທດ, ຄື: ສະກັດກັ້ນຄວາມສ່ຽງທີ່ຈະເກີດສົງຄາມ ແລະການປະທະກັນທີ່ນຳໃຊ້ອາວຸດ; ການຮ່ວມມື ແລະຕໍ່ສູ້ດ້ານປ້ອງກັນຊາດ; ເຂົ້າຮ່ວມຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະໂລກ”.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn.

ທັດສະນະຂອງພັກກ່ຽວກັບເປົ້າໝາຍປົກປັກຮັກສາປະເທດຊາດສະແດງໃຫ້ເຫັນພູມປັນຍາຂອງພັກກ່ຽວກັບໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການຮ່ວມມື-ແກ່ງແຍ້ງ, ກາລະໂອກາດ-ສິ່ງທ້າທາຍຍາມໃດກໍ່ສະຫຼັບກັນໄປ ແລະຜັນແປໄປເລື້ອຍໆ;  ພວກເຮົາປົກປັກຮັກສາປະເທດຊາດໃນເງື່ອນໄຂສັນຕິພາບແຕ່ວ່າບັນດາຄວາມສ່ຽງທີ່ຈະເກີດສົງຄາມໂລກ, ການປະທະກັນ, ບັນດາໄພນາບຂູ່ເຖິງເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະຜົນປະໂຫຍດຂອງປະເທດ-ຂອງຊາດຍັງຄົງຕົວ.

ການພົວພັນຕ່າງປະເທດດ້ານປ້ອງກັນຊາດມີລັກສະນະສະເພາະໂດຍພື້ນຖານແມ່ນທັງຮ່ວມມືທັງຕໍ່ສູ້, ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ, ກຳລັງປະກອບອາວຸດໃນພາກພື້ນ ແລະໂລກ; ສ້າງສັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສະກັດກັ້ນຄວາມສ່ຽງທີ່ຈະເກີດສົງຄາມ, ການປະທະກັນ, ປະຕິບັດແຜນນະໂຍບາຍແມ່ນປົກປັກຮັກສາປະເທດຊາດໂດຍບໍ່ຕ້ອງດຳເນີນສົງຄາມ. ໄປພ້ອມກັບການກຳນົດບັນດາເປົ້າໝາຍ, ບັນດາມະຕິ, ຄຳສັ່ງຂອງພັກໄດ້ຍົກອອກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບທິດນຳ, ຫຼັກການ, ມາດຕະການດຳເນີນໜ້າທີ່ປົກປັກຮັກສາປະເທດຊາດ, ນັ້ນແມ່ນ: “ຢຶດໝັ້ນຕໍ່ເປົ້າໝາຍ, ຫຼັກການຍຸດທະສາດ; ມີໄຫວພິບ, ອ່ອນໂຍນກ່ຽວກັບຍຸດໂທບາຍ”; “ຮັກສາທາງໃນໃຫ້ອົບອຸ່ນທາງນອກໃຫ້ສະຫງົບສຸກ, ປົກປັກຮັກສາປະເທດແຕ່ຫົວທີ, ແຕ່ໄກ, ເມື່ອປະເທດຍັງບໍ່ທັນຕົກຢູ່ໃນໄພອັນຕະລາຍ”, “ເດັດດ່ຽວ, ຢຶດໝັ້ນ, ທັງຮ່ວມມື, ທັງສູ້ຮົບບົນພື້ນຖານຮັກສາ ແລະເຄົາລົບກົດໝາຍສາກົນ... ນີ້ກໍ່ແມ່ນທິດນຳ, ຫຼັກການ ແລະກາຍເປັນເປົ້າໝາຍຂອງການພົວພັນຕ່າງປະເທດດ້ານປ້ອງກັນຊາດ.

ຕໍ່ໜ້າການຜັນແປຂອງສະພາບແວດລ້ອມຍຸດທະສາດດ້ວຍຄຸນລັກສະນະໃໝ່, ຮ່ວມມື ແລະແກ່ງແຍ້ງສະຫຼັບກັນໄປ, ທັດສະນະຂອງພັກກ່ຽວກັບບັນຫາເຕົ້າໂຮມກຳລັງໄດ້ມີການປ່ຽນແປງ, ຫັນປ່ຽນຈາກຈິນຕະນາການເພື່ອນ-ສັດຕູມາເປັນຄູ່ຮ່ວມມື-ເປົ້າໝາຍ. ທັດສະນະທີ່ຈະແຈ້ງຊັດເຈນ, ເດັດຂາດຂອງພັກກ່ຽວກັບຄູ່ຮ່ວມມື-ເປົ້າໝາຍ, ຮ່ວມມື-ສູ້ຮົບ ແລະການພົວພັນລະຫວ່າງພວກມັນໄດ້ສະແດງອອກໃນມະຕິກອງປະຊຸມສູນກາງຄັ້ງທີ 8 ຊຸດທີ IX, ຊຸດທີ XI, ສາມາດແກ້ໄຂໄດ້ຄວາມຫຍຸ້ງຍາກໃນບັນຫາເຕົ້າໂຮມກຳລັງປົກປັກຮັກສາປະເທດຊາດເວົ້າລວມ ແລະວຽກງານພົວພັນຕ່າງປະເທດເວົ້າສະເພາະ; ປະກອບສ່ວນຊຸກຍູ້, ເປີດກວ້າງການພົວພັນ, ການຮ່ວມມືສາກົນດ້ານປ້ອງກັນຊາດ; ມີຄວາມຮັບຮູ້ຢ່າງຖືກຕ້ອງ ແລະເດັດດ່ຽວຕໍ່ສູ້ກັບກົນອຸບາຍ, ການເຄືຶ່ອນໄຫວທຳລາຍເປົ້າໝາຍປົກປັກຮັກສາປະເທດຊາດຂອງເຮົາ.

ບົນພື້ນຖານຖືເປັນສຳຄັນບົດບາດ, ຖານະທີ່ຕັ້ງຂອງການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ພັກໄດ້ກຳນົດທິດ, ທັດສະນະ, ແນວທາງຊີ້ນຳ, ນຳພາຢ່າງໃກ້ຊິດຕິດແທດ, ລະອຽດໃຫ້ໜ້າທີ່ນີ້ໂດຍສະເພາະ. ມະຕິສະບັບເລກທີ 24-NQ/TW ຂອງກົມການເມືອງວ່າດ້ວຍຍຸດທະສາດດ້ານປ້ອງກັນຊາດຫວຽດນາມ ກຳນົດ: “ຖືການພົວພັນຕ່າງປະເທດດ້ານປ້ອງກັນຊາດເປັນເຄື່ອງມືສຳຄັນເພື່ອແກ້ໄຂການແກ່ງແຍ້ງ, ປົກປ້ອງອະທິປະໄຕ, ຜົນປະໂຫຍດຂອງປະເທດ-ຂອງຊາດ; ສ້າງທ່າແຮງດ້ານການເມືອງໃນທຸກການຜັນແປຂອງສະພາບການ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບຂອງພາກພື້ນ”; ພ້ອມທັງວາງອອກໜ້າທີ່, ມາດຕະການນໍາພາໃນການປະຕິບັດວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ປະກອບສ່ວນຍົກສູງຖານະບົດບາດ, ອິດທິພົນຊື່ສຽງສາກົນຂອງປະເທດ, ຂອງກອງທັບປະຊາຊົນຫວຽດນາມ. ສະກັດກັ້ນຄວາມສ່ຽງ, ຜ່ານຜ່າສິ່ງທ້າທາຍ”.

ພາຍໃຕ້ການນຳພາຂອງພັກ, ເປັນປະຈຳ ແລະໂດຍກົງແມ່ນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ໃນຊຸມປີຜ່ານມາ, ພິເສດແມ່ນໃນອາຍຸການ 2015-2020, ການພົວພັນຕ່າງປະເທດດ້ານປ້ອງກັນຊາດບັນລຸໄດ້ຜົນງານດີເດັ່ນຫຼາຍຢ່າງ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງຫວຽດນາມ ໃນເວທີສາກົນ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ; ສະກັດກັ້ນຄວາມສ່ຽງທີ່ຈະເກີດສົງຄາມ, ການປະທະກັນ; ຊຸກຍູ້ການຮ່ວມມືແກ້ໄຂສິ່ງທ້າທາຍລວມ, ປະຕິບັດທິດນຳປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ, ເມື່ອປະເທດຍັງບໍ່ຕົກຢູ່ໃນສະພາບການອັນຕະລາຍ, ສົມກັບເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຕ່າງປະເທດແຫ່ງລັດ.

ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີການສົມທົບກັນຢ່າງແໜ້ນແຟ້ນກັບການພົວພັນຕ່າງປະເທດຂອງພັກ, ການທູຂອງລັດ, ການທູດປະຊາຊົນ; ຊຸກຍູ້ການຮ່ວມມືເພີ່ມທະວີຄວາມສາມາດບົ່ມຊ້ອນດ້ານປ້ອງກັນຊາດ, ກໍ່ສ້າງກອງທັບ, ຍົກສູງປະສິດທິຜົນການສົມທົບກັນຕໍ່ສູ້ດ້ານການເມືອງ, ການທະຫານ ແລະການພົວພັນຕ່າງປະເທດໃນໜ້າທີ່ປົກປັກຮັກສາປະເທດຊາດ; ໄດ້ເປັນເສນາທິການໃຫ້ແກ່ພັກ, ລັດ ແກ້ໄຂບັນດາກໍລະນີສັບສົນກ່ຽວກັບການປ້ອງກັນຊາດ, ບັນຫາສາກົນທີ່ສັບສົນ, ລໍ່ແຫຼມມີຄວາມສະດຸ້ງໄວ.

ໃນໄລຍະຈະມາເຖິງ, ສະພາບແວດລ້ອມດ້ານການເມືອງ, ຄວາມໝັ້ນຄົງໃນໂລກ, ພາກພື້ນຄາດວ່າຈະສືບຕໍ່ມີການຜັນແປຢ່າງສັບສົນ, ເຕັມໄປດ້ວຍຄວາມສ່ຽງຫຼາຍຢ່າງ; ກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດສັງຄົມນິຍົມຢືນຢູ່ຕໍ່ໜ້າກາລະໂອກາດໃໝ່ຫຼາຍຢ່າງແຕ່ກໍ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ໜ້ອຍ, ວາງອອກຄວາມຮຽກຮ້ອງໃໝ່ຫຼາຍຢ່າງ, ນັບມື້ນັບສູງຕໍ່ການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ຮຽກຮ້ອງໃຫ້ມີການປັບປຸງຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການນຳພາຂອງພັກຕໍ່ກັບວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ. ເພື່ອປະຕິບັດໄດ້ສິ່ງເຫຼົ່ານັ້ນ, ພວກເຮົາຕ້ອງເຮັດບາງໜ້າທີ່ຈຸດສຸມດັ່ງລຸ່ມນີ້ໃຫ້ເປັນຢ່າງດີ:

ທີໜຶ່ງ, ສືບຕໍ່ຊາບຊຶມ ແລະໝູນໃຊ້ແນວທາງ, ທັດສະນະ, ແຜນນະໂຍບາຍຂອງພັກກ່ຽວກັບໜ້າທີ່ພົວພັນຕ່າງປະເທດ ແລະປົກປັກຮັກສາປະເທດຊາດຢ່າງມີິໄຫວພິບ ແລະມີຫົວຄິດປະດິດສ້າງ, ໂດຍສະເພາະແມ່ນມະຕິກອງປະຊຸມສູນກາງ ຄັ້ງທີ 8 ຊຸດທີ XI ວ່າດ້ວຍຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່; ມະຕິສະບັບເລກທີ 24-NQ/TW ຂອງກົມການເມືອງ; ມະຕິສະບັບເລກທີ 22-NQ/TW ຂອງກົມການເມືອງ ຊຸດທີ XI ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນ; ຄໍາສັ່ງສະບັບເລກທີ 25-CT/TW ຂອງຄະນະເລຂາທິການວ່າດ້ວຍການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030; ມະຕິສະບັບເລກທີ 806-NQ/QUTW ຂອງຄະນະພັກການທະຫານສູນກາງວ່າດ້ວຍ “ການເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດຮອດປີ 2020 ແລະຊຸມປີຕໍ່ໄປ”. ເຜີຍແຜ່, ຊາບຊຶມ ແລະສ້າງແຜນການລະອຽດ, ຜັນຂະຫຍາຍການປະຕິບັດການກຳນົດທິດໃຫຍ່ຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກ່ຽວກັບການປ້ອງກັນຊາດ, ການທະຫານ, ການພົວພັນຕ່າງປະເທດຢ່າງທັນການ.

ທີສອງ, ທຸກແຜນນະໂຍບາຍ, ເນື້ອໃນ, ມາດຕະການການພົວພັນຕ່າງປະເທດດ້ານປ້ອງກັນຊາດ ຕ້ອງຕິດແທດ ແລະປະຕິບັດຕາມແນວທາງ, ທັດສະນະຂອງພັກກ່ຽວກັບການປົກປັກຮັກສາປະເທດຊາດ ແລະການພົວພັນຕ່າງປະເທດ; ກຳແໜ້ນ ແລະເຄົາລົບກົດໝາຍສາກົນ, ບັນດາຫຼັກການໃນການພົວພັນສາກົນ ແລະການເຄື່ອນໄຫວພົວພັນຕ່າງປະເທດ.

ທີສາມ, ສົມທົບຢ່າງແໜ້ນແຟ້ນລະຫວ່າງການພົວພັນຕ່າງປະເທດດ້ານປ້ອງກັນຊາດ ກັບການພົວພັນຕ່າງປະເທດຂອງພັກ, ລັດ ແລະການທູດປະຊາຊົນໃຫ້ເປັນເອກະພາບ, ຕ້ອງຢູ່ພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງ, ບໍລິຫານຂອງລັດຖະບານ.

ທີສີ່, ເພີ່ມທະວີການສຶກສາ, ຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ນັກຮົບໃນທົ່ວກອງທັບກ່ຽວກັບບົດບາດ, ທີ່ຕັ້ງຂອງການພົວພັນຕ່າງປະເທດເວົ້າລວມ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດເວົ້າສະເພາະ ໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ.

ທີຫ້າ, ຕັ້ງໜ້າປ່ຽນແປງໃໝ່ຮູບການ, ມາດຕະການ, ຍົກສູງປະສິດທິຜົນການປະຕິບັດໜ້າທີ່ພົວພັນຕ່າງປະເທດດ້ານປ້ອງກັນຊາດຕາມທິດນຳທີ່ວ່າ “ຕັ້ງໜ້າ, ເປັນເຈົ້າການ, ໜັກແໜ້ນ, ມີໄຫວພິບ, ມີປະສິດທິຜົນ”. ເອົາໃຈໃສ່ບໍາລຸງສ້າງ, ຍົກສູງຄວາມສາມາດດ້ານວິຊາການ, ວິຊາສະເພາະໃຫ້ຖັນແຖວພະນັກງານເຮັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ໃນນັ້ນບຳລຸງສ້າງຄຸນທາດການເມືອງໃຫ້ໝັ້ນແກ່ນ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນຢ່າງເດັດຂາດແມ່ນປັດໄຈແກ່ນສານ, ຕັດສິນ.

ເມື່ອຫວນຄືນປະຫວັດສາດແຫ່ງການປະຕິວັດຫວຽດນາມ ນັບແຕ່ວັນມີພັກນຳພາ, ປະເທດເຮົາໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ມີບາງຄັ້ງຄາວຕົກຢູ່ໃນສະພາບການ “ຊີວິດແຂວນຢູ່ບົນເສັ້ນດ້າຍ”, ຄິດຄືວ່າບໍ່ສາມາດຜ່ານຜ່າໄປໄດ້. ເຖິງຢ່າງໃດກໍ່ຕາມ, ດ້ວຍແນວທາງ, ແຜນນະໂຍບາຍ, ມາດຕະການທີ່ສະຫຼາດສ່ອງໃສ, ຖືກຕ້ອງ, ພັກໄດ້ນຳພາການປະຕິວັດຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍດັ່ງກ່າວ, ຍາດເອົາໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ປະຈຸບັນ ແລະໃນໄລຍະຈະມາເຖິງ, ໜ້າທີ່ປົກປັກຮັກສາປະເທດຊາດເວົ້າລວມ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດເວົ້າສະເພາະຈະຕ້ອງປະເຊີນໜ້າກັບສິ່ງທ້າທາຍໃໝ່ແຕ່ກໍ່ມີການນຳພາຂອງພັກ, ດ້ວຍຄວາມຈົ່ງຮັກພັກດີ ແລະມີຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ, ແນ່ນອນວ່າ ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດຈະຜ່ານຜ່າຄວາມຫຍຸ້ງຍາກ ແລະຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່ກວ່າເກົ່າ, ປະກອບສ່ວນປະຕິບັດກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດສັງຄົມນິຍົມໄດ້ຢ່າງມີໄຊ.

ໂດຍ: ແສງເດືອນ