ເກິ່ນເທີ ຕ້ອງຂຸດຄົ້ນຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ທ່າໄດ້ປຽບໃນການແກ່ງແຍ້ງເພື່ອສ້າງສະຖານທີ່ພັດທະນາໃໝ່
ວັນທີ 19 ຕຸລາ, ເພື່ອກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດນະຄອນເກິ່ນເທີ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ເປັນຜູ້ຕາງໜ້າການນຳບັນດາຕາແສງ, ບ້ານໃນບໍລິເວນນະຄອນ.
    |
 |
ພາບປະກອບຄັດຈາກ: Vovworld.vn |
ແລກປ່ຽນກັບຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ໂຄງການເນື້ອໃນກອງປະຊຸມຄັ້ງທີ 10 ມີຈຳນວນວຽກງານໃຫຍ່ຫຼວງທີ່ສຸດ, ລັດຖະບານຄາດວ່າ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດເອກະສານ, ຂໍ້ມູນ, ບົດລາຍງານ 120 ສະບັບ.
ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນເກິ່ນເທີ ພ້ອມກັບທົ່ວປະເທດມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະທັງອາຍຸການທີ່ໄດ້ວາງອອກ. ຕາມນັ້ນແລ້ວ, ເກິ່ນເທີ ຕ້ອງຂຸດຄົ້ນຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ທ່າໄດ້ປຽບໃນການແກ່ງແຍ້ງເພື່ອສ້າງສະຖານທີ່ພັດທະນາ ສົມກັບທີ່ຕັ້ງ, ບົດບາດຂອງນະຄອນເກິ່ນເທີ ແມ່ນຂົ້ວເຕີບໂຕຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ປຸກລຸກທຸກແຫຼ່ງກຳລັງ, ສຸມໃສ່ຊຸກຍູ້ການເຕີບໂຕ, ຕັດສິນໃຈນຳການເຕີບໂຕບັນລຸລະດັບສອງຕົວເລກໃນປີນີ້ ແລະ ປະຕິບັດສຳເລັດ 100% ເປົ້າໝາຍວາງອອກໃນອາຍຸການ 2021-2025.
ແຫຼ່ງຄັດຈາກ: Vovworld.vn