ເຂົ້າຮ່ວມກອງປະຊຸມມີຫົວໜ້າ ADSOM+ WG ບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມື (ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ) ແລະຜູ້ຕາງໜ້າຄະນະເລຂາທິການອາຊຽນ. ທ່ານພົນຕີ ຫວູຈ໊ຽນຖັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ), ຫົວໜ້າ ADSOM+ WG ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ

leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ກ່າວຄຳເຫັນທີ່ກອງປະຊຸມ, ຫົວໜ້າ ADSOM+ WG ບຣູໄນ ເນັ້ນໜັກວ່າ ໃນປີປະທານອາຊຽນ 2020 ຂອງຫວຽດນາມ, ການຮ່ວມມືດ້ານປ້ອງກັນຊາດໃນຂອບເຂດ ADMM+ ໄດ້ສະແດງໃຫ້ເຫັນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ຫົວໜ້າ ADSOM+ WG ບຣູໄນ ຫວັງວ່າ ສາຍພົວພັນຮ່ວມມືນີ້ຈະສືບຕໍ່ໄດ້ຮັບການພັດທະນາຢ່າງແຮງໃນປີປະທານອາຊຽນ 2021 ຂອງບຣູໄນ ແລະກອງປະຊຸມ ADSOM+ WG ຄັ້ງນີ້ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ  ແລະກັນ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແທດຈິງລະຫວ່າງບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມໃນຂອບເຂດ ADMM+.

leftcenterrightdel
ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ. ພາບ:  qdnd.vn.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືຮ່າງຖະແຫຼງການຮ່ວມຂອງ ADMM+; ຜັນຂະຫຍາຍແຜນການເຄື່ອນໄຫວຂອງກຸ່ມຊ່ຽວຊານ ADMM+ ຮອບວຽນ 2021-2023 ທີ່ໄດ້ຮັບຮອງເອົາໃນກອງປະຊຸມເຈົ້າໜ້າທີ່ປ້ອງກັນປະເທດອາຊຽນ ເປີດກວ້າງ (ADSOM+) ໃນເດືອນພະຈິກ 2020; ວຽກງານກະກຽມໃຫ້ແກ່ກອງປະຊຸມ ADSOM+ ແລະ ADMM+ ໂດຍກະຊວງປ້ອງກັນປະເທດບຣູໄນ ຈັດຕັ້ງໃນປີເປັນປະທານອາຊຽນ 2021. ທີ່ກອງປະຊຸມ, ທ່ານພົນຕີ ຫວູຈ໊ຽນຖັ໊ງ ໄດ້ປະກາດການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດ-ການທະຫານຫຼາຍຝ່າຍໃນປີ 2021 ໂດຍກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານຈັດຕັ້ງ, ລວມມີກອງປະຊຸມເຄືອຂ່າຍສູນຮັກສາສັນຕິພາບບັນດາປະເທດອາຊຽນ, ບັນດາການເຄື່ອນໄຫວໃນຂອບເຂດກຸ່ມຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບໃນໄລຍະ 2021-2023 ໂດຍຫວຽດນາມ ແລະຍີ່ປຸ່ນ ເປັນປະທານຮ່ວມກັນຈັດຂຶ້ນ...

ໂດຍ: ທະນາພອນ