leftcenterrightdel
 ບັນດາຜູ້ແທນເຂົ້າຮ່ວມການແລກປ່ຽນ. ພາບ: qdnd.vn.

ທີ່ການແລກປ່ຽນ, ສອງຝ່າຍໄດ້ແນະນຳໂດຍສັງເຂບກ່ຽວກັບຊຸດສໍາເນົາເອກະສານຂອງແຕ່ລະຝ່າຍ, ແລກປ່ຽນກົນໄກສົມທົບ ແລະຄວາມສາມາດໃນການປະຕິບັດບັນດາສື່ສິ່ງພິມລວມ. ຕາມນັ້ນແລ້ວ, ຊຸດສໍາເນົາເອກະສານຂອງຝ່າຍຫວຽດນາມ ລວມມີ 17 ເນື້ອໃນ, ເຊິ່ງໄດ້ມອບໝາຍໃຫ້ 9 ອົງການຈັດຕັ້ງປະຕິບັດໃນເວລາ 4 ປີ (2020-2023), ໂດຍສຸມໃສ່ຫຼາຍຫົວເລື່ອງຄົ້ນຄວ້າວິທະຍາສາດຂັ້ນກະຊວງປ້ອງກັນປະເທດ, ຈັດພິມຈຳໜ່າຍປຶ້ມ 70 ປີແຫ່ງການພົວພັນຮ່ວມມືດ້ານປ້ອງກັນຊາດ;  ຫວຽດນາມ ເຂົ້າຮ່ວມງານມະຫາກໍາກິລາການທະຫານສາກົນ (Army Games) ໂດຍສະຫະພັນລັດເຊຍ ຈັດຕັ້ງ...

leftcenterrightdel
ບັນຍາກາດທີ່ການແລກປ່ຽນ. ພາບ: qdnd.vn.

ຜູ້ຕາງໜ້າກົມພົວພັນຕ່າງປະເທດ ໃຫ້ຮູ້ວ່າ ຕາມແຜນການແລ້ວ, ມີ 5 ກິດຈະກຳໃນຂອບເຂດຊຸດສໍາເນົາເອກະສານຈະໄດ້ປະຕິບັດໃນປີ 2020. ແຕ່​​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍ້ອນໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ສະນັ້ນຝ່າຍຫວຽດນາມ ຈຶ່ງປະຕິບັດໄດ້ແຕ່ 4/5 ກິດຈະກຳ. ກິດຈະກຳທີ 5 ແມ່ນກອງປະຊຸມສໍາມະນາກ່ຽວກັບ 70 ປີແຫ່ງການພົວພັນຮ່ວມມືໃນຂົງເຂດການທະຫານຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ ຄາດຄະເນວ່າຈະຈັດຕັ້ງໃນເດືອນມັງກອນ 2021.

ຜູ້ຕາງໜ້າຂອງກົມໃຫຍ່ການຮ່ວມມືດ້ານການທະຫານສາກົນ/ກະຊວງປ້ອງກັນປະເທດສະຫະພັນລັດເຊຍ ໃຫ້ຮູ້ວ່າ ໄປຄຽງຄູ່ກັບສື່ສິ່ງພິມລວມໂດຍສອງຝ່າຍສົມທົບກັນປະຕິບັດນັ້ນ, ລັດເຊຍ ຈະສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ປະຕິບັດໃຫ້ສໍາເລັດວຽກງານໃນຊຸດສໍາເນົາເອກະສານຂອງຕົນ.

ໂດຍ: ເຈິ່ນຮວ່ຽນ