ຍູ້ແຮງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ ແລະທາດພິດດີໂອຊິນທີ່ຕົກຄ້າງຫຼັງສົງຄາມ
ກປ.ອອນໄລ - ຕອນບ່າຍວັນທີ 21 ມັງກອນ, ທີ່ນະຄອນບຽນຮ່ວາ (ດົ່ງນາຍ), ກະຊວງປ້ອງກັນປະເທດ-ອົງການປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະທາດພິດດີໂອຊິນທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ (ຄະນະຊີ້ນຳ 701) ແລະອົງການພັດທະນາສາກົນອາເມລິກາ ຈັດຕັ້ງພິທີປະກາດໝາກຜົນການກຳຈັດດິໂອຊິນ ບຶງກົ໊ງ 2, ສະໜາມບິນບຽນຮ່ວາ; ດຳເນີນໂຄງການໜູນຊ່ວຍຄົນພິການຫວຽດນາມ ຢູ່ບັນດາແຂວງບູລິມະສິດ; ເຊັນຈົດໝາຍຄວາມຕັ້ງໃຈວ່າດ້ວຍການຮ່ວມມືໂຄສະນາກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ, ທາດພິດດີໂອຊິນທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ.
ເຂົ້າຮ່ວມພິທີມີທ່ານພົນໂທ ຫງວຽນຈີ໊ວິ້ງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການປະຈຳການຄະນະຊີ້ນຳ 701; ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ.
ທີ່ພິທີ, ທ່ານພົນໂທ ຫງວຽນຈີ໊ວິ້ງ ກ່າວວ່າ ກ່ອນອື່ນໝົດຂໍສົ່ງຄຳຊົມເຊີຍ ແລະຍ້ອງຍໍຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຖິງບັນດາອົງການ, ກົມກອງ, ທ້ອງຖິ່ນທີ່ໄດ້ຕັ້ງໜ້າເຂົ້າຮ່ວມ, ພິເສດແມ່ນອົງການປະຈຳການ ແລະຫ້ອງການ 701 ທີ່ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຄືພະຍາດໂຄວິດ-19 ໃນປີຜ່ານມາ, ເພື່ອມອບບຶງກົ໊ງ 2 ໃຫ້ທ້ອງຖິ່ນຢ່າງທັນການ. ທ່ານ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ: ເຫດການມື້ນີ້ຢັ້ງຢືນວ່າ ລັດຖະບານຫວຽດນາມ ແລະອາເມລິກາ ໄດ້ຮັກສາຄຳໝັ້ນສັນຍາຕໍ່ປະຊາຊົນ, ຄຳໝັ້ນສອງຝ່າຍທີ່ຈະຮ່ວມເດີນທາງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຈົນຮອດເວລາຢູ່ຫວຽດນາມ ບໍ່ມີລະເບີດບໍ່ທັນແຕກ ແລະທາດພິດດີໂອຊິນອີກ.
    |
 |
ພິທີເຊັນຈົດໝາຍຄວາມຕັ້ງໃຈວ່າດ້ວຍການຮ່ວມມືໂຄສະນາກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກລະເບີດບໍ່ທັນແຕກ, ທາດພິດດີໂອຊິນທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ. ພາບ: qdnd.vn. |
ຕອບສຳພາດຕໍ່ສື່ມວນຊົນທີ່ພິທີ, ທ່ານ Daniel J. Kritenbrink ຕີລາຄາສູງຄວາມຄືບໜ້າໃນການປະຕິບັດບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະທາດພິດດີໂອຊິນທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ ແລະຖືວ່າ: ເຫດການມື້ນີ້ປະກອບສ່ວນປັບປຸງສາຍພົວພັນລະຫວ່າງສອງປະເທດ ແລະແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍທີ່ພວມດຳເນີນໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ທ່ານ Daniel J. Kritenbrink ກໍ່ເນັ້ນໜັກວ່າ ດ້ວຍສາຍພົວພັນສະໜິດແໜ້ນລະຫວ່າງສອງຝ່າຍອາເມລິກາ-ຫວຽດນາມ, ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍຄົນພິການຫວຽດນາມ ດ້ວຍໂຄງການໃໝ່ທີ່ມີງົບປະມານ 65 ລ້ານໂດລາສະຫະລັດ.
ໂດຍ: ແສງເດືອນ