leftcenterrightdel
ຫວຽດນາມ ເຂົ້າຮ່ວມເວທີປາໄສ Fullerton ຢູ່ສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ. ພາບ: ໝີ໊ແຮ້ງ.

ໃນບົດກ່າວປາໄສ, ທ່ານພົນຕີ ຫວູຈ໊ຽນຖັ໊ງ ຖືວ່າ ບໍ່ສາມາດປະຕິເສດຄວາມກ້າວໜ້າທາງດ້ານວິທະຍາສາດ-ເຕັກໂນໂລຢີ ເພາະມັນໄດ້ປະກອບສ່ວນບໍ່ໜ້ອຍໃຫ້ແກ່ການພັດທະນາເສດຖະກິດ ແລະຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ, ສ້າງພື້ນຖານຢ່າງໜັກແໜ້ນເພື່ອເປັນເຈົ້າການຮັບມືຕໍ່ການກະທົບຂອງສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ລວມທັງພະຍາດໂຄວິດ-19.

ເຖິງຢ່າງໃດກໍ່ຕາມ, ດ້ານກົງກັນຂ້າມຂອງມັນກໍ່ຄວນໄດ້ເວົ້າເຖິງ, ລະອຽດແມ່ນຄວາມກ້າວໜ້າທາງວິທະຍາສາດ-ເຕັກໂນໂລຢີແມ່ນໜຶ່ງໃນບັນດາສາຍເຫດພາໄປເຖິງການກໍາເນີດຂອງສົງຄາມແບບໃໝ່. ສະນັ້ນ, ຕ້ອງມີກົນໄກຄຸ້ມຄອງ, ຕິດຕາມກວດກາການໝູນໃຊ້ຜົນງານວິທະຍາສາດ, ເຕັກໂນໂລຢີການທະຫານເພື່ອຈໍາກັດການກະທົບທີ່ຫຍໍ້ທໍ້. ບັນດາປະເທດຄວນມີຄວາມໂປ່ງໃສໃນນະໂຍບາຍປ້ອງກັນຊາດ, ນະໂຍບາຍພັດທະນາວິທະຍາສາດ-ເຕັກໂນໂລຢີການທະຫານ ແລະເພີ່ມທະວີການຮ່ວມມືສາກົນເພື່ອຄຸ້ມຄອງຄວາມສ່ຽງເຊິ່ງເຕັກໂນໂລຢີກ້າວໜ້າອາດຈະມີການກະທົບໃສ່ຄວາມໝັ້ນຄົງຂອງແຕ່ລະປະເທດ ກໍ່ຄືຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທູຈາງ