leftcenterrightdel
ທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ. ພາບ: straitstimes

ໃນແຈ້ງການທາງສື່ສັງຄົມ, ທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ ໃຫ້ຮູ້ວ່າ, ປະເທດນີ້ຈະດຳເນີນການພົບປະເຈລະຈາ Shangri-La ຄືນໃໝ່ໃນປີນີ້ໃນສະພາບບັນດາມາດຕະການປ້ອງກັນ ແລະຕ້ານພະຍາດພວມໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ ແລະໂຄງການສັກວັກຊິນພວມດຳເນີນ. ການພົບປະເຈລະຈາ Shangri-La ປີນີ້ຄາດວ່າຈະດຳເນີນແຕ່ວັນທີ 4 - 6 ມິຖຸນາ ຈະມາເຖິງ. ປະຈຸບັນ, ສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) - ອົງການເຈົ້າພາບຈັດຕັ້ງການພົບປະເຈລະຈາ Shangri-La ຍັງບໍ່ທັນປະກາດໂຄງການດໍາເນີນງານ ກໍ່ຄືຈໍານວນຜູ້ແທນເຂົ້າຮ່ວມເທື່ອ. ໂດຍເລີ່ມຈັດຕັ້ງແຕ່ປີ 2002, ການພົບປະເຈລະຈາ Shangri-La ແມ່ນເວທີປາໄສປ້ອງກັນຊາດ ທີ່ໄດ້ຈັດຕັ້ງປະຈຳປີຢູ່ສິງກະໂປ. ເວທີປາໄສໄດ້ດຶງດູດຄວາມສົນໃຈຂອງປະມຸກລັດ, ເຈົ້າໜ້າທີ່ອາວຸໂສດ້ານການທະຫານ, ນັກການທູດ ແລະບໍລິສັດຜະລິດອາວຸດໃນທົ່ວໂລກ.

ໂດຍ: ທະນາພອນ