ຢູ່ທີ່ນີ້,  ສອງຝ່າຍໄດ້ກວດກາຄືນການຜັນຂະຫຍາຍແຜນການຮ່ວມມືໄລຍະ 3 ປີ (2018-2021), ສະເໜີບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ, ແລກປ່ຽນສະພາບການໂລກ ແລະພາກພື້ນຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍ ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍກວ່າອີກ, ໃຫ້ຄຳໝັ້ນສັນຍາສະໜັບສະໜູນຄວາມເປັນລະບຽບຮຽບຮ້ອຍສາກົນອີງຕາມກົດໝາຍ ກໍ່ຄືບົດບາດຂອງບັນດາລະບອບລະບຽບການຫຼາຍຝ່າຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ນິວຊີແລນ. ພາບ: ງອັກທື.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບູລິມະສິດບັນດາຂົງເຂດຮ່ວມມື: ການຮັກສາສັນຕິພາບສະຫະປະຊາຊາດ, ຄວາມໝັ້ນຄົງຢູ່ທະເລ, ບຳລຸງສ້າງ ແລະກົນໄກເຈລະຈາສອງຝ່າຍ. ຕາມທ່ານພົນຕີ ຫວູຈ໊ຽນຖັ໊ງ ແລ້ວ, ການເຈລະຈາສອງຝ່າຍແມ່ນກົນໄກສຳຄັນເພື່ອໃຫ້ສອງຝ່າຍແບ່ງປັນທັດສະນະກ່ຽວກັບບັນຫາຍຸດທະສາດ ກໍ່ຄືຍົກອອກບັນດາເນື້ອໃນຊຸກຍູ້ການຮ່ວມມືໃນໄລຍະຕໍ່ໄປ. ທ່ານພົນຕີ ຫວູຈ໊ຽນຖັ໊ງ ກໍໍ່ສະເໜີຝ່າຍນິວຊີແລນ ສືບຕໍ່ໜູນຊ່ວຍຫວຽດນາມ ຍົກສູງລະດັບພາສາອັງກິດໃຫ້ແກ່ບັນດາກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ແບ່ງປັນຂໍ້ມູນກ່ຽວກັບຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້ (UNMISS) ແລະການປັບປຸງຍຸດທະສາດຢູ່ຄະນະປະຕິບັດງານນີ້. ຄຽງຂ້າງນັ້ນ, ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງຕ້ອງເປີດກວ້າງການຮ່ວມມືກ່ຽວກັບການສືບຂ່າວ, ເສນາຮັກ, ການຜະລິດວັດຖຸອຸປະກອນການແພດສຳລັບການປ້ອງກັນ ແລະຕ້ານພະຍາດໂຄວິດ-19.

ຝ່າຍນິວຊີແລນ ແບ່ງປັນກ່ຽວກັບຄວາມຄືບໜ້າກໍ່ສ້າງປຶ້ມປົກຂາວປ້ອງກັນຊາດ ກໍ່ຄືປາດຖະໜາຢາກປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ໃຫ້ຄຳໝັ້ນສັນຍາສະໜັບສະໜູນຫວຽດນາມ ໃນຖານະຕຳແໜ່ງເປັນປະທານອາຊຽນ, ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່. 

ໂດຍ: ສົມເພັດ