leftcenterrightdel
ທ່ານພົນຕີ ທ໊າຍດ້າຍງອັກ ແລະຄະນະຜູ້ແທນຫວຽດນາມ ລວມມີບັນດາພະນັກງານຂອງກົມສູ້ຮົບ (ກົມໃຫຍ່ເສນາທິການ), ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ). ພາບ: qdnd.vn.

ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງຮັບປະກັນຄວາມສາມາດກຽມພ້ອມສູ້ຮົບ

ດ້ວຍຫົວຂໍ້ “ການຮ່ວມມືດ້ານການທະຫານເພື່ອອາຊຽນສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ກອງປະຊຸມ AMOM-10 ໄດ້ສ້າງເວທີປາໄສເພື່ອໃຫ້ກອງທັບບັນດາປະເທດອາຊຽນ ແບ່ງປັນທັດສະນະກ່ຽວກັບບັນດາບັນຫາຄວາມໝັ້ນຄົງພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປຶກສາຫາລືບັນດາມາດຕະການແນໃສ່ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງອົງການສູ້ຮົບຂອງກອງທັບບັນດາປະເທດອາຊຽນ. ບັນດາຫົວໜ້າຄະນະໄດ້ແລກປ່ຽນທັດສະນະກ່ຽວກັບບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງຢູ່ພາກພື້ນ, ລວມມີບັນຫາຄວາມໝັ້ນຄົງທາງທະເລເວົ້າລວມ, ບັນຫາທະເລຕາເວັນອອກ, ຕ້ານກໍ່ການຮ້າຍ, ໂຈນສະລັດ; ສະເໜີບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງກອງທັບບັນດາປະເທດອາຊຽນ ແນໃສ່ຮັບມືກັບສິ່ງທ້າທາຍເຖິງຄວາມໝັ້ນຄົງບໍ່ແມ່ນການທະຫານ ແລະການທະຫານຢ່າງມີປະສິດທິຜົນ...

leftcenterrightdel
ບັນຍາກາດທີ່ກອງປະຊຸມທາງໄກ AMOM-10 ຢູ່ຮ່າໂນ້ຍ. ພາບ: qdnd.vn.

ທີ່ກອງປະຊຸມ AMOM-10, ບັນດາຂໍ້ລິເລີ່ມຮ່ວມມື, ສະເໜີການເຄື່ອນໄຫວຂອງບັນດາຫົວໜ້າຄະນະລ້ວນແຕ່ມີທັດສະນະລວມມຸ່ງໄປເຖິງເນື້ອແທ້ກວ່າ, ເປັນເຈົ້າການ ແລະມີໄຫວພິບກວ່າເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນ, ພິເສດແມ່ນພະຍາດໂຄວິດ-19. ຫົວໜ້າຄະນະບັນດາປະເທດອາຊຽນ ກໍ່ແບ່ງປັນບົດຮຽນຂອງກອງທັບປະເທດຕົນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19,  ຢັ້ງຢືນບົດບາດແກ່ນສານຂອງກອງທັບໃນການເຄື່ອນໄຫວນີ້.

ກໍ່ທີ່ເວທີປາໄສນີ້, ຫົວໜ້າຄະນະບັນດາປະເທດອາຊຽນໄດ້ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາສືບຕໍ່ຮັກສາບັນດາແຜນການຮ່ວມມືຕາມແບບວິທີເໝາະສົມໃນສະພາບການໃໝ່, ສະໜັບສະໜູນ ແລະໜູນຊ່ວຍບັນດາຂໍ້ລິເລີ່ມຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນທັງສອງຝ່າຍ ແລະຫຼາຍຝ່າຍ.

ຕັດສິນໃຈບໍ່ປະໃຫ້ພະຍາດໂຄວິດ-19 ກີດຂວາງວິວັດການຮ່ວມມືດ້ານການທະຫານ

ນີ້ແມ່ນຄັ້ງທໍາອິດທີ່ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມ AMOM, ພາຍຫຼັງເຫດການນີ້ໄດ້ຮັບການຜັດປ່ຽນກັນຈັດຕັ້ງ 9 ຄັ້ງລະຫວ່າງກອງທັບບັນດາປະເທດອາຊຽນ. ກອງປະຊຸມໄດ້ຈັດຕັ້ງໃນສະພາບພະຍາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນ, ອັນໄດ້ສະແດງໃຫ້ເຫັນການເປັນເຈົ້າການ, ຮັບມື ແລະຄວາມຕັດສິນໃຈຂອງຫວຽດນາມ ກໍ່ຄືບັນດາປະເທດອາຊຽນເພື່ອບໍ່ໃຫ້ພະຍາດໂຄວິດ-19 ກີດຂວາງວິວັດການຮ່ວມມືຂອງກອງທັບບັນດາປະເທດອາຊຽນ.

leftcenterrightdel
ມອບຮັບຕໍາແໜ່ງປະທານ AMOM ໃຫ້ບຣູໄນ. ພາບ: qdnd.vn.

ທີ່ກອງປະຊຸມ, ທ່ານພົນຕີ ທ໊າຍດ້າຍງອັກ ຢັ້ງຢືນວ່າ “ເພື່ອຮັກສາໄດ້ບົດບາດໃຈກາງຂອງອາຊຽນໃນການຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ພວມພົ້ນເດັ່ນຂຶ້ນ, ພວກເຮົາຄວນເພີ່ມທະວີຄວາມສະໜິດຕິດພັນ, ຄວາມເປັນເອກະພາບກວ່າອີກເພື່ອສາມາດພ້ອມກັນກະທໍາເພື່ອຜົນປະໂຫຍດລວມຂອງພາກພື້ນ. ໂລກລະບາດ ກໍ່ຄືບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງອື່ນໆບໍ່ສາມາດກີດຂວາງການຮ່ວມມືຂອງພວກເຮົາໄດ້. ໃນເງື່ອນໄຂຄືປະຈຸບັນ, ພວກເຮົາຍິ່ງຕ້ອງເພີ່ມທະວີການຮ່ວມມືເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກສະພາບແວດລ້ອມ”.

ບັນດາຫົວໜ້າຄະນະໄດ້ເຫັນດີເປັນເອກະສັນຖືວ່າ, ໄລຍະຜ່ານມາສືບຕໍ່ຂີດໝາຍການພັດທະນາຢ່າງຕັ້ງໜ້າໃນການຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ, ສະແດງໃຫ້ເຫັນຜ່ານການຈັດຕັ້ງສຳເລັດບັນດາການຝຶກຊ້ອມໃນຂອບເຂດບັນດາກຸ່ມນັກຊ່ຽວຊານ ADMM+, ການພົບປະແລກປ່ຽນນາຍທະຫານໜຸ່ມ... ບັນດາການເຄື່ອນໄຫວຢ່າງແທດຈິງນີ້ໄດ້ສ້າງກາລະໂອກາດເພີ່ມທະວີການພົບປະແລກປ່ຽນ, ຖອດຖອນບົດຮຽນ ແລະມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກອງທັບບັນດາປະເທດອາຊຽນ.

ທີ່ເວທີປາໄສ AMOM-10 ຜ່ານລະບົບທາງໄກ, ບັນດາປະເທດອາຊຽນຕີລາຄາສູງຄວາມມານະພະຍາຍາມຂອງປະເທດເຈົ້າພາບຫວຽດນາມ ທີ່ໄດ້ຈັດຕັ້ງກອງປະຊຸມທາງໄກນີ້ໃນສະພາບພະຍາດໂຄວິດ-19 ພວມສົ່ງຜົນສະທ້ອນເຖິງບັນດາການເຄື່ອນໄຫວຮ່ວມມືດ້ານການທະຫານ, ເປັນຕົ້ນແມ່ນໃນພູມີປະເທດຕົວຈິງຂອງກອງທັບບັນດາປະເທດອາຊຽນ. ບັນດາປະເທດກໍ່ຕີລາຄາສູງຫວຽດນາມ, ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020 ໄດ້ຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດ-ການທະຫານອາຊຽນໃນປີສຳເລັດຜົນ; ຜ່ານນັ້ນສະເໜີ ແລະປະຕິບັດບັນດາຂໍ້ລິເລີ່ມຮັບມືກັບພະຍາດໂຄວິດ-19 ກໍ່ຄືບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດ-ການທະຫານພາຍໃນກຸ່ມ.

ໂດຍ: ເຈິ່ນຮວ່ຽນ