ຮັກສາກໍານົດທິດດ້ານການເມືອງ

ການພົວພັນຕ່າງປະເທດດ້ານປ້ອງກັນຊາດບໍ່ແມ່ນວຽກງານພົວພັນຕ່າງປະເທດພຽງຢ່າງດຽວຂອງກະຊວງປ້ອງກັນປະເທດ ຫຼື ຂອງກອງທັບເທົ່ານັ້ນ ຫາກຍັງລວມມີບັນດາການເຄື່ອນໄຫວພົວພັນຕ່າງປະເທດໃນຂົງເຂດປ້ອງກັນຊາດກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ກ່ຽວຂ້ອງເຖິງເອກະລາດ, ອະທິປະໄຕ, ຜົນປະໂຫຍດແຫ່ງຊາດ-ຊົນຊາດຂອງຫວຽດນາມ ແລະຄວາມໝັ້ນຄົງ, ສັນຕິພາບຂອງພາກພື້ນ ແລະໃນໂລກອີກດ້ວຍ. ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ຕ້ອງຢູ່ພາຍໃຕ້ການນໍາພາຂອງພັກ, ການຄຸ້ມຄອງຂອງລັດຖະບານ, ເຊິ່ງໂດຍກົງ ແລະເປັນປະຈໍາແມ່ນຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ. 

ໃນຊຸມປີຜ່ານມາ, ໂດຍຊາບຊຶມຢ່າງເລິກເຊິ່ງທັດສະນະ, ແນວທາງ, ຫຼັກການ, ທິດຊີ້ນໍາ, ນະໂຍບາຍພົວພັນຕ່າງປະເທດ ແລະແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງພັກ, ລັດ, ເຊິ່ງໂດຍກົງແມ່ນມະຕິສະບັບ ເລກທີ 22-NQ/TW ຂອງກົມການເມືອງ (ຊຸດທີ XI) ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນ; ມະຕິສູນກາງ 8 (ຊຸດທີ XI) ວ່າດ້ວຍຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່; ຄໍາສັ່ງສະບັບເລກທີ 25-CT/TW ຂອງຄະນະເລຂາທິການວ່າດ້ວຍການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030; ກອງທັບໄດ້ສືບຕໍ່ຜັນຂະຫຍາຍການຍູ້ແຮງວຽກງານພົວພັນຕ່າງປະເທດຢ່າງຮອບດ້ານ ແລະຄົບຊຸດ; ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນດ້ານປ້ອງກັນຊາດ, ຜ່ານນັ້ນບັນລຸໄດ້ຜົນງານສໍາຄັນຫຼາຍ.

leftcenterrightdel
ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ຊູດັງໃຕ້. ພາບ: ກົມຮັກສາສັນຕິພາບຫວຽດນາມ.

ທົບທວນຄືນບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດໃນຊຸມປີມໍ່ໆມານີ້, ສາມາດເຫັນໄດ້ຢ່າງຈະແຈ້ງການນໍາພາຂອງພັກຍາມໃດກໍ່ໄດ້ຮັບການຮັກສາໄວ້ຢູ່ສະເໝີ. ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນຕິດຈອດກັນ, ບັນດາປະເທດໃນພາກພື້ນອາຊຽນ ຍາມໃດກໍ່ໄດ້ຮັບບຸລິມະສິດເມື່ອບັນດາການພົບປະແລກປ່ຽນຢູ່ເຂດຊາຍແດນ, ບັນດາການຢ້ຽມຢາມຂັ້ນສູງ ແລະການແລກປ່ຽນຄະນະຜູ້ແທນທຸກຂັ້ນໄດ້ດໍາເນີນເປັນປົກກະຕິ. ພິເສດ, ໃນປີ 2020 ເມື່ອຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ, ພວກເຮົາໄດ້ເປັນເຈົ້າການເສີມຂະຫຍາຍບົດບາດຂອງປະເທດເຈົ້າພາບເພື່ອຈັດຕັ້ງສຳເລັດບັນດາກອງປະຊຸມ, ການເຄື່ອນໄຫວຕ່າງໆ, ເຖິງແມ່ນວ່າໄດ້ຮັບຜົນສະທ້ອນຈາກເຊື້ອພະຍາດໂຄວິດ-19; ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍໃນຂອບເຂດອາຊຽນ ແລະໂດຍອາຊຽນ ຮັກສາບົດບາດຫຼັກແຫຼ່ງ...

ການຮັກສາສັນຕິພາບ ສະຫະປະຊາຊາດ ກໍ່ແມ່ນຈຸດພົ້ນເດັ່ນ, ສ້າງຮູບພາບອັນດີງາມຂອງກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ. ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ຢ່າງເປັນທາງການນັບແຕ່ປີ 2014. ມາຮອດປັດຈຸບັນ, ມີນາຍທະຫານຈໍານວນ 50 ເທື່ອຄົນໄດ້ຮັບການຈັດສົ່ງໄປປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານທີ່ອາຟະລິກາກາງ, ຊູດັງໃຕ້ ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 1 ແລະເລກ 2 ຢູ່ຊູດັງໃຕ້ ໂດຍມີພະນັກງານ, ພາລະກອນ, ແພດໝໍ, ນາງພະຍາບານທັງໝົດ 126 ຄົນ. ໃນໄລຍະຈະມາເຖິງ, ນາຍທະຫານກອງທັບປະຊາຊົນຫວຽດນາມ ຍັງຮັບໜ້າທີ່ຢູ່ກົມກອງຍຸດທະສາດຢູ່ສໍານັກງານສະຫະປະຊາຊາດ ແລະບັນດາຕໍາແໜ່ງສໍາຄັນອື່ນ, ຢັ້ງຢືນອິດທິພົນຊື່ສຽງຂອງກອງທັບປະຊາຊົນຫວຽດນາມ ໃນບັນດາການເຄື່ອນໄຫວສາກົນ.

ເບິ່ງລວມແລ້ວ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດລວມຂອງການເຄື່ອນໄຫວພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນເຊິ່ງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຕີລາຄາໃນບົດຂຽນດ້ວຍຫົວຂໍ້ວ່າ “ກະກຽມ ແລະດໍາເນີນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໃຫ້ດີທີ່ສຸດ”, ນໍາປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່” ເຊິ່ງສື່ມວນຊົນໄດ້ລົງຂ່າວໃນວັນທີ 1 ກັນຍາ 2020 ຜ່ານມາວ່າ: “ການເຄື່ອນໄຫວພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ, ນັບມື້ນັບເປີດກວ້າງ ແລະເຂົ້າສູ່ລວງເລິກ, ປະກອບສ່ວນປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ; ເດັດດ່ຽວ, ຢຶດໝັ້ນຮັກສາເອກະລາດ, ອະທິປະໄຕ, ສິດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະບັນດາຜົນປະໂຫຍດຍຸດທະສາດຂອງປະເທດຊາດ; ອິດທິພົນຊື່ສຽງ ແລະຖານະທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ”.

ຕັ້ງໜ້າ, ເປັນເຈົ້າການ, ໝັ້ນແກ່ນ, ມີໄຫວພິບ ແລະປະສິດທິຜົນ

ພ້ອມກັບການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ, ການທູດປະຊາຊົນ, ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດນັບມື້ນັບໄດ້ຮັບການຍູ້ແຮງຕາມທິດພັດທະນາຢ່າງເລິກເຊິ່ງກວ້າງຂວາງທາງດ້ານຂອບຂະໜາດ ແລະລະດັບການຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນນໍາການປ້ອງກັນຊາດຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ.

ແຕ່ວ່າໃນຊຸມປີຕໍ່ໜ້າ, ສະພາບການໃນໂລກ ແລະພາກພື້ນໄດ້ຮັບການຄາດຄະເນວ່າຈະສືບຕໍ່ມີການປ່ຽນແປງຢ່າງສັບສົນ, ວ່ອງໄວ, ຄາດຄະເນໄດ້ຍາກ. ພະຍາດໂຄວິດ-19 ເຮັດໃຫ້ໂລກຕົກເຂົ້າສູ່ວິກິດການທີ່ຮ້າຍແຮງໃນຫຼາຍດ້ານ ໃນຂະນະນັ້ນ, ການແກ່ງແຍ້ງຍຸດທະສາດ, ການແກ່ງແຍ້ງເສດຖະກິດ, ສົງຄາມການຄ້າ, ເຕັກໂນໂລຢີ ສືບຕໍ່ດໍາເນີນໄປຢ່າງຂ້ຽວຂາດ. ຕໍ່ໜ້າສະພາບການດັ່ງກ່າວ ຮຽກຮ້ອງໃຫ້ບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຕ້ອງຕັ້ງໜ້າ, ເປັນເຈົ້າການ, ໝັ້ນແກ່ນ, ມີໄຫວພິບ ແລະປະສິດທິຜົນກວ່າອີກ. ການພົວພັນຕ່າງປະເທດດ້ານປ້ອງກັນຊາດຕ້ອງສືບຕໍ່ຊາບຊຶມທັດສະນະ, ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່; ເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນ, ຕີລາຄາ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນເສນາທິການໃຫ້ພັກ, ລັດຢ່າງທັນການເພື່ອມີແຜນນະໂຍບາຍ, ວິທີການຮັບມືແກ້ໄຂບັນດາສະຖານະການຢ່າງມີໄຊ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ.

ໃນຊຸມປີຜ່ານມາ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ສືບທອດ ແລະເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ, ກາຍເປັນແນວຮົບການທູດທີ່ສໍາຄັນຢ່າງແທດຈິງ, ປະກອບສ່ວນສ້າງທ່າອັນໝັ້ນແກ່ນໃຫ້ແກ່ການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ ແລະລັດ, ກໍ່ສ້າງແລວທາງແຫ່ງຄວາມໝັ້ນຄົງ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ສ້າງເງື່ອນໄຂສາກົນອັນສະດວກເພື່ອໃຫ້ປະເທດພັດທະນາໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.  ປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ X, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ຊາບຊຶມຢ່າງເລິກເຊິ່ງແນວທາງພົວພັນຕ່າງປະເທດຂອງພັກ, ຍູ້ແຮງ ແລະຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ ແລະກໍ່ສ້າງກອງທັບໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

ດ້ວຍບັນດາຜົນສໍາເລັດຂອງການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ທຸງຊາດຫວຽດນາມ ຈະສືບຕໍ່ປິວສະບັດໃນທົ່ວທຸກແຫ່ງຫົນຂອງປະເທດຊາດ, ຢັ້ງຢືນອະທິປະໄຕແຫ່ງຊາດ; ປະກົດຕົວຢູ່ຫຼາຍປະເທດ, ຫຼາຍເຫດການໃຫຍ່ໃນໂລກ, ຢັ້ງຢືນວ່າຫວຽດນາມ ແມ່ນປະເທດສັນຕິພາບ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ໂດຍ: ໄຊຊະນະ