ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວີ້ງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານລັດເຊຍ ທີ່ໄດ້ສະໜັບສະໜູນພື້ນຖານດ້ານວັດຖຸ, ຍົກສູງກໍາລັງຄວາມສາມາດຄົ້ນຄວ້າວິທະຍາສາດໃຫ້ແກ່ສູນເຂດຮ້ອນຫວຽດ-ລັດເຊຍ, ໂດຍສະເພາະແມ່ນລັກສະນະປະສິດທິຜົນຂອງລົດວິເຄາະເຄື່ອນທີ່ ເຊິ່ງລັດຖະບານລັດເຊຍ ມອບໃຫ້ສູນເຂດຮ້ອນຫວຽດ-ລັດເຊຍ, ປະກອບສ່ວນເຂົ້າບົດບາດຕັ້ງໜ້າ, ແຖວໜ້າຂອງກອງທັບໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ແລກປ່ຽນກັບທ່ານ Konstantin Vnukov ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ. ພາບ: qdnd.vn.

ສ່ວນທ່ານ Konstantin Vnukov ໃຫ້ຮູ້ຈະສະເໜີລັດຖະບານລັດເຊຍ ສືບຕໍ່ຊີ້ນໍາບັນດາກະຊວງ, ຂະແໜງການ, ບັນດາຄູ່ຮ່ວມມືລັດເຊຍ ເອົາໃຈໃສ່ຊຸກຍູ້ການເຄື່ອນໄຫວດ້ານວິທະຍາສາດ, ເຕັກໂນໂລຢີ ແລະບັນດານັກຊ່ຽວຊານລັດເຊຍ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບນັກຊ່ຽວຊານຫວຽດນາມ ສ້າງຫຼາຍໂຄງການວິທະຍາສາດເຕັກໂນໂລຢີທີ່ບັນລຸປະສິດທິຜົນສູງສຸດ.

ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19, ທ່ານພົນໂທ ຫງວຽນຈີ໊ວີ້ງ ສະເໜີສະຫະພັນລັດເຊຍ ສືບຕໍ່ໜູນຊ່ວຍບາງແຫຼ່ງກໍາລັງກ່ຽວກັບນັກຊ່ຽວຊານ ກໍ່ຄືວັດຖຸອຸປະກອນການແພດ ແລະທາດເຄມີປະເພດຕ່າງໆໃຫ້ຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານ Konstantin Vnukov ໄດ້ມອບຈົດໝາຍທາງການຂອງລັດຖະບານລັດເຊຍກ່ຽວກັບເລື່ອງກຽມພ້ອມທີ່ຈະຮ່ວມມື, ໜູນຊ່ວຍຫວຽດນາມໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ທ່ານພົນໂທ ຫງວຽນຈີ໊ວີ້ງ; ພ້ອມທັງເນັ້ນໜັກວ່າ ສະຫະພັນລັດເຊຍ ພ້ອມແລ້ວທີ່ຈະເຮັດວຽກກັບທຸກຂັ້ນ, ໜູນຊ່ວຍຫວຽດນາມຢູ່ໃນລະດັບສູງສຸດ.

ໂດຍ: ທູຈາງ