ນັກຂ່າວ: ຂໍຮຽນທ່ານ, ຂໍທ່ານໃຫ້ຮູ້ກອງທັບປົດປ່ອຍປະຊາຊົນຈີນ ໄດ້ປະກອບສ່ວນຄືແນວໃດໃຫ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຈີນ?

ທ່ານພັນເອກ Luo Bin: ເມື່ອພະຍາດໂຄວິດ-19 ແຜ່ລະບາດ, ໃນຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ກົງກັບວັນທີ 24 ມັງກອນ 2020, ບັນດາແພດໝໍທະຫານໄດ້ຊ່ວຍເຫຼືອໃຫ້ນະຄອນອູ່ຫັ້ນ, ແຂວງຫູເປີຍຢ່າງຮີບດ່ວນ. ທີ່ບັນດາທ້ອງຖິ່ນຂອງຈີນ, 63 ໂຮງໝໍເສນາຮັກ, ດ້ວຍເກືອບ 3.000 ຕຽງໄດ້ເຂົ້າຮ່ວມການປິ່ນປົວໃຫ້ຄົນເຈັບ. ຕາມຕົວເລກສະຖິຕິແລ້ວ, ມີແພດໝໍທະຫານປະມານ 10.000 ຄົນໄດ້ເຂົ້າຮ່ວມວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ເວົ້າລວມແລ້ວ, ເສນາຮັກຈີນ ໄດ້ສູ້ຮົບຢ່າງຕໍ່ເນື່ອງ, ຊ່ວງເສັງກັບເວລາ, ປະກອບສ່ວນເສີມຂະຫຍາຍບົດບາດແມ່ນເສົາຄໍ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຈີນ.

leftcenterrightdel
ທ່ານພັນເອກ Luo Bin.  ພາບ: qdnd.vn.

ນັກຂ່າວ: ທ່ານຕີລາຄາຄືແນວໃດກ່ຽວກັບການສົມທົບກັນລະຫວ່າງກອງທັບສອງປະເທດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19?

ທ່ານພັນເອກ Luo Bin: ເດືອນກຸມພາ 2020, ຂະນະທີ່ຈີນ ປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນການດໍາເນີນບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ບໍລິຈາກ ແລະມອບອຸປະກອນການແພດ, ຊຸດປ້ອງກັນພະຍາດໂຄວິດ-19, ຖົງມື ແລະຜ້າອັດປາກ-ອັດດັງໃຫ້ກະຊວງປ້ອງກັນປະເທດຈີນ. ພາຍຫຼັງຍາດໄດ້ຜົນສໍາເລັດໃນຍຸດທະສາດໃຫຍ່ປ້ອງກັນ, ຕ້ານພະຍາດໂຄວິດ-19, ຈີນ ໄດ້ຕັ້ງໜ້າຜັນຂະຫຍາຍການຮ່ວມມືກັບປະເທດຕ່າງໆ. ກະຊວງປ້ອງກັນປະເທດຈີນ ກໍ່ມອບອຸປະກອນການແພດຈໍານວນໜຶ່ງໃຫ້ກະຊວງປ້ອງກັນປະເທດຫວຽດນາມ, ໃນນັ້ນມີບັນດາຜະລິດຕະພັນວິເຄາະພະຍາດໂຄວິດ-19 ແລະເຄື່ອງວັດແທກອຸນຫະພູມຮ່າງກາຍ.

ທີ່ການໂອ້ລົມທາງໂທລະສັບໃນວັນທີ 29 ເມສາ, ທ່ານພົນໂທ Wei Fenghe ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ແລະທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເນັ້ນໜັກວ່າ ກອງທັບສອງປະເທດຈະຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານພະຍາດໂຄວິດ-19.

ອາດເວົ້າໄດ້ວ່າ, ກອງທັບສອງປະເທດໄດ້ເສີມຂະຫຍາຍບົດບາດສໍາຄັນໃນວຽກງານຮັບມືກັບພະຍາດໂຄວິດ-19 ຂອງແຕ່ລະຝ່າຍ. ນອກຈາກນັ້ນ, ສອງຝ່າຍກໍ່ຮ່ວມມືຢ່າງແໜ້ນແຟ້ນ, ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ ແລະຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດເປັນປົກກະຕິ, ຍືນຍົງ.

ນັກຂ່າວ: ຕາມທ່ານແລ້ວ, ໃນສະພາບພະຍາດໂຄວິດ-19 ຄືປະຈຸບັນ, ກອງທັບສອງປະເທດຕ້ອງເຮັດຫຍັງແດ່ເພື່ອຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຢ່າງແທ້ຈິງ?

ທ່ານພັນເອກ Luo Bin: ຄືດັ່ງຂ້າພະເຈົ້າໄດ້ເວົ້າແລ້ວວ່າ, ໃນການໂອ້ລົມທາງໂທລະສັບຜ່ານມາ, ທ່ານພົນໂທ Wei Fenghe ແລະທ່ານພົນເອກ ໂງຊວນລິກ ໄດ້ເຫັນດີເປັນເອກະພາບທັງຜັນຂະຫຍາຍການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງເຮັດໃຫ້ການຮ່ວມມືທີ່ມີເນື້ອແທ້ລະຫວ່າງກອງທັບສອງປະເທດເລິກເຊິ່ງຕື່ມອີກ.

ຕໍາຫຼວດທະເລ ແລະທະຫານເຮືອສອງປະເທດຍັງຄົງຮັກສາກົນໄກຮ່ວມມືຢູ່ທະເລ. ເດືອນເມສາ ແລະເດືອນມິຖຸນາຜ່ານມາ, ສອງຝ່າຍໄດ້ປະຕິບັດການກວດກາອາຊີບຫາປາປະສົມ ແລະການລາດຕະເວນຢູ່ເຂດທະເລອ່າວພາກເໜືອ. ກໍາລັງເສນາຮັກສອງປະເທດໄດ້ສະໜັບສະໜູນ, ມອບອຸປະກອນການແພດໃຫ້ກັນ ແລະແລກປ່ຽນບົດຮຽນທາງໄກ.

ອົງການພົວພັນຕ່າງປະເທດຂອງກະຊວງປ້ອງກັນປະເທດສອງປະເທດ ກໍ່ພວມສືບຕໍ່ຜັນຂະຫຍາຍບາງວຽກງານກະກຽມທີ່ມີກ່ຽວຂ້ອງ, ເພື່ອໃຫ້ສອງຝ່າຍຈະຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນ ຈີນ-ຫວຽດນາມ ຄັ້ງທີ 6 ແລະບັນດາການເຄື່ອນໄຫວສອງຝ່າຍສໍາຄັນໃນປີນີ້ເມື່ອມີເງື່ອນໄຂສະດວກ ແລະເວລາເໝາະສົມ.

ເວົ້າລວມແລ້ວ, ການພົວພັນດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ກອງທັບສອງປະເທດຈະສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນໍາສອງປະເທດ, ສືບຕໍ່ການໂຄສະນາ ແລະເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອ ຈີນ-ຫວຽດນາມ.

ນັກຂ່າວ: ຂໍທ່ານໃຫ້ຮູ້ ຈີນຢາກປະກອບສ່ວນຄືແນວໃດໃຫ້ບັນດາກອງປະຊຸມການທະຫານ-ປ້ອງກັນຊາດໃນປີອາຊຽນ 2020, ພິເສດແມ່ນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+) ຄາດຄະເນວ່າຈະດໍາເນີນໃນທ້າຍປີນີ້?

ທ່ານພັນເອກ Luo Bin: ຕາມແຜນການແລ້ວ, ທ່ານພົນໂທ Wei Fenghe ຈະມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມກອງປະຊຸມ ADMM+. ຝ່າຍຈີນ ຈະຕັ້ງໜ້າສະໜັບສະໜູນຫວຽດນາມ ຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງອາຊຽນ, ຖືອາຊຽນເປັນໃຈກາງ; ຕັ້ງໜ້າສະໜັບສະໜູນ, ຊຸກຍູ້ການພົວພັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງຈີນ ແລະອາຊຽນ.

ຄຽງຂ້າງນັ້ນ, ພວກຂ້າພະເຈົ້າຈະຕັ້ງໜ້າສົມທົບກັບຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດຄວາມໝັ້ນຄົງບໍ່ແມ່ນການທະຫານ, ໃນນັ້ນມີການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19. ພວກຂ້າພະເຈົ້າປາດຖະໜາວ່າອາຊຽນ ຈະກໍາແໜ້ນທິດທາງ, ລວມສຸມຄວາມຮັບຮູ້ລວມ ແລະເພີ່ມທະວີຄວາມສາມັກຄີການຮ່ວມມື, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ.

ນັກຂ່າວ: ຂໍຂອບໃຈທ່ານ !

ໂດຍ: ເຈິ່ນຮວ່ຽນ