ມີແປ້ງຈັ່ງແຕ່ງເຂົ້າໜົມໄດ້

ເປັນຄັ້ງທຳອິດທີ່ໄດ້ຮຽກໂຮມເຂົ້າທີມຊາດ Army Games 2020. ນີ້ແມ່ນຄວາມເອກອ້າງທະນົງໃຈແຕ່ກໍ່ແມ່ນຄວາມດັນໃຫຍ່ທີ່ສຸດສຳລັບຮ້ອຍໂທ ຟ້າມວັນຫ໊ຽວ, ກອງພົນນ້ອຍຊ່າງແສງ 229, ສະມາຊິກຂອງໝູ່ທະຫານຊ່າງແສງປະຈັນບານ. ເມື່ອແບ່ງປັນບັນດາຄວາມຫຍຸ້ງຍາກ ແລະສິ່ງທ້າທາຍເຊິ່ງຕົນເອງປະສົບໃນວິວັດການຝຶກແອບ, ຮ້ອຍໂທ ຟ້າມວັນຫ໊ຽວ ໃຫ້ຮູ້ວ່າ: “ເຂົ້າຮ່ວມງານແຂ່ງຂັນຄັ້ງນີ້ຮຽກຮ້ອງບັນດານັກກິລາຕ້ອງເຕົ້າໂຮມຫຼາຍປັດໄຈ: ໄວ, ແຮງ, ມີຄວາມທົນທານ ແລະໜຽວແໜ້ນ. ນັກຮົບຊ່າງແສງແຕ່ລະຄົນຍັງຕ້ອງມີໄຫວພິມເມື່ອຂ້າມສິ່ງກີຂວາງ, ນຳໃຊ້ວັດຖຸອຸປະກອນຢ່າງຊຳນິຊຳນານຈຶ່ງຕອບສະໜອງໄດ້ຄວາມຮຽກຮ້ອງຂອງງານແຂ່ງຂັນ”.

leftcenterrightdel
ໝູ່ທະຫານຊ່າງແສງປະຈັນບານຝຶກຊ້ອມການກວດ

ໃນຂອບເຂດ Army Games 2020, ທີມຊ່າງແສງຈະເຂົ້າຮ່ວມການແຂ່ງຂັນ “ການເດີນທາງປອດໄພ”. ບົດເສັງນີ້ບໍ່ໃໝ່ແຕ່ກະຕິກາການແຂ່ງຂັນມີການປ່ຽນແປງ ຈໍານວນໜຶ່ງຮຽກຮ້ອງບັນດາພະນັກງານ, ນັກຮົບໃນທີມຕ້ອງມີການປະສານສົມທົບຢ່າງຄ່ອງແຄ້ວ.

ສະນັ້ນ, ເມື່ອເຕື້ອງເຖິງປັດໄຈຕັດສິນຊະນະຂອງທີມຢູ່ການແຂ່ງຂັນຄັ້ງນີ້, ທ່ານພັນເອກພິເສດ ຈິ້ງງອັກຮຸ່ງ, ຮອງຫົວໜ້າເສນາທິການເຫຼົ່າຮົບຊ່າງແສງໄດ້ເໜັ້ນໜັກວ່າ: “ມີແປ້ງຈັ່ງແຕ່ງເຂົ້າໜົມໄດ້”. ເພື່ອມີຜົນງານດີ, ບັນດາສະມາຊິກໃນທີມຕ້ອງໄດ້ຮັບການເລືອກເຟັ້ນຢ່າງລະອຽດ, ຍ້ອນວ່ານີ້ແມ່ນປັດໄຈສຳຄັນທີ່ສຸດຕັດສິນໝາກຜົນການຝຶກແອບ ແລະເຂົ້າຮ່ວມການແຂ່ງຂັນ”.

ໜ້າທີ່ສຳຄັນ

ນີ້ແມ່ນຄັ້ງທີສອງທີມຂອງເຫຼົ່າຮົບຊ່າງແສງໄດ້ເຂົ້າຮ່ວມ Army Games. ສະນັ້ນ, ວຽກງານກະກຽມໃນປີນີ້ໄດ້ຮັບການດຳເນີນທຸກດ້ານຢ່າງຮອບຄອບຖີ່ຖ້ວນ ແລະລະອຽດລະອໍ, ດ້ວຍເປົ້າໝາຍຕອບສະໜອງດີທີ່ສຸດໃຫ້ວິວັດການຝຶກແອບຂອງທີມ. ທ່ານພັນເອກພິເສດ ຈິ້ງງອັກຮຸ່ງ ໃຫ້ຮູ້ວ່າ “ໜ້າທີ່ເຂົ້າຮ່ວມ Army Games ມີຄວາມໝາຍສໍາຄັນທີ່ສຸດ, ຍ້ອນວ່ານີ້ແມ່ນກາລະໂອກາດເພື່ອໃຫ້ພວກເຮົາສະແດງລະດັບຄວາມຮູ້, ຄວາມສາມາດ, ລະດັບຍອດຢ້ຽມກໍ່ຄືຶກຳລັງແຮງຂອງທະຫານຊ່າງແສງເວົ້າສະເພາະ, ຂອງກອງທັບປະຊາຊົນຫວຽດນາມວິລະຊົນເວົ້າລວມກັບເພື່ອນມິດສາກົນ. ຍ້ອນເຫດນັ້ນ, ກອງບັນຊາການທະຫານຊ່າງແສງກຳນົດວ່ານີ້ແມ່ນໜ້າທີ່ການເມືອງສຳຄັນໃນປີ 2020, ໄດ້ຊີ້ນຳບັນດາອົງການ, ກົມກອງສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ທີມຝຶກແອບ ແລະກຽມພ້ອມເຂົ້າຮ່ວມການແຂ່ງຂັນ”.

ຄຽງຂ້າງການຮັບປະກັນດ້ານພະລາທິການ, ເຕັກນິກດີທີ່ສຸດເພື່ອໃຫ້ທີມຈັດຕັ້ງການຝຶກແອບ, ກອງບັນຊາການທະຫານຊ່າງແສງກໍ່ເອົາໃຈໃສ່ທີ່ສຸດເຖິງຊີວິດການເປັນຢູ່ດ້ານຈິດໃຈ ແລະເອົາໃຈໃສ່ເຖິງການຝຶກຝົນຄຸນນະທາດໃຫ້ສະມາຊິກແຕ່ລະຄົນຂອງທີມ.

ໂດຍແມ່ນຜູ້ທີ່ສວມບົດບາດສຳຄັນທີ່ສຸດ, ໄດ້ຮັບຖືວ່າ “ອ້າຍກົກ” ໃນທີມຊ່າງແສງ, ທ່ານພັນເອກ ຟ້າມຕ໊ວນລຶກ, ຮອງຫົວໜ້າກອງບັນຊາການກອງພົນນ້ອຍ, ຫົວໜ້າເສນາທິການກອງພົນນ້ອຍ 229, ຫົວໜ້າທີມຊ່າງແສງແບ່ງປັນວ່າ: “ໃນວິວັດການຝຶກແອບ, ທີມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຄື: ວັດຖຸອຸປະກອນບໍ່ເຂົ້າກັນ, ເງື່ອນໄຂອາກາດແດດຮ້ອນສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງສຸຂະພາບຂອງບັນດາສະມາຊິກ. ເຖິງຢ່າງໃດກໍ່ຕາມ, ຍ້ອນມີຄວາມມານະພະຍາຍາມຂອງສະມາຊິກແຕ່ລະຄົນໃນທີມ ແລະໄດ້ຮັບຄວາມເອົາໃຈໃສ່ຂອງທຸກຂັ້ນ, ທີມໄດ້ຝຶກແອບທັງວັນ ແລະຄືນ, ແກ້ໄຂທຸກຄວາມຫຍຸ້ງຍາກ. ປະຈຸບັນ, ບັນດາສະມາຊິກໃນທີມລ້ວນແຕ່ຕັດສິນໃຈ, ກຽມພ້ອມຮັບມືກັບສິ່ງທ້າທາຍໃໝ່ທີ່ການແຂ່ງຂັນທາງການທະຫານສາກົນ”.

ໃນຕະຫຼອດໄລຍະປະຫວັດສາດຂອງກອງທັບປະຊາຊົນຫວຽດນາມ, ທະຫານຊ່າງແສງຍາມໃດກໍ່ສວມບົດບາດສຳຄັນ. ໃນຊຸມປີສົງຄາມ, ເຂົາເຈົ້າແມ່ນກຳລັງມີໜ້າຢູ່ບັນດາບໍລິເວນສຳຄັນ, ບັນດາຈຸດສຸມຖືກສັດຕູມ້າງເພທຳລາຍຢ່າງດຸເດືອດ, ບັນດາເສັ້ນທາງຍຸດທະສາດສຳຄັນ; ຜ່ານຜ່າສົງຄາມດຸເດືອດ, ອອກແຮງງານຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ສູ້ຮົບຢ່າງພິລະອາດຫານປະກອບສ່ວນເຂົ້າພາລະກິດຕໍ່ສູ້, ປົດປ່ອຍຊາດ. ຮອດໄລຍະສັນຕິພາບ, ເຂົາເຈົ້າສືບຕໍ່ແມ່ນກຳລັງຫຼັກແຫຼ່ງປະຕິບັດໜ້າທີ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກໝິ່ນ ແລະວັດຖຸລະເບີດທີ່ຕົກຄ້າງຫຼັງສົງຄາມ.

ສຳລັບເຂົາເຈົ້າ, Army Games ອາດຈະແມ່ນສິ່ງທ້າທາຍແຕ່ສິ່ງນັ້ນບໍ່ສາມາດກີດຂວາງຄວາມມານະພະຍາຍາມສ້າງຜົນງານປະກອບສ່ວນເພີ່ມພູນຄູນສ້າງມູນເຊື້ອອັນສະຫງ່າລາສີ “ເປີດເສັ້ນທາງໄຊຊະນະ” ເຊິ່ງລຸງໂຮ່ ໄດ້ມອບໃຫ້.

ໂດຍ: ສົມເພັດ