ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຫງວຽນຈີ໊ວີ້ງ ເນັ້ນໜັກວ່າ ໃນສະຖານະການປະຈຸບັນ, ເລື່ອງສອງຝ່າຍໜູນຊ່ວຍຢຸກຢາ, ວັດຖຸອຸປະກອນການແພດນັ້ນສະແດງໃຫ້ເຫັນນໍ້າໃຈສະຫາຍອ້າຍນ້ອງ, ແບ່ງປັນ, ຄວາມສາມັກຄີສະເໝີຕົ້ນສະເໝີປາຍທີ່ມີຄວາມໝາຍຫຼາຍຢ່າງໃຫ້ການພົວພັນສອງຝ່າຍ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບວັດຖຸອຸປະກອນການແພດໜູນຊ່ວຍກູບາ ປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພົນໂທ ຫງວຽນຈີ໊ວີ້ງ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ໄດ້ເຫັນດີເປັນເອກະພາບຈະບໍ່ປະໃຫ້ພະຍາດສົ່ງຜົນສະທ້ອນເຖິງການພົວພັນດ້ານປ້ອງກັນຊາດສອງຝ່າຍ. ພ້ອມກັບການຈັດຕັ້ງບັນດາກິດຈະກໍາສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກູບາ (2-12-1960 / 2-12-2020) ຂອງພັກ ແລະລັດຖະບານສອງປະເທດ, ສອງຝ່າຍກໍ່ຈະຜັນຂະຫຍາຍກິດຈະກໍາໂຄສະນາຄືພິມຈໍາໜ່າຍສໍາເນົາເອກະສານກ່ຽວກັບ 60 ປີແຫ່ງການພົວພັນດ້ານປ້ອງກັນຊາດຫວຽດນາມ-ກູບາ...

ທີ່ພິທີ, ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດກູບາ ປະຈໍາຫວຽດນາມ ໄດ້ສົ່ງຄໍາຂອບອົກຂອບໃຈຢ່າງເລິກເຊິ່ງມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ຍ້ອນຂອງຂວັນອັນລໍ້າຄ່າທີ່ສະຫງວນໃຫ້ແກ່ພັກ, ລັດ ແລະປະຊາຊົນກູບາ. ທ່ານນາງ Lianys Torres Rivera ກໍ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ກໍາລັງເຮັດບົດບາດເປັນປະທານອາຊຽນ 2020 ເປັນຢ່າງດີ ແລະໄດ້ຍົກອອກຫຼາຍຂໍ້ລິເລີ່ມປ້ອງກັນ, ຕ້ານພະຍາດໂຄວິດ-19.

ທີ່ພິທີ, ທ່ານພົນໂທ ຫງວຽນຈີ໊ວີ້ງ ໄດ້ມອບຂອງຂວັນເປັນສັນຍາລັກວັດຖຸອຸປະກອນການແພດໃຫ້ແກ່ກູບາ ເພື່ອໜູນຊ່ວຍປະເທດເພື່ອນປ້ອງກັນ, ຕ້ານພະຍາດໂຄວິດ-19. ຈໍານວນວັດຖຸອຸປະກອນການແພດປະມານ 3 ໂຕນ, ລວມມີຊຸດກິດກວດເຊື້ອພະຍາດ, ຜ້າອັດປາກ-ອັດດັງ, ຊຸດປ້ອງກັນພະຍາດ...

ໂດຍ: ເກື່ອງດັ້ງ