leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ການແລກປ່ຽນທາງໄກ. ພາບ: ວັນຮ໊ຽວ.

ທີ່ການແລກປ່ຽນ, ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານນາງ Alice Guitton ໄດ້ພ້ອມກັນຕີລາຄາຄືນໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຮ່ວມມືດ້ານປ້ອງກັນຊາດໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ; ທ່ານສະແດງຄວາມຂອບໃຈຕໍ່ຝ່າຍຝະລັ່ງທີ່ໄດ້ໜູນຊ່ວຍຫວຽດນາມໃນວຽກງານກໍ່ສ້າງ, ຜັນຂະຫຍາຍການຝຶກແອບໃຫ້ບັນດາກໍາລັງທີ່ກະກຽມເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ສອງຝ່າຍໄດ້ຢັ້ງຢືນເຖິງຄວາມຕັດສິນໃຈບໍ່ປະໃຫ້ພະຍາດໂຄວິດ-19 ສົ່ງຜົນສະທ້ອນເຖິງການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ພວມໃນທ່ວງທ່າພັດທະນາອັນດີງາມ. ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານນາງ Alice Guitton ເຫັນດີເປັນເອກະພາບກັນສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດໃນຫຼາຍຂົງເຂດ, ພິເສດແມ່ນຮັກສາກົນໄກເຈລະຈາຍຸດທະສາດ ແລະການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຝະລັ່ງໃຫ້ເປັນປະຈໍາ. ກ່ຽວກັບການຮ່ວມມືຫຼາຍຝ່າຍ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຂອບໃຈລັດຖະບານຝະລັ່ງ ທີ່ໄດ້ສະໜັບສະໜູນຕໍ່ເລື່ອງຫວຽດນາມ ແລະສະຫະພາບເອີລົບ (ອີຢູ) ລົງນາມສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA).

leftcenterrightdel
ຜູ້ຕາງໜ້າການນໍາບັນດາອົງການຂອງກະຊວງປ້ອງກັນປະເທດທີ່ການແລກປ່ຽນທາງໄກ. ພາບ: ວັນຮ໊ຽວ.

ທ່ານນາງ Alice Guitton ຕີລາຄາສູງຕໍ່ຖານະບົດບາດຂອງຫວຽດນາມໃນເວທີສາກົນ, ພາກພື້ນ; ທ່ານນາງກໍ່ສະແດງການສະໜັບສະໜູນບັນດາເນື້ອໃນ, ຂໍ້ລິເລີ່ມ, ແຜນການຈັດຕັ້ງບັນດາການເຄື່ອນໄຫວໃນປີຫວຽດນາມ ດໍາລົງຕໍາແໜ່ງບົດບາດດັ່ງກ່າວ; ພ້ອມທັງຢັ້ງຢືນວ່າພ້ອມແລ້ວທີ່ຈະສືບຕໍ່ແບ່ງປັນບົດຮຽນກັບຫວຽດນາມໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ, ເປັນຕົ້ນແມ່ນຢູ່ບັນດາບໍລິເວນເວົ້າພາສາຝະລັ່ງ.

ໂດຍ: ເຈິ່ນຮວ່ຽນ