ກໍາປັ່ນ 09, ກອງພົນນ້ອຍ 171 ສຳເລັດໜ້າທີ່ການຝຶກຊ້ອມການເດີນທະເລ ອາຊຽນ-ອາເມລິກາ ຄັ້ງທີ 2
ກປ.ອອນໄລ - ຕອນບ່າຍວັນທີ 18 ທັນວາ, ຢູ່ຕາແສງເຟືອກທັ໊ງ, ນະຄອນໂຮ່ຈີມິນ, ກໍາປັ່ນ 09, ກອງພົນນ້ອຍ 171, ທະຫານເຮືອເຂດ 2 ໄດ້ເຂົ້າທຽບທ່າກໍາປັ່ນຢ່າງປອດໄພ, ສິ້ນສຸດການເດີນທາງໃນໄລຍະທາງກວ່າ 1.700 ໄມທະເລ ເຂົ້າຮ່ວມການຝຶກຊ້ອມການເດີນທະເລ ອາຊຽນ-ອາເມລິກາ ຄັ້ງທີ 2 (AUMX-2) ຢູ່ ອິນໂດເນເຊຍ.
ການຝຶກຊ້ອມ AUMX-2 ມີການເຂົ້າຮ່ວມຂອງກໍາປັ່ນທະຫານເຮືອທີ່ມາຈາກ 8 ປະເທດໃນອາຊຽນ ແລະອາເມລິກາ. ຕີມໍ ແລັດສະເຕ, ກໍາປູເຈຍ ແລະລາວ ໄດ້ຈັດສົ່ງນາຍທະຫານເຂົ້າຮ່ວມ. ກໍາປັ່ນ 09, ກອງພົນນ້ອຍ 171, ທະຫານເຮືອເຂດ 2 ທີ່ຕາງໜ້າໃຫ້ທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ.
    |
 |
|
ກໍາປັ່ນ 09 ຂອງທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມການຝຶກຊ້ອມຢູ່ທະເລ. ພາບ: ແອັງເທີ |
ການຝຶກຊ້ອມການເດີນທະເລອາຊຽນ-ອາເມລິກາ ຄັ້ງທີ 2 ໄດ້ດຳເນີນໄປແຕ່ວັນທີ 10-13 ທັນວາ, ຄະນະປະຕິບັດງານ ແລະກໍາປັ່ນ 09 ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ຂຶ້ນຝັ່ງ, ຄື: ພິທີໄຂ, ການຝຶກຊ້ອມຮູບຈຳລອງ, ເຜີຍແຜ່ແຜນການໄປທະເລ, ກອງປະຊຸມສຳມະນານັກຊ່ຽວຊານ ແລະແກ້ໄຂສະຖານະການ, ການເຄື່ອນໄຫວກິລາ-ວັດທະນະທໍາ, ເຂົ້າຮ່ວມງານລ້ຽງຂອງປະເທດເຈົ້າພາບ ແລະໄປຢ້ຽມຢາມສະຖານທີ່ວັດທະນະທໍາ, ອາຫານການກິນ ຂອງອິນໂດເນເຊຍ.
ໃນລະຫວ່າງວັນທີ 12-13 ທັນວາ, ກໍາປັ່ນ 09 ຂອງທະຫານເຮືອປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມການຝຶກຊ້ອມຢູ່ທະເລກັບກໍາປັ່ນທະຫານເຮືອບັນດາປະເທດອາຊຽນ ແລະກໍາປັ່ນທະຫານເຮືອອາເມລິກາ...
    |
 |
|
ການນໍາກອງພົນນ້ອຍ 171 ມອບຊໍ່ດອກໄມ້ອວຍພອນຄະນະປະຕິບັດງານ ແລະກໍາປັ່ນ 09. ພາບ: ແອັງເທີ |
ການຈັດສົ່ງຄະນະປະຕິບັດງານ ແລະກໍາປັ່ນ 09 ເຂົ້າຮ່ວມການຝຶກຊ້ອມການເດີນທະເລອາຊຽນ-ອາເມລິກາ ຄັ້ງທີ 2 ຢູ່ອິນໂດເນເຊຍ ໄດ້ນຳມາເຊິ່ງຄວາມໝາຍສຳຄັນຫຼາຍຢ່າງ. ສືບຕໍ່ປະຕິບັດແນວທາງ, ແຜນນະໂຍບາຍ, ນະໂຍບາຍການທູດປ້ອງກັນຊາດຂອງພັກ ແລະລັດ ຢ່າງສະເໝີຕົ້ນສະເໝີປາຍ. ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບ ແລະຫັນຄຳໝັ້ນສັນຍາຂອງຫວຽດນາມ ໃນການສະໜັບສະໜູນ ແລະຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືເພື່ອຈຸດປະສົງມະນຸດສະທໍາ, ສັນຕິພາບ, ຄວາມໝັ້ນຄົງໃນການເດີນທະເລ, ສອດຄ່ອງກັບຜົນປະໂຫຍດລວມ ແລະທ່າອ່ຽງພ້ອມກັນຮ່ວມມືພັດທະນາໃຫ້ປະກົດຜົນເປັນຈິງ. ຜ່ານນັ້ນຊຸກຍູ້ ແລະເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ກັບທະຫານເຮືອບັນດາປະເທດຢູ່ພາກພື້ນ ແລະໃນໂລກ.
ໂດຍ: ທະນູສອນ ລຽງຄຳອ່ອນ