leftcenterrightdel
ທ່ານພົນຕີ ຫງວຽນວັນເຫງັຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ຫວູຮວ່າງ.

ທີ່ກອງປະຊຸມ, ຜູ້ຕາງໜ້າກອງທັບບັນດາປະເທດອາຊຽນໄດ້ແບ່ງປັນກ່ຽວກັບວຽກງານຮັບມືກັບພະຍາດໂຄວິດ-19. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຕີ ຫງວຽນວັນເຫງັຍ ຕີລາຄາສູງຄວາມຕັ້ງໜ້າ, ເປັນເຈົ້າການຂອງທະຫານບົກລາດຊະວົງບຣູໄນ ໃນຖານະຕໍາແໜ່ງເປັນປະທານ ACAMM 2020 ໃນສະພາບບັນດາປະເທດຢູ່ພາກພື້ນ ແລະໃນໂລກພວມປະເຊີນໜ້າກັບສິ່ງທ້າທາຍຈາກບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານກໍ່ຂຶ້ນ, ພິເສດແມ່ນພະຍາດໂຄວິດ-19.

leftcenterrightdel
ທ່ານພົນຕີ ຫງວຽນວັນເຫງັຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ຫວູຮວ່າງ.

ທ່ານພົນຕີ ຫງວຽນວັນເຫງັຍ ໃຫ້ຮູ້ວ່າ ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດ, ກອງທັບປະຊາຊົນຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມໃນຄວາມມານະພະຍາຍາມລວມຂອງລັດຖະບານໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ຄື: ນໍາໃຊ້ຄ້າຍທະຫານເປັນສະຖານທີ່ແຍກປ່ຽວໃຫ້ແກ່ພົນລະເມືອງທີ່ກັບມາຈາກຕ່າງປະເທດ; ດໍາເນີນການຂີດຢາຂ້າເຊື້ອຢູ່ເຂດທີ່ມີເຊື້ອພະຍາດ; ຄົ້ນຄວ້າ, ຜະລິດຊຸດກວດຫາເຊື້ອພະຍາດ; ຄຸ້ມຄອງ, ຕິດຕາມກວດກາຢູ່ເຂດດ່ານຊາຍແດນ; ຜັນຂະຫຍາຍບັນດາການເຄື່ອນໄຫວປ້ອງກັນ, ຕ້ານພະຍາດໂຄວິດ-19. ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານ ປ້ອງກັນຊາດອາຊຽນ ເພື່ອແນໃສ່ຮັກສາກໍາລັງໜູນ, ວິວັດທະນາການຮ່ວມມືຕາມເນື້ອໃນຈິດໃຈຫົວຂໍ້ປີອາຊຽນ 2020 ນັ້ນແມ່ນ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ພ້ອມກັນນັ້ນກອງທັບປະຊາຊົນຫວຽດນາມ ກໍ່ຕັ້ງໜ້າຮ່ວມມືແບ່ງປັນບົດຮຽນ, ໜູນຊ່ວຍເຊິ່ງກັນ ແລະກັນໃນການປະຕິບັດໜ້າທີ່ຂອງຕົນເພື່ອຮັບມືກັບພະຍາດໂຄວິດ-19 ໂດຍຜ່ານການຮ່ວມມືສອງຝ່າຍກັບປະເທດຕ່າງໆ, ຄື: ລາວ, ກໍາປູເຈຍ, ຈີນ, ລັດເຊຍ, ມຽນມາ, ກູບາ...

ທ່ານພົນຕີ ຫງວຽນວັນເຫງັຍ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍເຈດຕະນາດີ, ຄວາມຕັດສິນໃຈເພີ່ມທະວີການຮ່ວມມືນັ້ນ, ພະຍາດໂຄວິດ-19 ຈະໄດ້ຮັບການຄວບຄຸມ ແລະຍູ້ໃຫ້ຖອຍໄປຢູ່ບັນດາປະເທດອາຊຽນໂດຍໄວ.

ໂດຍ: ທູຈາງ