ໃນການໂອ້ລົມທາງໂທລະສັບ, ທ່ານພົນໂທ ຫງວຽນຈີ້ວິ້ງ ໄດ້ແຈ້ງໃຫ້ຝ່າຍອາຟະລິກາໃຕ້ ຮັບຊາບກ່ຽວກັບສະພາບພະຍາດໂຄວິດ-19 ຢູ່ຫວຽດນາມ; ພ້ອມທັງເນັ້ນໜັກວ່າ ຫວຽດນາມ ບັນລຸໄດ້ບັນດາຜົນສໍາເລັດໃນການຄວບຄຸມພະຍາດໂຄວິດ-19 ຄືໃນປັດຈຸບັນແມ່ນຍ້ອນມີການເຂົ້າຮ່ວມຂອງທັງລະບົບການເມືອງ, ໃນນັ້ນກອງທັບປະຊາຊົນຫວຽດນາມ ແມ່ນກໍາລັງມີບົດບາດແກ່ນສານ, ນໍາໜ້າ. ທ່ານພົນໂທ ຫງວຽນຈີ້ວິ້ງ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືສາກົນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19; ຢັ້ງຢືນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ປະສົບການໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ກັບ ອາຟະລິກາໃຕ້ ດ້ວຍຮູບການທາງອອນລາຍຄືໄດ້ປະຕິບັດກັບແພດທະຫານຂອງບາງປະເທດໃນໄລຍະຜ່ານມາ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ໃນການໂອ້ລົມທາງໂທລະສັບ. ພາບ: ວັນຮ໊ຽວ.

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍແບ່ງປັນໝາກຜົນຂອງການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກໍາລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ ຢູ່ທີ່ຄະນະປະຕິບັດງານຂອງ ສປຊ ຢູ່ທະວີບອາຟະລິກາ ແລະໃຫ້ຮູ້ວ່າ, ການເປັນເຈົ້າການຂອງກໍາລັງແພດທະຫານຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຂອງຫວຽດນາມ ຢູ່ຊູດັງໃຕ້ ໃນການຮັບມືກັບພະຍາດໂຄວິດ-19 ແມ່ນໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກ ສປຊ ແລະປະຊາຊົນປະຈໍາຖິ່ນ.

ສ່ວນທ່ານ Thabang Makwetla ກໍ່ຕີລາຄາສູງຕໍ່ໝາກຜົນຂອງຫວຽດນາມ ໃນການຕໍ່ສູ້ກັບພະຍາດໂຄວິດ-19, ປາດຖະໜາວ່າ ຫວຽດນາມ ຈະແບ່ງປັນບົດຮຽນ, ປະສົບການເພື່ອປະກອບສ່ວນຊ່ວຍໃຫ້ ອາຟະລິກາໃຕ້ ຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ.

leftcenterrightdel
ຜູ້ຕາງໜ້າການນໍາບັນດາອົງການຂອງກະຊວງປ້ອງກັນປະເທດ ໃນການໂອ້ລົມທາງໂທລະສັບ. ພາບ: ວັນຮ໊ຽວ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະ ທ່ານ Thabang Makwetla ກໍຕີລາຄາຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະເຫັນດີເປັນເອກະພາບກັນຕໍ່ທິດທາງໃນໄລຍະຈະມາເຖິງ. ສອງຝ່າຍໄດ້ຢັ້ງຢືນເຖິງຄວາມຕັດສິນໃຈບໍ່ປະໃຫ້ພະຍາດໂຄວິດ-19 ສົ່ງຜົນທະທ້ອນເຖິງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນບັນດາຂົງເຂດ, ຄື: ການບໍາລຸງກໍ່ສ້າງ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ການຮັກສາສັນຕິພາບ ສປຊ, ເສນາຮັກ, ອຸດສາຫະກໍາປ້ອງກັນຊາດ.

leftcenterrightdel
ບັນຍາກາດທີ່ການໂອ້ລົມທາງໂທລະສັບ. ພາບ: ວັນຮ໊ຽວ.

ພິເສດ, ແມ່ນໃນສະພາບພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ, ສອງຝ່າຍເຫັນດີເປັນເອກະພາບກັນຖືການຊຸກຍູ້ການຮ່ວມມືເສນາຮັກໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນເນື້ອໃນຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ ແລະເປັນເນື້ອໃນທີ່ຕ້ອງໄດ້ຜັນຂະຫຍາຍຢ່າງແຮງໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີສືບຕໍ່ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດ, ເພື່ອເປັນພື້ນຖານແບ່ງປັນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງວາງອອກບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດ.

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ທ່ານພົນໂທ ຫງວຽນຈີ໊ວິ້ງ ກໍ່ໄດ້ແຈ້ງໃຫ້ການນໍາກະຊວງປ້ອງກັນປະເທດ ແລະນັກຮົບເກົ່າອາຟະລິກາໃຕ້ ຮັບຊາບກ່ຽວກັບວິວັດການຈັດຕັ້ງບັນດາການເຄື່ອນໄຫວໃນປີທີ່ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ຜ່ານນັ້ນໄດ້ເປັນການຢັ້ງຢືນບົດບາດ, ຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ບັນດາບັນຫາລວມຂອງພາກພື້ນ ແລະໃນໂລກ.

ໂດຍ: ໄຊຊະນະ