ASPC ແມ່ນເວທີປາໄສຂັ້ນສູງຂຶ້ນກັບຊ່ອງທາງການຮ່ວມມືດ້ານປ້ອງກັນຊາດໃນຂອບເຂດເວທີປາໄສພາກພື້ນອາຊຽນ (ARF) ດ້ວຍການເຂົ້າຮ່ວມຂອງບັນດາຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫຼື ທຽບເທົ່າພ້ອມກັບບັນດາເຈົ້າໜ້າທີ່ປ້ອງກັນຊາດທີ່ມາຈາກ 27 ປະເທດສະມາຊິກ ARF.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ສະແດງຄວາມປະເອີບໃຈວ່າດ້ວຍຄວາມມານະພະຍາຍາມຂອງທຸກປະເທດ, ພະຍາດໂຄວິດ-19 ຈະຖືກຍູ້ໃຫ້ຖອຍໄປໂດຍໄວ, ຊີວິດການເປັນຢູ່ຂອງປະຊາຊົນຈະກັບຄືນສະພາບປົກກະຕິໂດຍໄວ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຕີລາຄາສູງໝາກຜົນກອງປະຊຸມເຈລະຈາເຈົ້າໜ້າທີ່ປ້ອງກັນຊາດເວທີປາໄສພາກພື້ນອາຊຽນ ARF (ARF DOD) ໃນວັນທີ 1 ກໍລະກົດຜ່ານມາເພື່ອກະກຽມໃຫ້ກອງປະຊຸມ ASPC-17.

ທີ່ກອງປະຊຸມ, ບັນດາຜູ້ແທນຕີລາຄາສູງບົດບາດຂອງບັນດາກົນໄກຫຼາຍຝ່າຍ, ຄື: ASPC ເວົ້າສະເພາະ, ARF ເວົ້າລວມໃນຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດນຳກັນ, ພ້ອມທັງເຊີດຊູບົດບາດເປັນໃຈກາງຂອງອາຊຽນໃນພາກພື້ນ. ບັນດາຜູ້ແທນຕີລາຄາວ່າ ພະຍາດໂຄວິດ-19 ແມ່ນສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຢູ່ໂລກ ເຊິ່ງບໍ່ມີປະເທດໃດສາມາດແກ້ໄຂດ້ວຍຕົນເອງໄດ້. ບັນດາຜູ້ແທນກໍ່ຖືວ່າ ໃນສະພາບພະຍາດໂຄວິດ-19 ບໍ່ໄດ້ຖືເບົາສິ່ງທ້າທາຍຕໍ່ຄວາມໝັ້ນຄົງ, ຄື: ການກໍ່ການຮ້າຍ, ຄວາມໝັ້ນຄົງທາງທະເລ, ບັນຫານີວເຄຼຍ... ບັນດາຄໍາເຫັນກໍ່ເຊີດຊູຈິດໃຈສາມັກຄີ, ການຮ່ວມມື, ຄວາມຮັບຜິດຊອບຕໍ່ປະຊາຄົມສາກົນແມ່ນອາວຸດເພື່ອຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງລວມ, ໃນນັ້ນມີພະຍາດໂຄວິດ-19.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນປິດກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ ASPC-17 ແມ່ນປະກົດການລະອຽດຂອງຫົວຂໍ້ປີເປັນປະທານອາຊຽນ 2020 ແມ່ນ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ເມື່ອສະພາບພະຍາດໂຄວິດ-19 ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການຈັດຕັ້ງກອງປະຊຸມໂດຍກົງ ກໍຄືເຂົ້າຮ່ວມບັນດາການເຄື່ອນໄຫວຂອງອາຊຽນຕາມທຳນຽມແຕ່ລະປີ. ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຂອບໃຈບັນດາຜູ້ແທນໄດ້ສະໜັບສະໜູນ ແລະເຂົ້າຮ່ວມກອງປະຊຸມຢ່າງຕັ້ງໜ້າ.

ໂດຍ: ເຈິ່ນຮວ່ຽນ