leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຈ້ອງຫາຍ.

ພາຍໃຕ້ການເປັນປະທານຂອງຫວຽດນາມ, ບັນດາຜູ້ແທນໄດ້ປຶກສາຫາລື, ເຫັນດີເປັນເອກະພາບນໍາກັນກ່ຽວກັບໂຄງການດໍາເນີນງານ, ວຽກງານສັບຊ້ອນການບໍລິຫານ, ຮັບປະກັນດ້ານເຕັກນິກໃຫ້ແກ່ກອງປະຊຸມ ADSOM+, ພ້ອມທັງເຫັນດີເປັນເອກະພາບບາງເນື້ອໃນທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງກຸ່ມຊ່ຽວຊານ ADMM+ ຕ່າງໆ.

leftcenterrightdel
ທ່ານພົນຕີ ຫວູ໊ຈ້ຽນຖັ໋ງ ເປັນປະທານກອງປະຊຸມ. ພາບ: ຈ້ອງຫາຍ.

ທີ່ກອງປະຊຸມ, ທ່ານພົນຕີ ຫວູ໊ຈ້ຽນຖັ໋ງ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງຈັດຕັ້ງສໍາເລັດການຝຶກຊ້ອມປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກໍາລັງເສນາຮັກບັນດາປະເທດອາຊຽນທາງໄກ ເມື່ອວັນທີ 27 ພຶດສະພາ ຜ່ານມາ. ທ່ານພົນຕີ ຫວູ໊ຈ້ຽນຖັ໋ງ ຢືນຢັນວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືຕົວຈິງເພື່ອແນໃສ່ຜັນຂະຫຍາຍເນື້ອໃນ ເຊິ່ງບັນດາລັດຖະມົນຕີປ້ອງກັນປະເທດອາຊຽນເຫັນດີເປັນເອກະພາບນໍາກັນໃນຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການປ້ອງກັນ, ຕ້ານພະຍາດແຜ່ລະບາດທີ່ໄດ້ຮັບຮອງເອົາທີ່ກອງປະຊຸມ ADMM ວົງແຄບ ໃນເດືອນກຸມພາ 2020 ຢູ່ຮ່າໂນ້ຍ.  ທ່ານພົນຕີ ຫວູ໊ຈ້ຽນຖັ໋ງ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຫວຽດນາມ ປາດຖະໜາຢາກສືບຕໍ່ຊຸກຍູ້ບັນດາມາດຕະການຮ່ວມມືຢ່າງແທດຈິງໃນຂອບເຂດ ADMM ແລະ ADMM+ ເພື່ອແນໃສ່ຢັ້ງຢືນບົດບາດຂອງກໍາລັງປ້ອງກັນປະເທດໃນຄວາມມານະພະຍາຍາມລວມຮັບມືກັບພະຍາດ.

ໂດຍ: ທູຈາງ