ທີ່ການສົນທະນາທາງໂທລະສັບຕ່າງໆ, ທ່ານພົນໂທ ຫງວຽນຈີ໊ວີ້ງ ໄດ້ຢັ້ງຢືນຄວາມສໍາຄັນຂອງການຮ່ວມມືສາກົນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານພົນໂທ ຫງວຽນຈີ໊ວີ້ງ ແລະຄູ່ຕໍາແໜ່ງສອງທ່ານເຫັນດີເປັນເອກະພາບຖືວ່າ ການຮ່ວມມືດ້ານເສນາຮັກໃນການປ້ອງກັນ, ຕ້ານເຊື້ອພະຍາດຄວນໄດ້ຮັບການຊຸກຍູ້, ຜັນຂະຫຍາຍຢ່າງແຮງຄືດັ່ງເນື້ອໃນຮ່ວມມືເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງບໍ່ແມ່ນການທະຫານ.

leftcenterrightdel
ບັນຍາກາດທີ່ການສົນທະນາທາງໂທລະສັບລະຫວ່າງທ່ານພົນໂທ ຫງວຽນຈີ໊ວີ້ງ ແລະທ່ານນາງ Jody Thomas. ພາບ: ວັນຮ໊ຽວ.

ກ່ຽວກັບການຮ່ວມມືສອງຝ່າຍກັບການາດາ, ສອງຝ່າຍພາກພູມໃຈເມື່ອເຫັນວ່າ ການເຄື່ອນໄຫວຮ່ວມມືໄດ້ມີບາດກ້າວບຸກທະລຸນັບແຕ່ການຢ້ຽມຢາມເຊິ່ງກັນ ແລະກັນຄັ້ງຕ່າງໆຂອງລັດຖະມົນຕີປ້ອງກັນປະເທດສອງປະເທດ, ພິເສດແມ່ນໃນຂົງເຂດບໍາລຸງສ້າງ ແລະຮັກສາສັນຕິພາບສະຫະປະຊາຊາດ. ກະຊວງປ້ອງກັນປະເທດການາດາ ຄາດຄະເນຈະສ້າງຕັ້ງຫ້ອງທີ່ປຶກສາທູດປ້ອງກັນຊາດ ປະຈໍາ ຫວຽດນາມ ນັບແຕ່ປີ 2020. ສອງຝ່າຍເຫັນດີເປັນເອກະພາບກ່ຽວກັບເລື່ອງຊຸກຍູ້ສ້າງຕັ້ງກົນໄກເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ການາດາ, ມຸ່ງໄປເຖິງສ້າງແຜນການຮ່ວມມື 3 ປີລະຫວ່າງກະຊວງປ້ອງກັນປະເທດສອງປະເທດ.

leftcenterrightdel
ບັນຍາກາດທີ່ການສົນທະນາທາງໂທລະສັບລະຫວ່າງທ່ານພົນໂທ ຫງວຽນຈີ໊ວີ້ງ ແລະທ່ານ Peter Tesch. ພາບ: ວັນຮ໊ຽວ.

ກ່ຽວກັບການຮ່ວມມືສອງຝ່າຍກັບອົດສະຕາລີ, ຄຽງຂ້າງບັນດາໝາກຜົນທີ່ພົ້ນເດັ່ນ, ຄື: ເລື່ອງເຮືອບິນຂອງທະຫານອາກາດລາດຊະວົງອົດສະຕາລີ ຂົນສົ່ງກໍາລັງໂຮງໝໍກາງສະໜາມຂັ້ນ 2 ຂອງຫວຽດນາມ ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້ ເປັນຄັ້ງທີ 2,  ຄັ້ງທໍາອິດສອງຝ່າຍຈັດຕັ້ງຫຼາຍກິດຈະກໍາທີ່ມີຄວາມໝາຍໃນຂົງເຂດຊອກຫາພົນທະຫານຫວຽດນາມທີ່ຫາຍສາບສູນໃນສົງຄາມ; ແລກປ່ຽນທັກສະຍິງປືນ; ແລກປ່ຽນບັນດາບັນຫາກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ.

ທ່ານພົນໂທ ຫງວຽນຈີ໊ວີ້ງ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຄໍາໝັ້ນສັນຍາຜັນຂະຫຍາຍການຮ່ວມມືດ້ານປ້ອງກັນຊາດກັບການາດາ ແລະອົດສະຕາລີ ຢ່າງມີປະສິດທິຜົນບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງສະບັບຕ່າງໆທີ່ໄດ້ລົງນາມ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະຂອງທ່ົວພາກພື້ນ.

ໂດຍ: ທູຈາງ