ທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນເອກ Vong Pisen ຜູ້ບັນຊາການທະຫານສູງສຸດກອງທັບລາດຊະວົງກຳປູເຈຍ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ພິທີດັ່ງກ່າວ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ກອງບັນຊາການທະຫານບົກ, ກອງບັນຊາການທະຫານສູງສຸດກອງທັບລາດຊະວົງກຳປູເຈຍ. ພາບ: ຕ໊ຽນດາດ.
leftcenterrightdel
ທ່ານພົນໂທ ຟານວັນຢາງ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານພົນເອກ Vong Pisen. ພາບ: ຕ໊ຽນດາດ.

ໂດຍໄດ້ຮັບການມອບສິດຈາກປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ, ທ່ານພົນໂທ ຟານວັນຢາງ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ 59 ໝູ່ຄະນະ ແລະ 82 ບຸກຄົນຂອງກອງທັບລາດຊະວົງກຳປູເຈຍ ຍ້ອນມີຜົນງານຫຼາຍຢ່າງປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງປະຊາຊົນ ແລະກອງທັບສອງປະເທດຫວຽດນາມ-ກໍາປູເຈຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີປະດັບຫຼຽນໄຊມິດຕະພາບ. ພາບ: ຕ໊ຽນດາດ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ, ເລື່ອງລັດຫວຽດນາມ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ບັນດາໝູ່ຄະນະ, ບຸກຄົນຂອງກອງທັບລາດຊະວົງກຳປູເຈຍ ແມ່ນຄວາມຮັບຮູ້ຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງກອງທັບລາດຊະວົງກຳປູເຈຍ ໃນການສ້າງສາ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານຫວຽດນາມ-ກໍາປູເຈຍ; ພ້ອມທັງສືບຕໍ່ຢັ້ງຢືນ ແລະປະກອບສ່ວນເຮັດໃຫ້ສາຍພົວພັນສະໜິດຕິດພັນຂອງປະຊາຊົນ ແລະກອງທັບສອງປະເທດເລິກເຊິ່ງກວ່າ.

leftcenterrightdel
 ບັນດາຜູ້ແທນເຂົ້າຮ່ວມພິທີປະດັບຫຼຽນໄຊມິດຕະພາບ. ພາບ: ຕ໊ຽນດາດ.

ສະແດງຄວາມຂອບໃຈຕໍ່ພັກກອມມູນິດຫວຽດນາມ, ລັດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ, ທ່ານພົນເອກ Vong Pisen ຢັ້ງຢືນວ່າ, ນີ້ແມ່ນຄວາມເປັນກຽດອັນໃຫຍ່ຫຼວງຂອງກອງທັບລາດຊະວົງກຳປູເຈຍ ເວົ້າລວມ ແລະບັນດາໝູ່ຄະນະ, ບຸກຄົນໄດ້ຮັບຫຼຽນໄຊມິດຕະພາບເວົ້າສະເພາະ. ໃນໄລຍະຈະມາເຖິງ, ກອງບັນຊາການສູງສຸດກອງທັບລາດຊະວົງກຳປູເຈຍ ແລະທ່ານເອງຈະມານະພະຍາຍາມ, ເປັນເຈົ້າການປະດິດຄິດສ້າງ, ສົມທົບກັນຢ່າງແໜ້ນແຟ້ນ, ປັບປຸງ, ເພີ່ມທະວີສາຍພົວພັນສາມັກຄີອັນດີງາມລະຫວ່າງສອງປະເທດ, ສອງກອງທັບຢ່າງບໍ່ຢຸດຢັ້ງ.

ໂດຍ: ເຈິ່ນຮວ່ຽນ