ຕອນບ່າຍວັນດຽວກັນ, ທ່ານພົນໂທ ຟານວັນຢາງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ Hun Sen ນາຍົກລັດຖະມົນຕີກໍາປູເຈຍ. ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ໄດ້ແຈ້ງໃຫ້ທ່ານ Hun Sen ຮັບຊາບກ່ຽວກັບໝາກຜົນການຮ່ວມມືລະຫວ່າງກອງທັບສອງປະເທດໃນໄລຍະຜ່ານມາ, ໃນນັ້ນມີບັນດາເນື້ອໃນທີ່ທ່ານ Hun Sen ເອົາໃຈໃສ່ທີ່ສຸດ, ຄື: ເລື່ອງຜັນຂະຫຍາຍການປະຕິບັດດໍາລັດວ່າດ້ວຍການກູ້ຊີບ-ກູ້ໄພເປັນປະຈໍາຢູ່ເຂດຊາຍແດນທາງບົກ, ການຮ່ວມມືຍົກສູງຄຸນນະພາບການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ພະນັກງານກອງທັບລາດຊະວົງກໍາປູເຈຍ; ເພີ່ມທະວີການຮ່ວມມືລະຫວ່າງບັນດາກໍາລັງປ້ອງກັນຊາຍແດນທາງບົກ ແລະທາງທະເລ...

leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະທ່ານ Hun Sen ນາຍົກລັດຖະມົນຕີກໍາປູເຈຍ. ພາບ: ຕ໊ຽນດາດ.

ທ່ານ Hun Sen ຖືວ່າ, ໃນສະພາບການໂລກ, ພາກພື້ນ ພວມມີການຜັນແປຢ່າງວ່ອງໄວ ແລະສັບສົນ, ຫວຽດນາມ ແລະກໍາປູເຈຍ ຄວນປັບປຸງ ແລະເພີ່ມທະວີສາຍພົວພັນສາມັກຄີລະຫວ່າງສອງປະເທດ, ຖືນີ້ແມ່ນຊັບສົມບັດອັນລໍ້າຄ່າຕ້ອງເຄົາລົບ ແລະຮັກສາໄວ້ບໍ່ວ່າຢູ່ໃນສະພາບການໃດ.

ກ່ຽວກັບການຮ່ວມມືລະຫວ່າງສອງກອງທັບໃນໄລຍະຈະມາເຖິງ, ທ່ານ Hun Sen ປາດຖະໜາວ່າສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຢູ່ແລ້ວ, ພ້ອມທັງສະເໜີກະຊວງປ້ອງກັນປະເທດຫວຽດນາມ ເອົາໃຈໃສ່, ຄົ້ນຄວ້າ, ໜູນຊ່ວຍຍົກສູງລະດັບການສູ້ຮົບຂອງກອງທັບລາດຊະວົງກໍາປູເຈຍ ແລະຊ່ວຍກໍາປູເຈຍ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ເອົາ​ໃຈ​ໃສ່​ເປັນ​ພິ​ເສດສ້າງກໍາລັງຄຸ້ມຄອງຊາຍແດນ ແລະຮັກສາເສັ້ນຊາຍແດນທາງບົກ ແລະທາງທະເລໃຫ້ມີສັນຕິພາບ, ສະຖຽນລະພາບ ແລະພັດທະນາ...

ທ່ານ Hun Sen ກໍ່ຢັ້ງຢືນວ່າ, ລັດຖະບານລາຊະອານາຈັກກໍາປູເຈຍ ແລະສ່ວນຕົວທ່ານເອງຈະສ້າງເງື່ອນໄຂສະດວກເພື່ອໃຫ້ກອງທັບສອງປະເທດຜັນຂະຫຍາຍບັນດາແຜນການ, ເນື້ອໃນທີ່ໄດ້ກໍານົດຢ່າງມີປະສິດທິຜົນ, ຮັບປະກັນການຮ່ວມມືດ້ານປ້ອງກັນຊາດທີ່ໄດ້, ພວມ ແລະຍາມໃດກໍ່ເປັນເສົາຄໍ້າສໍາຄັນ, ມີປະສິດທິຜົນໃນການພົວພັນຫວຽດນາມ-ກໍາປູເຈຍ.

ໂດຍ: ທະນາພອນ