ພາຍຫຼັງພິທີຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ແລະທ່ານພົນເອກ Vong Pisen ໄດ້ດໍາເນີນການພົບປະເຈລະຈາ.

ທີ່ການພົບປະເຈລະຈາ, ທ່ານພົນເອກ Vong Pisen ໄດ້ຊົມເຊີຍທ່ານພົນໂທ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານທີ່ມາຢ້ຽມຢາມກໍາປູເຈຍ ຢ່າງເປັນທາງການ, ຢັ້ງຢືນວ່າການຢ້ຽມຢາມມີຄວາມໝາຍສໍາຄັນໃນການຕີລາຄາຜົນການສົມທົບກັນ ແລະຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ ໃນໄລຍະຜ່ານມາລະຫວ່າງສອງປະເທດ, ສອງກອງທັບ.

leftcenterrightdel
ທ່ານພົນເອກ Vong Pisen ຜູ້ບັນຊາການທະຫານສູງສຸດກອງທັບລາດຊະວົງ ກໍາປູເຈຍ ເປັນປະທານພິທີຕ້ອນຮັບທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: ຕ໊ຽນດາດ.

ຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະຮອບຄອບຖີ່ຖ້ວນຂອງກອງທັບລາດຊະວົງກໍາປູເຈຍ ແລະໃນນາມສ່ວນຕົວທ່ານພົນເອກ Vong Pisen, ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຟານວັນຢາງ ໄດ້ອວຍພອນໃຫ້ນາຍ ແລະພົນທະຫານ, ນັກຮົບກອງທັບລາດຊະວົງກໍາປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບລາດຊະວົງກໍາປູເຈຍ ຄົບຮອບ 66 ປີ (9-11-1953 / 9-11-2019), ອວຍພອນກອງທັບລາດຊະວົງກໍາປູເຈຍ ນັບມື້ເຕີຍໃຫຍ່ເຂັ້ມແຂງ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຕ໊ຽນດາດ.

ກໍທີ່ການພົບປະເຈລະຈາ, ທ່ານພົນເອກ Vong Pisen ຢັ້ງຢືນເຖິງການສະໜັບ ແລະມີຄວາມເຊື່ອໝັ້ນຕໍ່ຜົນສໍາເລັດຂອງຫວຽດນາມ ໃນປີເປັນປະທານໝູນວຽນອາຊຽນ 2020 ກໍຄືຈັດຕັ້ງກອງປະຊຸມຜູ້ບັນຊາການທະຫານສູງສຸດບັນດາປະເທດອາຊຽນ ທີ່ຈະມາເຖິງ.

ເຫັນດີເຫັນພ້ອມກັບການຕີລາຄາຂອງທ່ານພົນເອກ Vong Pisen, ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ, ຫວຽດນາມ ແລະກໍາປູເຈຍ ແມ່ນສອງປະເທດ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມີມິດຕະພາບທີ່ເປັນມູນເຊື້ອ, ມີການຮ່ວມມືຮອບດ້ານ, ຍືນຍົງຍາວນານ”, ຫວຽດນາມ ຍາມໃດກໍປາດຖະໜາຢາກໃຫ້ກໍາປູເຈຍ ມີຄວາມໝັ້ນຄົງ ແລະພັດທະນາ. ໃນໄລຍະຈະມາເຖິງ, ທ່ານພົນໂທ ຟານວັນຢາງ ປາດຖະໜາວ່າ, ສອງຝ່າຍຈະຕັ້ງໜ້າ, ເປັນເຈົ້າການໃນການເປັນເສນາທິການໃຫ້ແກ່ລັດຖະບານ ແລະກະຊວງປ້ອງກັນປະເທດສອງປະເທດ ຍູ້ແຮງວຽກງານຂີດເສັ້ນ ແລະປັກຫຼັກໝາຍຊາຍແດນ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ທີ່ດໍາລົງຊີວິດຢູ່ກໍາປູເຈຍ; ເອົາໃຈໃສ່ເຖິງວຽກງານກໍ່ສ້າງ, ປັບປຸງ, ອະນຸລັກຮັກສາບັນດາເຂດປູຊະນີຍະສະຖານປະຫວັດສາດຢູ່ປະເທດກໍາປູເຈຍ ກ່ຽວກັບການພົວພັນມິດຕະພາບລະຫວ່າງສອງປະເທດ, ສອງກອງທັບ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ເຂົ້າຢ້ຽມຂໍ່ານັບທ່ານພົນເອກ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ. ພາບ: ຕ໊ຽນດາດ.

ຕອນບ່າຍວັນດຽວກັນ, ທ່ານພົນໂທ ຟານວັນຢາງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ.

ໂດຍ: ໄຊຊະນະ