ແຕ່ເວລາ 5 ໂມງ, ເມື່ອຟ້າຍັງບໍ່ທັນແຈ້ງດີ, ເອື້ອຍ ຟານມຸ່ຍໄນ, ດຳລົງຊີວິດຢູ່ບ້ານຕາງາວ, ຕາແສງບ້ານກວາ, ໄດ້ອຸ້ມລູກຊາຍຍ່າງໄປສຳນັກງານສະພາປະຊາຊົນ-ຄະນະກຳມະການປະຊາຊົນ ຕາແສງບ້ານກວາ ເພື່ອຈົດທະບຽນກວດພະຍາດ. ເອື້ອຍແບ່ງປັນວ່າ ລູກຊາຍລ້າ ຟານດຶກແກງ (ອາຍຸ 2 ປີ) ມັກເຈັບເປັນຢູ່ເລື້ອຍໆ, ແຕ່ວ່າຄອບຄົວປະສົບກັບຄວາມຫຍຸ້ງຍາກ, ການກິນການຢູ່ກໍ່ບໍ່ພຽງພໍ, ຂາດໆເຂີນໆສະນັ້ນຈຶ່ງບໍ່ສາມາດພາລູກໄປກວດ ແລະປິ່ນປົວພະຍາດຢູ່ໂຮງໝໍໄດ້. ມື້ນີ້ໄດ້ຮັບຂ່າວວ່າມີຄະນະແພດໝໍກອງທັບມາກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເກັບຄ່າຢູ່ຕາແສງ, ເອື້ອຍດີໃຈຫຼາຍ. ເອື້ອຍ ຟານມຸຍໄນ ໃຫ້ຮູ້ວ່າ “ບັນດາແພດໝໍກອງທັບ ເຮັດວຽກຢ່າງສຸດອົກສຸດໃຈ. ເຂົາເຈົ້າກວດພະຍາດ ແລະຢາມຖາມຢ່າງລະອຽດ. ບັນດາແພດໝໍຍັງແນະນຳໃຫ້ຂ້າພະເຈົ້າ ກ່ຽວກັບວິທີເບິ່ງແຍງດູແລ ເພື່ອລູກເຊົາໄວ. ຂ້າພະເຈົ້າ ຫວັງວ່າ ບັນດາແພດໝໍຈະມາຫຼາຍເທື່ອ ເພື່ອຊ່ວຍຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຄືຄອບຄົວຂ້າພະເຈົ້າ”.

leftcenterrightdel
ກົມເສນາຮັກ ແລະໂຮງໝໍການແພດການຢາພື້ນເມືອງກອງທັບ ມອບຂອງຂວັນໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກຂອງເມືອງບາດຊາດ. ພາບ: ງອັກທື

ເຖິງວ່າ 7 ໂມງ ຈຶ່ງເລີ່ມກວດພະຍາດແຕ່ວ່າພໍ່ແມ່ປະຊາຊົນໄດ້ມີໜ້າແຕ່ເຊົ້າໆ. ພໍ່ແມ່ປະຊາຊົນໄດ້ນັ່ງຕັ່ງຢ່າງເປັນລະບຽບຮຽບຮ້ອຍ, ລໍຖ້າຮອດລຳດັບຂອງຕົນ. ໃນຈຳນວນນີ້, ມີພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍຫຼາຍຄົນ. ແມ່ເຖົ້າ ຮ່ວາງທິຍອດ, ອາຍຸ 56 ປີ, ຊົນເຜົ່າໄຢ, ແມ່ນໜຶ່ງໃນຈຳນວນນີ້. ແມ່ເຖົ້າ ຍອດ ເປັນພະຍາດຄວາມດັນເລືອດສູງກ່ອນໜ້ານີ້ສອງປີ, ແຕ່ວ່າບໍ່ໄປກວດພະຍາດຢູ່ຮາກຖານການແພດ, ມີແຕ່ກິນນ້ຳຕົ້ມສະໝຸນໄພທີ່ມີຫຼາຍຄົນເວົ້າວ່າ ມີສັບພະຄຸນປິ່ນປົວໄດ້ຫຼາຍຮ້ອຍພະຍາດ. ພາຍຫຼັງມາກວດພະຍາດ, ທ່ານໝໍກໍ່ໃຫ້ຄຳປຶກສາ, ແມ່ເຖົ້າ ຈຶ່ງເຂົ້າໃຈວ່າພະຍາດຄວາມດັນເລືອດສູງແມ່ນພະຍາດທີ່ອັນຕະລາຍ... ຊ້ຳບໍ່ໜຳສາມາດເຮັດໃຫ້ເສຍຊີວິດໄດ້ໃນທັນທີ. ແມ່ເຖົ້າ ຍອດ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ “ທ່ານໝໍແນະນຳຂ້າພະເຈົ້າວ່າ ຕ້ອງໄປກວດຢູ່ຮາກຖານການແພດເປັນປະຈຳ ແລະທຸກມື້ຕ້ອງກິນຢາ. ຂ້າພະເຈົ້າ ຮູ້ສຶກຕື້ນຕັນໃຈຕໍ່ການເຮັດວຽກຢ່າງສຸດຈິດສຸດໃຈ ແລະລອບຄອບຖີ່ຖ້ວນຂອງບັນດາແພດໝໍກອງທັບ.

leftcenterrightdel
ແພດໝໍໄດ້ກວດພະຍາດ ແລະໃຫ້ຄຳປຶກສາຢ່າງສຸດຈິດສຸດໃຈແກ່ປະຊາຊົນ. ພາບ: ງອັກທື

ຍ້ອນເງື່ອນໄຂເສດຖະກິດ-ສັງຄົມ ປະສົບກັບຄວາມຫຍຸ້ງຍາກ, ອັດຕາສ່ວນຄອບຄົວປະສົບກັບຄວາມຫຍຸ້ງຍາກ, ການຈໍລະຈອນຖືກກີດຂວາງ, ລະດັບຄວາມຮູ້ຂອງປະຊາຊົນຕ່ຳ ສະນັ້ນວຽກງານເບິ່ງແຍງດູແລສຸຂະພາບ ຂອງພໍ່ແມ່ປະຊາຊົນຢູ່ເຂດຊາຍແດນຖືກຈຳກັດຫຼາຍ. ໃນຄັ້ງນີ້, ຍ້ອນມີຄວາມເອົາໃຈໃສ່ ແລະການເຮັດວຽກຢ່າງສຸດອົກສຸດໃຈຂອງບັນດາແພດໝໍກອງທັບຄົນເຈັບຫຼາຍຮ້ອຍເທື່ອຄົນຢູ່ບັນດາຕາແສງເຂດພູສູງຊາຍແດນເມືອງບາດຊາດ ໄດ້ກວດ ແລະປິ່ນປົວພະຍາດໃນທັນທີ...

ຕາມທ່ານພັນເອກພິເສດ ເຈິ່ນກົງເຈື່ອງ, ຮອງຫົວໜ້າກົມເສນາຮັກ (ກົມໃຫຍ່ພາລະທິການ), ການເຄື່ອນໄຫວກວດພະຍາດ, ແຈກຢາຍຢຸກຢາ ໂດຍບໍ່ເກັບຄ່າແມ່ນມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນເຂົ້າຜົນສຳເລັດຂອງການພົບປະມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 8, ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະນ້ຳໃຈຂອງກອງທັບປະຊາຊົນຫວຽດນາມ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອ, ອຸ້ມຊູຂອງປະຊາຊົນ ແລະອຳນາດການປົກຄອງທ້ອງຖິ່ນ.

ເຂົ້າຮ່ວມການກວດ ແລະປິ່ນປົວພະຍາດຄັ້ງນີ້ມີພະນັກງານ, ແພດໝໍ 70 ຄົນ ທີ່ມາຈາກກົມເສນາຮັກ, ໂຮງໝໍການແພດ ແລະການຢາພື້ນເມືອງກອງທັບ, ການແພດທະຫານເຂດ 2, ການແພດທະຫານກອງບັນຊາການທະຫານຊາຍແດນ... ດ້ວຍວັດຖຸອຸປະກອນ, ເຄື່ອງຈັກທັນສະໄໝ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການກວດ ແລະພົບເຫັນພະຍາດໃຫ້ແກ່ປະຊາຊົນ.

ບັນດາແພດໝໍໃນກອງທັບ ໄດ້ເຮັດວຽກຢ່າງສຸດຈິດສຸດໃຈເພື່ອຮັບໃຊ້ປະຊາຊົນ, ກວດພະຍາດ ແລະໃຫ້ຄຳປຶກສາ, ແນະນຳວິທີການປ້ອງກັນ ແລະປິ່ນປົວພະຍາດ ກໍ່ຄືແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ປະຊາຊົນໄດ້ 700 ເທື່ອຄົນ... ຜ່ານການກວດພະຍາດ, ບັນດາແພດໝໍກອງທັບໄດ້ພົບເຫັນຫຼາຍກໍລະນີທີ່ຫາກໍ່ຕິດພະຍາດ, ໄດ້ໃຫ້ຄຳປຶກສາ ແລະແຈກຢາຍຢຸກຢາໃຫ້ພໍ່ແມ່ປະຊາຊົນເພື່ອປິ່ນປົວໂດຍໄວ, ຫຼີກລ້ຽງການເຈັບໜັກກວ່າ.

ໃນຂອບເຂດລາຍການກວດພະຍາດໃຫ້ປະຊາຊົນ, ກົມເສນາຮັກ ແລະໂຮງໝໍການແພດ ແລະການຢາພື້ນເມືອງກອງທັບ ໄດ້ມອບຂອງຂວັນຈຳນວນ 10 ພູດໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກຂອງເມືອງບາດຊາດ, ພ້ອມທັງເຄື່ອນທີ່ໄປຮອດເຮືອນປະຊາຊົນ ເພື່ອກວດພະຍາດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ, ໃຫ້ຄຳປຶກສາກ່ຽວກັບການຮັກສາສຸຂະພາບໃຫ້ບາງກໍລະນີທີ່ເປັນພະຍາດອັນຕະລາຍ, ເຈັບໜັກ ເຊິ່ງບໍ່ສາມາດມາກວດໄດ້.

ຕີລາຄາສູງຄວາມໝາຍຂອງກິດຈະກຳນີ້, ສະຫາຍນາງ ຢາງທິຢຸງ, ຮອງປະທານຄະນະກຳມະການປະຊາຊົນແຂວງລາວກາຍ ໃຫ້ຮູ້ວ່າ: “ດ້ວຍຈິດໃຈຍາມໃດກໍ່ມຸ່ງໄປສູ່ປະຊາຊົນ ພ້ອມກັບທ່າທີ່ເຮັດວຽກຢ່າງສຸດຈິດສຸດໃຈ, ມີຄວາມຮັບຜິດຊອບຂອງບັນດາແພດໝໍກອງທັບໄດ້ສ້າງຮູບພາບທີ່ສວຍງາມໄວ້ໃນດວງໃຈຂອງປະຊາຊົນຢູ່ເຂດຊາຍແດນ. ການກວດພະຍາດເປັນການປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີ, ສະໜິດຕິດພັນລະຫວ່າງກອງທັບກັບປະຊາຊົນບັນດາເຜົ່າຢູ່ເຂດພູສູງຊາຍແດນ, ພ້ອມທັງຊ່ວຍປະຊາຊົນຢູ່ທີ່ນີ້ດຳລົງຊີວິດເປັນປົກກະຕິ, ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ຫວຽດນາມ-ຈີນ”.

ໂດຍ: ແສງເດືອນ