ສອງທີມຕໍ່ໄປຂອງທີມລົດຕັງຈະແຂ່ງຂັນໃນວັນທີ 6 ແລະວັນທີ 8 ສິງຫາ. ຕາມກົດລະບຽບແລ້ວ, ໃນ 3 ທີມເຂົ້າຮ່ວມການແຂ່ງຂັນ, ທີມໃດມີຍອດເວລາສັ້ນທີ່ສຸດຈະໄດ້ເຂົ້າຮອບຮອງຊະນະເລີດ.

ຕາມທ່ານພັນເອກພິເສດ ຟານຫາຍລອງ, ຮອງຫົວໜ້າເສນາທິການເຫຼົ່າຮົບລົດຕັງຍານເກາະແລ້ວ, ທີມລົດຕັງຫວຽດນາມ ໄດ້ມານະພະຍາຍາມແຂ່ງຂັນດ້ວຍຈິດໃຈຕັດສິນໃຈສູງ. ເຖິງວ່າຢືນອັນດັບທີ 2 ໃນຕາຕະລາງກໍ່ຕາມ, ແຕ່ຜົນໄດ້ຮັບແມ່ນບໍ່ສົມກັບຄວາມສາມາດເທື່ອຍ້ອນເງື່ອນໄຂຝົນຕົກ. ທີມຈະຖອດຖອນບົດຮຽນຈາກການແຂ່ງຂັນໃນວັນທໍາອິດ ເພື່ອກະກຽມໃຫ້ການແຂ່ງຂັນໃນສອງວັນຕໍ່ໄປເພື່ອບັນລຸໝາກຜົນດີທີ່ສຸດ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບຂອງທີມລົດຕັງຫວຽດນາມ ໃນການແຂ່ງຂັນວັນທໍາອິດ.

leftcenterrightdel
 ທີມລົດຕັງກະກຽມເລີ່ມຕົ້ນແຂ່ງຂັນ. ພາບ: qdnd.vn.
leftcenterrightdel
 ຜ່ານສິ່ງກີດຂວາງຢູ່ເສັ້ນທາງແຂ່ງຂັນ. ພາບ: qdnd.vn.
leftcenterrightdel
ເລັ່ງຄວາມໄວພາຍຫຼັງຜ່ານສິ່ງກີດຂວາງ. ພາບ: qdnd.vn.
leftcenterrightdel
 ທີມລົດຕັງຂອງຫວຽດນາມ ຢູ່ທາງແຂ່ງຂັນ. ພາບ: qdnd.vn.
leftcenterrightdel
ບັນດາກອງເຊຍຫວຽດນາມ ເບີກບານມ່ວນຊື່ນຕໍ່ການຍິງຖືກເປົ້າໝາຍຂອງທີມລົດຕັງຫວຽດນາມ. ພາບ: qdnd.vn.
leftcenterrightdel
ບັນດາສະມາຊິກທີມລົດຕັງຫວຽດນາມ ເບີກບານມ່ວນຊື່ນແກວ່ງທຸງຊາດພາຍຫຼັງສໍາເລັດການແຂ່ງຂັນ. ພາບ: qdnd.vn.

ໂດຍ: ຄໍາແພງ